spot_img
Homeຂ່າວພາຍ​ໃນເປີດແລ້ວຖ້ຽວບິນວຽງຈັນ-ຫລວງພະບາງ ຂອງລາວເດີນອາກາດ

ເປີດແລ້ວຖ້ຽວບິນວຽງຈັນ-ຫລວງພະບາງ ຂອງລາວເດີນອາກາດ

Published on

tue25mar1

ໃນວັນທີ 15.03.2014 ຜ່ານມານີ້, ບໍລິສັດ ລາວເດີນ ອາກາດ (Lao Skyway) ໄດ້ ເປີດຖ້ຽວບິນປະຖົມມະເລີກ ນະຄອນຫຼວງວຽງຈັນ-ຫຼວງ ພະບາງ-ນະຄອນຫຼວງ ວຽງ ຈັນ ດ້ວຍເຮືອບິນ MA60, ເຊິ່ງຈະໄດ້ບິນ 3 ຖ້ຽວຕໍ່ 1 ອາທິດໃນໄລຍະເບື້ອງຕົ້ນຄື: ອັງ ຄານ, ພະຫັດ, ເສົາ ແລະ ຫຼັງ ຈາກນັ້ນຈະໄດ້ເພີ່ມຖ້ຽວບິນ ຕາມຈຳນວນຜູ້ໂດຍສານຕົວ ຈິງ ໃນລາຄາເລີ່ມຕົ້ນແມ່ນ 299.000 ກີບຕໍ່ຖ້ຽວ.
ນອກຈາກນີ້, ບໍລິສັດ ລາວເດີນອາກາດຍັງໄດ້ເປີດ ເສັ້ນບິນໄປ 3 ແຂວງພາກ ເໜືອດັ່ງນີ້:  ຖ້ຽວບິນນະຄອນ ຫຼວງວຽງຈັນ-ບໍ່ແກ້ວ-ນະ ຄອນຫຼວງວຽງຈັນ, ເລີ່ມແຕ່ ວັນທີ 21.03.2014 ແລະ ຈະບິນ ທຸກໆວັນຈັນ ແລະ ວັນສຸກ ລາຄາເລີ່ມຕົ້ນແມ່ນ 399.000 ກີບ, ນະຄອນຫຼວງ ວຽງຈັນ-ອຸດົມໄຊ-ນະຄອນ ຫຼວງວຽງຈັນ ເລີ່ມໃນວັນທີ 26.03.2014 ແລະ ຈະບິນ ທຸກໆວັນພຸດ ແລະ ວັນອາທິດ ລາຄາເລີ່ມຕົ້ນແມ່ນ 399.000 ກີບ ແລະ ຖ້ຽວບິນ ນະຄອນຫຼວງວຽງຈັນ-ຫຼວງ ນ້ຳທາ-ນະຄອນຫຼວງວຽງຈັນ, ເລີ່ມໃນວັນທີ 04.04.2014, ແລະ ຈະບິນທຸກໆວັນຈັນ ແລະ ວັນສຸກ ລາຄາເລີ່ມ ຕົ້ນແມ່ນ 399.000 ກີບ.
ລາຍລະອຽດສອບຖາມ ຂໍ້ມູນການບິນໄດ້ທີ່ເບີ 1441 ແລະ 021 513007 ຫຼື ທ່ານ ສາມາດພົວພັນທີ່ຫ້ອງຂາຍ ທີ່ ໂຮງແຮມ ແສງທຽນ ຕັ້ງຢູ່ ບ້ານວັດໄຕໃຫຍ່ທົ່ງ ເມືອງສີ ໂຄດຕະບອງ ນະຄອນຫຼວງ ວຽງຈັນ ຫຼື ຫ້ອງຂາຍປີ້ຢູ່ສະ ໜາມບິນວັດໄຕ ຕຶກພາຍໃນ ແລະ ຕົວແທນຈຳໜ່າຍປີ້ຍົນ ທົ່ວປະເທດ.

ທີ່ມາ http://www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...