Homeຂ່າວພາຍ​ໃນຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ້ຽມຢາມແມ່ທັບພາກທີ 3 ກອງທັບບົກແຫ່ງຣາຊະອານາຈັກໄທ

ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ້ຽມຢາມແມ່ທັບພາກທີ 3 ກອງທັບບົກແຫ່ງຣາຊະອານາຈັກໄທ

Published on

tue25mar2

ຄະນະຜູ້ແທນກົມໃຫຍ່ ເສນາທິການກອງທັບປະຊາ ຊົນລາວ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ຄຳລຽງ ອຸທະໄກສອນ, ຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ ພ້ອມຄະນະ   ໄດ້ເດີນທາງໄປຢ້ຽມຢາມແມ່ທັບພາກທີ 3, ກອງທັບບົກແຫ່ງຣາຊະອານາ ຈັກໄທ ໃນລະຫວ່າງວັນທີ 21-23 ມີນາ 2014 ນີ້, ໂດຍ ໃຫ້ການຕ້ອນຮັບຈາກທ່ານ ພົນໂທ ປຣີຊາ ຈັນໂອຊາ ແມ່ ທັບພາກທີ 3 ກອງທັບບົກ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ. ການຢ້ຽມຢາມ ຄັ້ງນີ້, ຄະນະຜູ້ແທນການທະ ຫານຂັ້ນສູງກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ນຳພາໂດຍທ່ານພົນຈັດຕະ ວາ ຄຳລຽງ ອຸທະໄກສອນ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ໄດ້ພົບປະກັນຄະນະຜູ້ແທນແມ່ທັບພາກທີ 3 ກອງທັບບົກລາຊະອານາ ຈັກໄທ ນຳພາໂດຍທ່ານພົນ ໂທ ປຣີຊາ ຈັນໂອຊາ, ແມ່ທັບພາກທີ 3 ໄດ້ພົບປະເຊິ່ງກັນ ແລະ ກັນດ້ວຍໄມຕີຈິດມິດ
ຕະພາບຖານບ້ານໃກ້ເຮືອນ ຄຽງທີ່ດີ ແລະ ໃນການຮ່ວມມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມບໍລິເວນຊາຍແດນ ທົ່ວ ໄປລາວ-ໄທ ແລະ ໃຫ້ການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານອື່ນໆ ເພື່ອເຮັດໃຫ້ ເສັ້ນຊາຍແດນລະຫວ່າງສອງ ປະເທດກາຍເປັນເສັ້ນຊາຍ ແດນແຫ່ງສັນຕິພາບ, ມິດຕະ ພາບເພື່ອການພັດທະນາເພື່ອ ຄວາມພູນສຸກຂອງປະຊາຊົນ ທັງສອງປະເທດລາວ-ໄທ ພ້ອມກັນກ້າວເຂົ້າສູ່ການເປັນ ປະຊາຄົມອາຊຽນໃນປີ 2015. ໃນໂອກາດການຢູ່ ຢ້ຽມຢາມແມ່ທັບພາກທີ 3 ຣາຊະອານາຈັກໄທ ຂອງຄະ ນະຜູ້ແທນກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ຄັ້ງນີ້ຍັງໄດ້ໄປຢ້ຽມຢາມ ແລະ ນະມັດສະການວັດພະທາດ ດອຍສຸເທບ ເຊິ່ງເປັນວັດທີ່ສຳ ຄັນແຫ່ງຫນຶ່ງຂອງຊຽງໃຫມ່, ທັດສະນະສຶກສາຢູ່ພະຕຳນັກ ພູພິງຄຣານິເວດ, ໂຄງການ ດອຍຕຸງທີ່ແຂວງຊຽງຣາຍ, ກາບໄຫວ້ພະທາດຈອມກິດຕິ ທ່ຽວຊົມວັດຮ່ອງຊຸນ ແລະ ສະ
