spot_img
Homeຂ່າວຕ່າງປະເທດກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມ ສຳເລັດການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ຊຸດທີ XII

ກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມ ສຳເລັດການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ຊຸດທີ XII

Published on

ວິທະຍຸກະຈາຍສຽງຫວຽດນາມ VOV5 ໄດ້ລາຍງານໃນວັນ​ທີ 26 ມັງກອນຜ່ານມານີ້ວ່າ ໃນມື້ທີ 6 (26 ມັງກອນ 2016) ກອງ​ປະຊຸມ​ໃຫຍ່ຜູ້ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XII ຂອງ​ພັກກອມມູນິດຫວຽດນາມ ໃນວາລະປະຊຸມ​ຕອນ​ເຊົ້າ ບັນດາ​ຜູ້​ແທນກອງປະຊຸມໃຫຍ່ ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ XII, ຈາກນັ້ນ ​ໃນວາລະປະຊຸມ​ຕອນ​ບ່າຍ​ ກອງ​ປະຊຸມ​ໃຫຍ່​​ ໄດ້ຮັບຮອງ​ເອົາ​ບົດ​ລາຍ​ງານ​ຜົນ​ການ​ເລືອກ​ຕັ້ງ​ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XII ຊຶ່ງປະກອບມີ​ ກຳມະ​ການສົມ​ບູນ 180 ທ່ານ ​ແລະ ກຳມະການ​ສຳຮອງ 20 ທ່ານ.

ແຫລ່ງຂ່າວຍັງແຈ້ງໃຫ້ຮູ້ອີກວ່າ ໃນວາລະປະຊຸມຕອນເຊົ້າວັນພຸດທີ 27 ມັງກອນນີ້ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ຈະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງເອົາກຳມະການກົມການເມືອງສູນກາງພັກ ຕາມລຳດັບ.

559000000964201

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...