Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ

Published on

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ

ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສ.ເບ​ລາ​ຣຸສ ນຳ​ໂດຍ​ທ່ານ ວາ​ລາ​ດີ​ເມຍ ມາກ​ເກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ສ.ເບ​ລາ​ຣຸສ ໃນ​ຕອນ​ເຊົ້າ​ວັນ​ທີ 26 ມີນາ 2014 ຢູ່​ທີ່​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ​ສປປ ລາວ ລະຫວ່າງ​ວັນ​ທີ 25-26 ມີນາ.

ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ ພ້ອມ​ຄະນະ ເຊິ່ງ​ຖື​ເປັນ​ການ​ເສີມ​ຂະຫຍາຍ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະເທດ ລາວ-ເບ​ລາ​ຣຸສ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຍິ່ງ​ຂຶ້ນ ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ສອງ​ຝ່າຍ ດ້ານ​ວຽກ​ງານ​ການ​ຕ່າງປະເທດ ທີ່​ປັດຈຸບັນ​ຖື​ໄດ້​ວ່າ​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ຂອງ​ສອງ​ປະເທດ ໃນ​ການ​ຮ່ວມ​ມື​ກັບ​ສາກົນ ເຊິ່ງ​ຕະຫຼອດ 20 ປີ​ການ​ສ້າງຕັ້ງ​ສາຍ​ພົວພັນ​ຮ່ວມ​ກັນ ລາວ-ເບ​ລາ​ຣຸສ ສອງ​ປະເທດ​ໄດ້​ມີ​ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ຫຼາຍ​ຂົງເຂດ​ວຽກ​ງານ ຕາມ​ຂອບ​ການ​ຮ່ວມ​ມື​ສອງ​ປະເທດ ໂອກາດ​ດັ່ງກ່າວ ທ່ານ ວາ​ລາ​ດີ​ເມຍ ມາກ​ເກ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ພັກ ແລະ ລັດຖະບານ​ລາວ ພ້ອມ​ທັງ​ຢືນຢັນ​ຈະ​ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ກັບ ​ສປປ ລາວ ໃຫ້​ນັບ​ມື້​ສູງ​ຂຶ້ນ ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ຮ່ວມ​ກັນ.

ທີ່ມາ : http://www.vientianemai.net/teen/khao/1/11446

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...