Homeຂ່າວເຫດການພັກກອມມູນິດຫວຽດນາມ ອວຍພອນຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

ພັກກອມມູນິດຫວຽດນາມ ອວຍພອນຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

Published on

ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ​ປປ ລາວ ໄດ້​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງສະຫາຍ ຮວ່າງ ບິງ​ກວັນ ກຳ​ມະການ​ສູນ​ກາງ​ພັກ ຫົວໜ້າ​ຄະນະພົວພັນ​ຕ່າງປະເທດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດນາມ ໃນ​ນາມຜູ້ຕາງໜ້າ​ພິເສດ​ຂອງ​ສະຫາຍເລຂາທິການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດນາມ ​ພ້ອມ​ດ້ວຍ​ຄະນະ ​ໃນອາທິດ​ຜ່ານ​ມາ ທີ່​ສູນ​ປະຊຸມ​ແຫ່ງຊາດ ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ຊົມເຊີຍ​ຜົນສຳເລັດ​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນປະຕິວັດ​ລາວ.

ໃນ​ໂອກາດ​ນີ້ ສະຫາຍ​ເລຂາທິ​ການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ໄດ້ຕີ​ລາຄາ​ສູງ ແລະ ສະແດງຄວາມ​ຂອບ​ອົກ​ຂອບໃຈ​ຢ່າງ​ຈິງໃຈ​ຕໍ່​ພັກ​ກອມ​ມູ​ນິດຫວຽດນາມ ທີ່​ໄດ້​ແຕ່ງຕັ້ງຄະນະ​ມາ​ຊົມເຊີຍຜົນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງພັກ ​ປປ ລາວ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນການ​ໃຫ້​ກຳລັງ​ໃຈ​ອັນ​ແຮງ​ກ້າແກ່​ພັກ-ລັດຖະບານ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ເປັນ​ການ​ສະແດງ​ໃຫ້​ເຫັນ​ເຖິງ​ມິດ​ຈິດ​ມິດ​ໃຈຢ່າງ​ແທ້​ຈິງ​ ແຫ່ງ​ສາຍ​ພົວພັນມິດຕະພາບ​ທີ່​ຍິ່ງ​ໃຫຍ່ ຄວາມ​ສາມັກ​ຄີ​ພິເສດ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ.

ສະຫາຍເລຂາທິການ​ໃຫຍ່ ໄດ້​ສະແດງ​ຄວາມ​ພາກພູມ​ໃຈເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ລາວ-ຫວຽດນາມ ໂດຍ​ແມ່ນການ​ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ປະເທດຄື: ປະທານ ໂຮ່​ຈິ​ມິງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸ​ພານຸ​ວົງ ທີ່​ເຄົາລົບຮັກ​ເປັນ​ຜູ້​ກໍ່​ຕັ້ງ ແລະ ບັນດາ​ຮຸ່ນການ​ນຳ​ຂອງ​ສອງ​ພັກ ສອງ​ລັດ ໄດ້​ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ນັ້ນ ໄດ້​ກາຍເປັນ​ມໍລະດົກ​ອັນ​ລ້ຳ​ຄ່າຂອງ​ປະຊາຊົນ​ສອງ​ຊາດ ເປັນກົດເກນ​ແຫ່ງ​ການ​ຄົງ​ຕົວ ແລະ ຂະຫຍາຍຕົວ​ຂອງ​ແຕ່​ລະ​ປະເທດ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນພາລະກິດ​ແຫ່ງ​ສັນຕິພາບ ການຮ່ວມ​ມື ແລະ ພັດທະນາ​ຢູ່​ໃນພາກ​ພື້ນ ແລະ ໃນ​ໂລກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...