spot_img
Homeຂ່າວພາຍ​ໃນຫຼວງພະບາງ ເນັ້ນຕະຫຼາດນັດເປັນຈຸດໂຄສະນາການທ່ອງທ່ຽວ

ຫຼວງພະບາງ ເນັ້ນຕະຫຼາດນັດເປັນຈຸດໂຄສະນາການທ່ອງທ່ຽວ

Published on

     ແຂວງ​ຫຼວງ​ພະ​ບາງ​ໄດ້​ເນັ້ນບັນ­ຫາ​ການ​ຮ່ວມ​ງານ​ຕະ­ຫຼາດ­ນັດການ­ທ່ອງ­ທ່ຽວ​ກັບ​ຕ່າງ­ປະ­ເທດ​ເພື່ອເປີດ​ໂອ­ກາດ​ໃນ​ການ​ໂຄ­ສະ­ນາ​ໃຫ້ບັນດາ​ປະ­ເທດ​ທີ່​ຍັງ​ບໍ່​ທັນ​ຮູ້­ຈັກ​ກັບ​ປະເທດ​ລາວ ໂດຍ​ສະ­ເພາະ​ແມ່ນ​ນັກທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ທັນ​ໄດ້​ໄປ​ທ່ຽວ​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ ພ້ອມ​ນັ້ນ​ກໍ​ໄດ້​ແລກ­ປ່ຽນ​ຂໍ້​ມູນ​ຂ່າວສານ​ກັບ​ບັນ­ດາ​ປະ­ເທດ​ເຂົ້າ​ຮ່ວມ  ງານ​ທີ່​ມີ​ແຫຼ່ງ​ທ່ອງ​ທ່ຽວ ເພື່ອ​ເປັນ ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປທ່ຽວ​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະບາງ​ໃຫ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

     ໂດຍ​ທ່ານ ນາງ ສຸ­ດາ​ພອນ ຄົມທະ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ຖະແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ​ທັງ​ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ການທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ​ໄດ້ ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ນີ້​ວ່າ: ເພື່ອ​ເປັນການ​ເປີດ​ກວ້າງ​ໃຫ້​ການ­ທ່ອງ­ທ່ຽວຢູ່​ປະ­ເທດ​ລາວ​ເວົ້າ​ລວມ, ເວົ້າ​ສະເພາະ​ກໍ​ແມ່ນ​ເມືອງ​ມໍ­ລະ­ດົກ​ໂລກຫຼວງ​ພະ​ບາງ​ມີ​ຄວາມ​ຄຶກ­ຄື້ນ​ມີ ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ທາງ​ແຂວງ​ຫຼວງ​ພະ​ບາງ​ຈິ່ງ​ໄດ້​ເຂົ້າຮ່ວມ​ງານ​ວາງ­ສະ­ແດງ​ຕະ­ຫຼາດ­ນັດການທ່ອງ­ທ່ຽວ​ກັບ​ກັບ​ຕ່າງ­ປະ­ເທດຄື: ປະ­ເທດ​ຫວຽດ­ນາມ ແລະ​ປະ­ເທດສິງ­ກະ­ໂປ 1 ຄັ້ງ ໃນ​ປີ 2015 ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ເປີດ​ໂອ­ກາດ​ໂຄ­ສະ­ນາ​ໃຫ້​ບັນ­ດາ​ປະ­ເທດ​ທີ່​ຍັງ​ບໍ່​ທັນ​ຮູ້ຈັກ​ກັບ​ປະ­ເທດ​ລາວ​ໂດຍ​ສະ­ເພາະແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ທັນ​ໄດ້ໄປ​ທ່ຽວ​ປະ­ເທດ​ລາວ ແລະ​ຍັງບໍ່​ທັນ​ໄດ້​ໄປ​ສຳ­ຜັດ​ກັບ​ວັດ­ທະ­ນະທຳ​ຊາວ​ເມືອງ​ຫຼວງ​ພະ​ບາງ ແລະຄວາມ​ສວຍ​ງາມ​ຂອງ​ເມືອງ​ມໍ​ລະດົກ​ໂລກ​ໃຫ້​ໄດ້​ຮູ້­ຈັກ​ກັນ​ຫຼາຍ​ຂຶ້ນ.

