Homeຂ່າວທ້ອງຖິ່ນສຳປະທານດິນລັດພັດທະນາສວນຢາງພາລາຢູ່ເມືອງນາໝໍ້

ສຳປະທານດິນລັດພັດທະນາສວນຢາງພາລາຢູ່ເມືອງນາໝໍ້

Published on

 

ໃນຕອນບ່າຍວັນທີ 21 ມັງກອນຜ່ານມາ ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ມີພິທີເຊັນສັນຍາສຳປະທານດິນຂອງລັດ ເພື່ອພັດທະນາສວນຢາງພາລາຢູ່ເມືອງນາໝໍ້ ແຂວງອຸດົມໄຊ ລະຫວ່າງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງກັບທ່ານ ນາງ ຫຍົງຈີນຊຽວ.

ໃນສັນຍາໄດ້ຕົກລົງມອບສິດພັດທະນາດິນ ເພື່ອພັດທະນາສວນຢາງພາລາຢູ່ເຂດບ້ານຫ້ວຍແຮ, ບ້ານພູທອງ, ບ້ານຫ້ວຍອອນ ແລະບ້ານປາງດູ ເມືອງນາໝໍ້ໃນເນື້ອທີ່ທັງໝົດ 420 ກວ່າເຮັກຕາ ໃຫ້ທ່ານນາງ ຫຍົງຈີນຊຽວ ສຳປະທານເພື່ອນຳໃຊ້ເຂົ້າໃນການພັດທະນາສວນຢາງພາລາໃນໄລຍະເວລາ 30 ປີ ເລີ່ມແຕ່ປີ 2015 ເຖິງປີ 2045 ໃນນັ້ນ ຈະຍົກເວັ້ນຄ່າສຳປະທານເປັນຈ່າຍຄ່າທຳນຽມທີ່ດິນໄລຍະເວລາ 4 ປີ (2015-2019) ເນື່ອງຈາກຕົ້ນຢາງພາລາຍັງນ້ອຍບໍ່ສາມາດປາດໄດ້ ແລະຈະຊຳລະຄ່າສຳປະທານເລີ່ມແຕ່ປີ 2019 ເປັນຕົ້ນໄປ ພ້ອມທັງປະຕິບັດການຊຳລະຄ່າສຳປະທານຕາມລັດຖະບັນຍັດຂອງປະທານປະເທດ ແລະດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເອົາທີ່ດິນຂອງລັດໃຫ້ເຊົ່າ ຫຼື ສຳປະທານ.

ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ ລົງນາມໂດຍທ່ານ ທອງຈັນ ສຸກສັກດາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະຕາງໜ້າຜູ້ສໍາປະທານລົງນາມໂດຍທ່ານນາງ ຫຍົງ ຈີນຊຽວ ຜູ້ສຳປະທານ, ມີຕາງໜ້າຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະຫ້ອງການຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...