Homeມູມໄອທີລາວຫົວເຫວີຍມຸ່ງສ້າງຄວາມຮ່ວມມືແລະງານວິໄຈ ເພື່ອຂັບເຄື່ອນນະວັດຕະກຳແຫ່ງອະນາຄົດ

ຫົວເຫວີຍມຸ່ງສ້າງຄວາມຮ່ວມມືແລະງານວິໄຈ ເພື່ອຂັບເຄື່ອນນະວັດຕະກຳແຫ່ງອະນາຄົດ

Published on

ຫົວເຫວີຍມຸ່ງສ້າງຄວາມຮ່ວມມືແລະງານວິໄຈ ເພື່ອຂັບເຄື່ອນນະວັດຕະກຳແຫ່ງອະນາຄົດ

ຜົນປະກອບການທາງທຸລະກິດອັນໂດດເດັ່ນຂອງຫົວເຫວີຍເປັນຜົນມາຈາການລົງທຶນຢ່າງມະຫາສານໃນການຄິດຄົ້ນນະວັດຕະກຳແລະການເຮັດວິໃຈແລະການພັດທະນາ (R&D) ໂດຍຫົວເຫີວຍໄດ້ກໍສ້າງສະຖາບັນວິໃຈເຖິງ 16 ແຫ່ງທົ່ວໂລກທັງໃນປະເທດຈີນ, ເຢຍລະມັນ, ສະວີເດັນ, ຣັດເຊຍ ແລະ ອິນເດຍ. ໃນປີ 2014 ຫົວເຫີວຍໃຊ້ເງິນຫຼາຍເຖິງ 14.2% ຂອງລາຍໄດ້ໃນແຕ່ລະປີເພື່ອການວິໃຈແລະພັດທະນາໂດຍສະເພາະເຮັດໃຫ້ບໍລິສັດມີການຈົດສິດທິບັດຫຼາຍເຖິງ 76,687 ອັນ ໃນຈຳນວນນີ້ມີ 18,000 ອັນທີ່ບໍລິສັດນຳມາປະຍຸກໃຊ້ກັບສະມາດໂຟນຂອງບໍລິສັດນຳອີກ.

ຫົວເຫວີຍມີການນຳນະວັດຕະກຳທີ່ຄິດຄົ້ນຂື້ນມາເອງມາປະຍຸກໃຊ້ກັນສະມາດໂຟນໃໝ່ລ່າສຸດຢູ່ສະເໝີເພື່ອໃຫ້ຜູ້ໃຊ້ໄດ້ຮັບປະສົບການການໃຊ້ງານທີ່ສຸດຍອດ ຫົວເຫີວຍໃຊ້ເງິນລົງທຶນຈຳນວນ 98 ລ້ານໂດລ້າໃນຊ່ວງເວລາສາມປີຈັດຕັ້ງທີມວິໃຈໃນປະເທດຝັ່ຣງເພື່ອສ້າງ ISP ທີ່ຫົວເຫີວຍພັດທະນາຂື້ນມາເອງເປັນຄັ້ງທຳອິດສຳລັບສະມາດໂຟນລຸ້ນ Mate 8 ເຮັດໃຫ້ຜູ້ໃຊ້ງານສາມາດຖ່າຍຮູບໄດ້ງ່າຍຂື້ນດ້ວຍລະບົບໂຟກັດທີ່ວ່ອງໄວຄວາມຄົມຊັດທີ່ຫຼາຍຂື້ນແລະເສດສີທີ່ຜິດພ້ຽນນ້ອຍລົງ ນອກຈາກນັ້ນເທັກໂນໂລຢີ Press Touch ໃນ Mate S ຍັງເປີດປະສົບການຂອງການໃຊ້ລະບົບຈໍສຳພັດແບບສອງມິຕິເຂົ້າສູ່ຍຸກສະໄໝແຫ່ງການປະຕິສຳພັນກັນລະຫວ່າງມະນຸດກັບເຄື່ອງຈັກຍັງບໍລວມເຖິງເທັກໂນໂລຢີ Fingerprint 2.0 ເຊິ່ງມີຄວາມໄວໃນການກວດສອບລາຍນີ້ວມືໄວຂື້ນເຖິງ 100% ໃນຂະນະທີ່ເທັກໂນໂລຢີ Knuckle ກໍ່ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ໃຊ້ງານ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...