Homeຂ່າວຕ່າງປະເທດຫິມະ​ຕົກ​ໜັກ​ຢູ່ອາ​ເມ​ລິ​ກາ​ເສຍ​ຊີ​ວິດ 24 ຄົນ

ຫິມະ​ຕົກ​ໜັກ​ຢູ່ອາ​ເມ​ລິ​ກາ​ເສຍ​ຊີ​ວິດ 24 ຄົນ

Published on

ພາຍຸ​ຫິມະ “​ໂຈ​ນາສ” ​ຕົກ​ຢູ່​ໃນ​ພື້ນ​ທີ່​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ​ນັບ​ຕັ້ງ​ແຕ່​ວັນ​ທີ 22-24 ມັງກອນ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 24 ຄົນ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​​ເສດຖະກິດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ນິວຢ​ອກຂອງ​ອາ​ເມ​ລິ​ກາ​ວ່າ ສຳນັກງານ​ອຸຕຸນິຍົມ​ວິທະຍາ​ອາ​ເມ​ລິ​ກາ(​ເອັນ​ດັບ​ເບິ​ລຢູ​ເອສ)ສາມາດ​ວັດ​ແທກ​ປະລິມານ​ຫິມະ​ຕົກ​ສະ​ສົມ​ຢູ່​ທີ່​ສວນສາທາລະນະ​ເຊັນ​ທຣັລ ​ປາກ ​ໃນ​ນິວຢອກ​ໄດ້ 68 ຊັງ​ຕີ​ແມັດ ​ໃນ​ວັນ​ທີ 24 ມັງກອນ ຖື​ເປັນ​ລະດັບ​ສູງ​ສຸດ​ເປັນອັນ​ດັບ 2 ​ໃນ​ປະຫວັດສາດ​ນັບຕັ້ງ​ແຕ່​ມີ​ການ​ບັນ​ທຶກ​ສະຖິຕິ​ໃນ​ປີ 1869 ​ແລະ ປະລິມານ​ຫິມະ​ຕົກ​ສະ​ສົມ​ໃນ​ນະ​ຄອນ​ວໍ​ຊີງ​ຕັນ​ຢູ່​ທີ່​ປະມານ 55 ຊັງ​ຕີ​ແມັດ, ຂະນະ​ດຽວ​ກັນ​ອິດ​ທິພົນ​ຂອງ​ພະຍຸ​ຫິມະ “​ໂຈ​ນາສ” ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ຕໍ່​ລະບົບ​ຂົນ​ສົ່ງ​ມວນ​ຊົນ​ເຊັ່ນ: ລົດ​ໄຟ ​ແລະ ລົດ​ເມ​ປະຈຳ​ທາງ ທີ່​ໃຫ້​ບໍລິການ​ຈຳກັດ ​ເນື່ອງ​ຈາກ​ສະພາບ​ອາກາດ​ໜາວ​ແຮງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລະບົບ​ລາງລົດ​ໄຟ ​ແລະ ສາຍ​ກາ​ນບິນ​ຕ້​​ອງ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ຫຼາຍ​ກວ່າ 12 ພັນ​ຖ້ຽວ, ​​ສ່ວນ​ຂອງ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ຄັ້ງ​ນີ້​ຢູ່​ທີ່ 24 ຄົນ ​ໂດຍ​ສາຍ​ເຫດ​ຂອງ​ການ​ເສຍ​ຊີ​ວິດ​ສ່ວນ​ໃຫຍ່​ກ່ຽວຂ້ອງ​ກັບ​ອຸບັດ​ເຫ​ດທາງ​ລົດ.

ທັງ​ນີ້ ​ມີ​ການ​ວິ​ເຄາະ​ວ່າ ອິທິພົນ​ຂອງ​ພະຍຸ​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເສດຖະກິດ​ໃຫ້​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາລະ​ຫວ່າງ 585-850 ລ້ານ​ໂດ​ລາ​ສະຫະລັດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...