Homeຂ່າວພາຍ​ໃນກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຈະຄວບຄຸມອັດຕາຫວ່າງງານ ໃຫ້ຍັງເຫລືອ 2%!

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຈະຄວບຄຸມອັດຕາຫວ່າງງານ ໃຫ້ຍັງເຫລືອ 2%!

Published on

ຂປລ.​ ແຫ​ລ່ງຂ່າວ​ຈາກ​ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ-​ສັງຄົມ​ໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2015-2016 ຂະ​ແໜງ​ແຮງ​ງານ ​ແລະ ​ສະຫວັດດີ​ການ–ສັງຄົມ​ ຈະ​ສູ້​ຊົນ​ຄວບ​ຄຸມ​ອັດຕາ​ການຫວ່າງງານຈາກ 4%​ ໃຫ້​​ເຫລືອ 2%, ​ໂດຍ​ຈະ​ເລັ່ງ​ສົ່ງ​​ເສີມ​ໃຫ້​ສະຖານ​ທີ່​ພັດທະນາ​ສີມື​ແຮງ​ງານ​ ​ແລະ ພາກ ສ່ວນ​ຕ່າງໆ ສ້າງ​ໂອກາດ​ໃຫ້​ແຮງ​ງານ​ຈໍານວນ 131.616 ຄົນ ​ໄດ້​ຮັບ​ການ​ພັດທະນາ​ສີມື​​ຕາມ​ເງື່ອນ​ໄຂ​ທີ່​ເໝາະ​ສົມ, ​ແນ່​ໃສ່​ສ້າງ​ມາດຖານ​ສີມື​ແຮງ​ງານ​ໃຫ້​ໄດ້ 5 ສາຂາ​ອາຊີບ ​ເຊັ່ນ: ຊ່າງ​ໄຟ ຟ້າ​ເອ​ເລັກ​ໂຕຣ​ນິກ, ສ້ອມ​ແປງ, ກົນ​ຈັກ, ຊ່າງ​ກໍ່ ​ແລະ ອອກ​ແບບ,  ດັດສົມ​ ລະຫວ່າງ​ ຄວາມ​ຕ້ອງການ ​ແລະ ການ​ສະໜອງ​ແຮງ​ງານ​ເພີ່ມ​ຂຶ້ນ​ໃໝ່​ໃຫ້​ໄດ້ 143.239 ຄົນ​ໃຫ້​ເຂົ້າ​ສູ່​ຕະຫລາດ​ແຮງ​ງານ.

ກະຊວງ​ແຮງ​ງານ​ ​ແລະ ສະຫວັດດີ​ການ​ສັງຄົມ​ ​ໃຫ້​ຮູ້​ຕື່ມ​ວ່າ: ຂະ​ແໜງ​ແຮງ​ງານ ​ແລະ ສະ ຫວັດດີ​ການ–ສັງຄົມ​ ຈະ​ສືບ​ຕໍ່ສູ້​ຊົນປັບປຸງ​ສູນ​ພັດທະນາ​ສີມື​ແຮງ​ງານ​ຢູ່​ພາກ​ເໜືອ ​ໃຫ້​ເປັນ​ສູນ​ທົດ​ສອບ–ອອກ​ໃບ​ຢັ້ງຢືນ​ມາດຕະຖານ​ສີມື​ແຮງ​ງານ​ໃຫ້​ສໍາ​ເລັດ, ຂຶ້ນ​ທະບຽນ​ຜູ້​ອອກ​ແຮງ​ງານ​ແຕ່ 100 ຄົນ ​ຂຶ້ນ​ໄປ​ໃຫ້​ໄດ້ 6 ​ແຫ່ງ ​ແລະ ສູ້​ຊົນ​ສ້າງ​ຫົວໜ່ວຍ​ແຮງ​ງານ ​​ໃຫ້ໄດ້​ມາດຕະຖານ​ແຮງ​ງານ​ແຫ່ງ​ຊາດ 3 ​ແຫ່ງ, ປັບປຸງ​ການ​ບໍລິການ​ຈັດ​ຫາ​ງານ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ​ດ້ວຍ​ຫລາຍ​ຮູບ​ແບບ ​ແລະ ຫລາຍ​ທາງ​ເລືອກ​ໃຫ້​ສາ​ມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ຂອງ​ຕະຫລາດ​ແຮງ​ງານ​ໄດ້ ​ໄປ​ຄຽງ​ຄູ່​ກັນ​ນີ້ ຈະ​ສູ້​ຊົນກໍ່ສ້າງ ​ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ ​ສະຖານ​ທີ່​ພັດທະນາ​ສື​ມື​ແຮງ​ງານ​ຢູ່​ບັນດາ​ແຂວງ, ​ເອົາ​ໃຈ​ໃສ່​ສ້າງ​ມາດຕະຖານ​ໂຄງ​ສ້າງ​ຫລັກສູດ​ອາຊີວະ​ສຶກສາ ​ແລະ ການ​ຝຶກ​ອົບຮົມ​ວິຊາ​ຊີບ ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ, ສົ່ງ​ເສີມ​ການ​ເຂົ້າ​ຮຽນ​ເຕັກນິກ​ວິຊາ​ຊີບ​ໃຫ້​ຫລາຍ, ປັບປຸງ​ຄຸນ​ນະພາ​ບ ​ແລະ ມາດຕະຖານ​ວຽກ​ງານ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຂັ້ນ​ສູງ ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແຫ່ງ​ຊາດ ​ແລະ ພາກ​ພື້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...