Homeຂ່າວພາຍ​ໃນນັກທຸລະກິດລາວ ຈົກຖົງ 100% ສ້າງເຂື່ອນໄຟຟ້ານ້ຳງື່ມ 4 ຢູ່ແຂວງຊຽງຂວາງ

ນັກທຸລະກິດລາວ ຈົກຖົງ 100% ສ້າງເຂື່ອນໄຟຟ້ານ້ຳງື່ມ 4 ຢູ່ແຂວງຊຽງຂວາງ

Published on

0036

ໃນ​ວັນ​ທີ 25 ມີນາ 2014 ທີ່​ໂຮງແຮມ​ລາວ​ພລາ​ຊາ ໄດ້​ຈັດ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ (MOU) ໂຄງການ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ ນ້ຳ​ງື່ມ 4 ລະຫວ່າງ​ລັດຖະບານ​ແຫ່ງ ​ສປປ ລາວ ໂດຍ​ຕາງໜ້າ​ເຊັນ​ບົດ​ບັນທຶກ​ແມ່ນ​ທ່ານ ​ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ບໍລິສັດ ວີ​ແອ​ລວີ ຊຸມ​ພົນ​ພັກດີ ຈຳກັດ​ຜູ້​ດຽວ ເຊັນ​ໂດຍ​ທ່ານ ວິໄລ​ວອນ ຊຸມ​ພົນ​ພັກດີ ປະທານ​ບໍລິສັດ​ດັ່ງກ່າວ ແລະ ເຊັນ​ຮ່ວມ​ເປັນ​ພະຍານ​ຂອງ​ທັງ​ສອງ​ຝ່າຍ ເຊິ່ງ​ເປັນ​ກຽດ​ໃນ​ພິທີ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ພ້ອມ​ດ້ວຍ​ທ່ານ​ເຈົ້າແຂວງ​ຊຽງ​ຂວາງ ທ່ານ​ຫົວໜ້າ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ບັນດາ​ທ່ານ​ຜູ້ຕາງໜ້າ​ຈາກ​ກະຊວງ-ກົມ​ກອງ​ທີ່​ກ່ຽວຂ້ອງ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ພະນັກງານ​ໃນ​ບໍລິສັດ​ດັ່ງກ່າວ​ເຂົ້າ​ຮ່ວມ.

ໃນ​ພິທີ ທ່ານ ຫັດສະດີ ສີ​ສຸ​ລາດ ທີ່​ປຶກສາ​ບໍລິສັດ ວີ​ແອ​ລວີ ຊຸມ​ພົນ​ພັກດີ ຈຳກັດ​ຜູ້​ດຽວ ໄດ້​ກ່າວ​ວ່າ: ເຂື່ອນ​ໄຟຟ້າ​ນ້ຳຕົກ ນ້ຳ​ງື່ມ 4 ຕັ້ງ​ຢູ່​ເມືອງ​ແປກ ແຂວງ​ຊຽງ​ຂວາງ ຫ່າງ​ຈາກ​ຕົວ​ເມືອງ​ໄປ​ທາງ​ທິດຕາເວັນຕົກ 30 ກິໂລແມັດ ເຊິ່ງ​ເບື້ອງ​ຕົ້ນ​ຄາດ​ວ່າ​ຈະ​ເຮັດ​ເປັນ 2 ເຂື່ອນ ແຕ່​ຈາກ​ການ​ສຶກ​ສາ​ພົບ​ວ່າ ອາດ​ມີ​ຜົນ​ກະທົບ​ຫຼາຍ​ດ້ານ ຈຶ່ງ​ຊອກ​ຫາ​ທາງ​ເລືອກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ ແລະ ມີ​ປະ​ສິດທິ​ຜົນ​ສູງ​ສຸດ​ກໍ່​ຄື ການ​ເຮັດ​ເຂື່ອນ​ດຽວ ໂດຍ​ເຮັດ​ເປັນ​ເຂື່ອນ​ເບ​ຕົງ​ຍາວ 254 ແມັດ ສູງ 74,5 ແມັດ ມີ​ເນື້ອທີ່​ອ່າງ​ໂຕ່ງ​ນ້ຳ 1.748 ກິ​ໂລ​ຕາ​ແມັດ ເນື້ອທີ່​ອ່າງເກັບນ້ຳ 9,2 ກິ​ໂລ​ຕາ​ແມັດ ພ້ອມ​ທັງ​ສ້າງ​ອຸບ​ມຸງ​ສົ່ງ​ນ້ຳ ຍາວ 14 ກິໂລແມັດ ຕິດ​ຕັ້ງ​ຈັກ 2 ໜ່ວຍ ລວມ​ກຳລັງ​ຕິດ​ຕັ້ງ 220 ເມັກ​ກາ​ວັດ ສາມາດ​ຜະລິດ​ໄຟຟ້າ​ສະເລ່ຍ​ໄດ່ 822 ກິ​ໂລ​ວັດ​ໂມງ​ຕໍ່​ປີ ລວມ​ມູນ​ຄ່າ​ການ​ລົງທຶນ 2.500 ຕື້​ກວ່າ​ກີບ (322 ລ້ານ​ໂດ​ລາ​ສະຫະລັດ) ເປັນ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ລາວ 100% ເຊິ່ງ​ດຳເນີນ​ງານ ແລະ ມອບ​ໂອນ​ຄືນ​ໃຫ້​ລັດຖະບານ (BOT) ແລະ ຄາດ​ວ່າ​ຈະ​ໃຊ້​ເວລາ​ໃນ​ການ​ພັດທະນາ​ໂຄງການ 5 ປີ ໂດຍ​ຈະ​ວ່າ​ຈ້າງ​ບໍລິສັດ​ທີ່​ມີ​ຊື່​ສຽງ ແລະ ມີ​ບົດຮຽນ​ປະສົບ​ການ​ມາ​ຮ່ວມ​ພັດທະນາ​ໂຄງການ ການ​ຜະລິດ​ໄຟຟ້າ ແມ່ນ​ຈະ​ຕອບ​ສະໜອງ​ຮັບ​ໃຊ້​ພາຍ​ໃນ​ປະເທດ​ທັງ​ໝົດ ໂດຍ​ເຊື່ອມ​ຕໍ່​ເຂົ້າ​ລະບົບ​ກະແສ​ໄຟຟ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ.

ເຂື່ອນ​ໄຟຟ້າ​ນ້ຳຕົກ ນ້ຳ​ງື່ມ 4 ຈະ​ເປັນ​ອີກ​ເຂື່ອນ​ໜຶ່ງ​ທີ່​ສາມາດ​ຕອບ​ສະໜອງ ໃຫ້​ແກ່​ການ​ຂາດແຄນ​ກະແສ​ໄຟຟ້າ​ພາຍ​ໃນ​ປະເທດ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ສາມາດ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາເຜົ່າ ໃຫ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ສາມາດ​ດັດສົມ​ນ້ຳ​ຈາກ​ເຂື່ອນ​ນ້ຳ​ງື່ມ 4 ໃຫ້​ແກ່​ເຂື່ອນ​ນ້ຳ​ງື່ມ 1 ແລະ 2 ໃຫ້​ໄດ້​ຮັບ​ຜົນ​ດີ​ຕື່ມ​ອີກ.

ທີ່ມາ : http://www.vientianemai.net/teen/khao/1/11441

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...