Homeຂ່າວຕ່າງປະເທດຕຳຫລວດມາເລເຊຍ ຈັບ 7 ຜູ້ຖືກສົງໄສກຸ່ມໄອເອັສ ຂະນະວາງແຜນໂຈມຕີທົ່ວມາເລເຊຍ!

ຕຳຫລວດມາເລເຊຍ ຈັບ 7 ຜູ້ຖືກສົງໄສກຸ່ມໄອເອັສ ຂະນະວາງແຜນໂຈມຕີທົ່ວມາເລເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມັງກອນຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດມາເລເຊຍ ໄດ້ຖະແຫລງ ສາມາດຈັບກຸມຜູ້ຖືກສົງໄສ 7 ຄົນ ທີ່ສົງໄສວ່າ ເປັນກຸ່ມນັກຮົບຫົວຮຸນແຮງ ສັງກັດຢູ່ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ພາຍໃນປະເທດມາເລເຊຍ ໂດຍສາມາດຍຶດລູກປືນໄດ້ 30 ນັດ ພ້ອມດ້ວຍໜັງສື ແລະ ວີດີໂອ ກ່ຽວກັບນັກຮົບກຸ່ມດັ່ງກ່າວ ຕະຫລອດຮອດພົບທຸງສັນຍາລັກຂອງ ກຸ່ມໄອເອັສອີກດ້ວຍ ໂດຍລະບຸວ່າ ຜູ້ຖືກສົງໄສ ຈຳນວນ 7 ຄົນດັ່ງກ່າວນີ້ ກຳລັງວາງແຜນການ ເພື່ອໂຈມຕີໃນທົ່ວປະເທດມາເລເຊຍ.

ທັງນີ້ ເຈົ້າໜ້າທີ່ຄວາມໝັ້ນຄົງຂອງມາເລເຊຍ ໄດ້ໃຊ້ມາດຕະການຂັ້ນສູງ ເພື່ອປ້ອງກັນ ແລະ ປາບປາມການກໍ່ການຮ້າຍ ພາຍຫລັງເກີດເຫດການ ບຸກໂຈມຕີນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 14 ມັງກອນ 2016 ຜ່ານມາ ແລະ ເນື່ອງຈາກໄລຍະຜ່ານມາ ຕຳຫລວດມາເລເຊຍ ສາມາດຈັບກຸມ ກຸ່ມນັກຮົບທີ່ກ່ຽວຂ້ອງກັບ ກຸ່ມລັດອິດສະລາມ ຫລາຍຄັ້ງ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...