ທ່ານ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຕະຫຼາດ​ນັດ​ການ­ທ່ອງ­ທ່ຽວ​ແມ່ນ​ໄດ້ ສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ແກ່​ການ​ເຜີຍ­ແຜ່​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ­ສານ​ການ​ທ່ອງ ທ່ຽວ​ໃຫ້​ກວ້າງ­ຂວາງ​ອອກ ແລະໃນ​ການ​ໄປ​ຮ່ວມ​ງານ​ທາງ​ແຂວງ ກໍ​ຄື​ຂະ­ແໜງ​ໂຄ­ສະ­ນາ​ການ​ທ່ອງທ່ຽວ​ແຂວງ​ຫຼວງ​ພະ​ບາງ​ຍັງ​ໄດ້ນຳ​ເອົາ​ແຜ່ນ​ພັບ​ຂໍ້​ມູນ​ການ​ທ່ອງທ່ຽວ​ຂອງ​ປະ­ເທດ​ລາວ​ແຕ່​ເໜືອຮອດ​ໃຕ້​ໂດຍ​ສະ­ເພາະ​ແມ່ນ​ຂອງແຂວງ​ຫຼວງ​ພະ​ບາງ​ໄປ​ແລກ­ປ່ຽນຂໍ້​ມູນ​ຂ່າວ­ສານ​ກັບ​ບັນດາ​ປະ­ເທດເຂົ້າ​ຮ່ວມ​ງານ​ທີ່​ມີ​ແຫຼ່ງ​ທ່ອງ​ທ່ຽວ ແລະ​ຍັງ​ບໍ່​ທັນ​ຮູ້­ຈັກ​ກັບ​ປະ­ເທດຂອງ​ລາວ​ຈົນ​ເຮັດ​ໃຫ້​ບັນ­ດາເທດ​ເພື່ອນ​ມິດ​ຫັນ​ມາ​ສົນ­ໃຈ ແລະ​ທຳ​ຄວາມ​ຮູ້­ຈັກ​ກັບ​ປະ­ເທດລາວ​ຫຼາຍ​ຂຶ້ນ​ພ້ອມ​ນັ້ນ​ຍັງ​ໄດ້​ວາງແຜນ​ໃນ​ເດືອນ​ມິ­ຖຸ­ນາ​ປີ​ນີ້​ຈະ​ໄປຮ່ວມ​ງານ​ຕະ­ຫຼາດ­ນັດ​ກັບ​ເພື່ອນບ້ານ​ທີ່​ຊຽງ​ໄໝ່​ປະ­ເທດ​ໄທ​ຕື່ມ​ອີກ.

ຈາກ​ການ​ທີ່​ໄດ້​ໄປ​ຮ່ວມ​ງານຕະ­ຫຼາດ­ນັດ​ກັບ​ຕ່າງ­ປະ­ເທດ ຊຶ່ງໄດ້​ເຮັດ​ໃຫ້​ບັນ­ດາ​ປະ­ເທດ ແລະ​ນັກທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ທັນ​ຮູ້­ຈັກ​ປະ­ເທດລາວ​ໄດ້​ຫັນ​ມາ​ສົນ­ໃຈ ແລະ​ເດີນທາງ​ເຂົ້າ​ມາ​ທ່ຽວ​ປະ­ເທດ​ລາວຫຼາຍ​ຂຶ້ນ​ໂດຍ​ສະ­ເພາະ​ແມ່ນ​ເມືອງມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ​ຈະ​ສັງ­ເກດ​ເຫັນ​ໄດ້​ວ່າ​ມີ​ໂຕ​ເລກ​ນັກ​ທ່ອງທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ແຕ່​ລະ​ປີ​ມີການ​ເພີ່ມ​ຂຶ້ນ​ແບບ​ກະ­ໂດດ ຊຶ່ງ​ໃນ ປີ 2014 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາສູງ​ເຖິງ 5 ແສນ​ກວ່າ​ຄົນ ແລະໃນ​ປີ­ຜ່ານ­ມາ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ 6 ແສນ​ກວ່າ​ຄົນ, ອັນ​ໄດ້​ສ້າງລາຍ​ຮັບ​ໃຫ້​ແກ່​ທາງ​ແຂວງ​ຫຼວງ​ພະບາງ​ນັບ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະຫະ​ລັດ​ໃນ​ແຕ່​ລະ​ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...