Homeຂ່າວພາຍ​ໃນມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ

ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ

Published on

20140326143031 (1)

ຕາມ​ການ​ກວດກາ​ປະ​ເມີນ​ຜົນ​ທົ່ວ​ເມືອງ​ສີ​ໂຄດ​ຕະບອງ ນວ ເຫັນ​ວ່າ​ຍັງ​ມີ​ຄອບຄົວ​ທີ່​ຍັງ​ບໍ່​ພົ້ນ​ທຸກ 1 ຄອບຄົວ​ຄື: ຄອບຄົວ​ທ້າວ ອຸໄທ ແຕ່​ກ່ອນ​ແມ່ນ​ຢູ່​ບ້ານ​ຂຸນ​ຕາ​ທ່າ ປັດຈຸບັນ​ຄອບຄົວ​ຂອງ​ຜູ້ກ່ຽວ​ໄດ້​ຍົກຍ້າຍ​ມາ​ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະບອງ ດັ່ງນັ້ນ ມາ​ຮອດ​ວັນ​ທີ 25 ມີນາ 2014 ນີ້ ຄະນະ​ພັກ ອົງການ​ປົກຄອງ​ເມືອງ​ສີ​ໂຄດ​ຕະບອງ ກໍ່​ຄື​ຫ້ອງການ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ເມືອງ​ສີ​ໂຄດ​ຕະບອງ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍເຫຼືອ​ໄປ​ມອບ​ໃຫ້​ຄອບຄົວ​ດັ່ງກ່າວ ປະກອບ​ມີ ຊີມັງ 1 ໂຕນ ສັງກະສີ 50 ແຜ່ນ ດິນ​ບ໋ອກ 400 ກ້ອນ ຫີນ​ແຮ່ 1 ລົດ ດິນຊາຍ 1 ລົດ ລວມ​ມູນ​ຄ່າ​ທັງ​ໝົດ 4.500.000 ກີບ ທັງ​ນີ້​ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ແກ້​ໄຂ​ຄອບຄົວ​ທຸກ​ຍາກ ເພື່ອ​ໃຫ້​ຄອບຄົວ​ທ້າວ ອຸໄທ ໄດ້​ມີ​ການ​ພັດທະນາ​ດີ​ຂຶ້ນ.

ພິທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ນາງ ພູ​ວຽງ ແກ້ວ​ວົງ​ວິຈິດ ເຈົ້າເມືອງ​ສີ​ໂຄດ​ຕະບອງ ເປັນ​ຜູ້​ກ່າວ​ມອບ ແລະ ທ່ານ ອຸໄທ ພ້ອມ​ພັນ​ລະ​ຍາ ກ່າວ​ຮັບ​ໂດຍ​ຊ້ອງ​ໜ້າ​ທ່ານ ແສງ​ສຸລິຍັນ ສີ​ລິ​ໂພຄາ ຫົວໜ້າ​ຫ້ອງການ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ເມືອງ ພ້ອມ​ດ້ວຍ​ນາຍບ້ານ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເປັນ​ສັກຂີ​ພິຍານ.

 

ທີ່ມາ :http://www.vientianemai.net/teen/khao/1/11438

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...