ຖານທີ່ທ່ອງທ່ຽວຈຳນວນ ຫນຶ່ງ ກ່ອນເດີນທາງກັບປະເທດ ໃນຕອນບ່າຍວັນທີ 23 ມີນາ 2014.     v ຄະນະຜູ້ແທນກົມໃຫຍ່ ເສນາທິການກອງທັບປະຊາ ຊົນລາວ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ຄຳລຽງ ອຸທະ ໄກສອນ, ຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ ພ້ອມຄະນະ   ໄດ້ເດີນທາງໄປຢ້ຽມຢາມແມ່ທັບພາກທີ 3, ກອງທັບບົກແຫ່ງຣາຊະອານາ ຈັກໄທ ໃນລະຫວ່າງວັນທີ 21-23 ມີນາ 2014 ນີ້, ໂດຍ ໃຫ້ການຕ້ອນຮັບຈາກທ່ານ ພົນໂທ ປຣີຊາ ຈັນໂອຊາ ແມ່ ທັບພາກທີ 3 ກອງທັບບົກ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ. ການຢ້ຽມຢາມ ຄັ້ງນີ້, ຄະນະຜູ້ແທນການທະ ຫານຂັ້ນສູງກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ນຳພາໂດຍທ່ານພົນຈັດຕະ ວາ ຄຳລຽງ ອຸທະໄກສອນ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ໄດ້ພົບປະກັນຄະນະຜູ້ແທນແມ່ທັບພາກທີ 3 ກອງທັບບົກລາຊະອານາ ຈັກໄທ ນຳພາໂດຍທ່ານພົນ ໂທ ປຣີຊາ ຈັນໂອຊາ, ແມ່ທັບ
ພາກທີ 3 ໄດ້ພົບປະເຊິ່ງກັນ ແລະ ກັນດ້ວຍໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນ ຄຽງທີ່ດີ ແລະ ໃນການຮ່ວມ
ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມບໍລິເວນຊາຍແດນ ທົ່ວ ໄປລາວ-ໄທ ແລະ ໃຫ້ການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານອື່ນໆ ເພື່ອເຮັດໃຫ້ ເສັ້ນຊາຍແດນລະຫວ່າງສອງ ປະເທດກາຍເປັນເສັ້ນຊາຍ ແດນແຫ່ງສັນຕິພາບ, ມິດຕະ ພາບເພື່ອການພັດທະນາເພື່ອ ຄວາມພູນສຸກຂອງປະຊາຊົນ ທັງສອງປະເທດລາວ-ໄທ ພ້ອມກັນກ້າວເຂົ້າສູ່ການເປັນ ປະຊາຄົມອາຊຽນໃນປີ 2015. ໃນໂອກາດການຢູ່ ຢ້ຽມຢາມແມ່ທັບພາກທີ 3 ຣາຊະອານາຈັກໄທ ຂອງຄະ ນະຜູ້ແທນກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ຄັ້ງນີ້ຍັງໄດ້ໄປຢ້ຽມຢາມ ແລະ ນະມັດສະການວັດພະທາດ ດອຍສຸເທບ ເຊິ່ງເປັນວັດທີ່ສຳ ຄັນແຫ່ງຫນຶ່ງຂອງຊຽງໃຫມ່, ທັດສະນະສຶກສາຢູ່ພະຕຳນັກ ພູພິງຄຣານິເວດ, ໂຄງການ ດອຍຕຸງທີ່ແຂວງຊຽງຣາຍ, ກາບໄຫວ້ພະທາດຈອມກິດຕິ ທ່ຽວຊົມວັດຮ່ອງຊຸນ ແລະ ສະ
ຖານທີ່ທ່ອງທ່ຽວຈຳນວນ ຫນຶ່ງ ກ່ອນເດີນທາງກັບປະເທດ ໃນຕອນບ່າຍວັນທີ 23 ມີນາ 2014.

 

ທີ່ມາ http://www.kongthap.gov.la

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...