ຊີວະ​ປະຫວັດ​ຫຍໍ້ຂອງ ທ່ານ ບຸນ​ຍັງ ວໍລະ​ຈິດ

a7e6d551472e497dac025b691818a960

1.  ຊື່ ​ແລະ ນາມສະກຸນ: ທ່ານ ບຸນ​ຍັງ ວໍລະ​ຈິດ
-ວັນ​ທີ, ​ເດືອນ, ປີ​ເກີດ: 15/08/1937.
-ບ້ານ​ເກີດ: ບ້ານ​ນາ, ເມືອງ: ທ່າ​ປາງ​ທອງ, ​ແຂວງ:ສະຫວັນ​ນະ​ເຂດ.
-ບ່ອນຢູ່​ປະຈຸ​ບັນ: ບ້ານ ໜອງ​ບອນ, ​ເມືອງ:​ໄຊ​ເສດ​ຖາ, ​ແຂວງ: ນະຄອນຫຼວງ​ວຽງ​ຈັນ.

2.ຕຳ​ແໜ່​ງ, ໜ້າ​ທີ່​ຮັບຜິ​ດຊອບ​ປະຈຸ​ບັນ.
-ຕຳ​ແໜ່​ງພັກ: ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ ເລຂາທິການ​ສູນ​ກາງ​ພັກ.
-ຕຳ​ແໜ່​ງລັດ: ຮອງ​ປະທານ​ປະ​ເທດ

3.ວັນ, ​ເດືອນ, ປີ​​ເຂົ້າ​ສັງກັດ​ລັດ 06/03/1954.

4.ວັນ, ​ເດືອນ, ປີ​ເຂົ້າ​ພັກ​ສຳຮອງ 19/01/1957 ສົມບູນ 19/9/1957.

5.ວັນ, ​ເດືອນ, ປີ​ເຂົ້າ​ຊາວ​ໜຸ່ມ 1955.

6. ລະດັບ​ການ​ສຶກສາ.
-ລະດັບ​ການ​ສຶກສາ​ສາມັນ: ມ3.
-ການ​ສຶກສາ​ດ້ານ​ວິຊາ​ສະ​ເພາະ: ຊັ້ນ​ສູງ, ວິຊາ: ການ​ທະຫານ
-ທິດ​ສະ​ດີ: ຊັ້ນ​ສູງ
-ພາສາ​ຕ່າງປະ​ເທດ: ພາສາ​ຫວຽດນາມ.

ປະຫວັດ​ການ​ເຄື່ອ​ນໄຫວ​ແຕ່ລະ​ໄລຍະ

-ປີ 1954-1957: ​ເປັນ​ນາຍ​ໝູ່​ຢູ່​ ກອງພັນ 605.
-ປີ 1957-1961: ຮຽນ​ວັດທະນະທຳ​ຢູ່​ຫວຽດນາມ.
-ປີ 1961-1962: ​ເປັນ​ນາຍ​ໝວດ​ຢູ່ ກອງພົນທີ່ 1.
-ປີ 1962-1968: ​ເປັນ​ຮອງ​ການ​ເມືອງ​ກອງພັນ 613.
-ປີ 1969-1972: ​ເປັນ​ຫົວໜ້າ​ຈັດ​ຕັ້ງ​ເຂດ​ຊຽງ​ຂວາງ.
-ປີ 1972-1973: ​ເປັນ​ຮອງ​ດ້ານ​ລົບ​ພາກ​ເໜືອ.
-ປີ 1973-1978: ຢູ່​ແຂວງ​ຫຼວງ​ພະ​ບາງ ​ເປັນ​ເລຂາ​ກຳລັງ​ປະສົມ.
-ປີ 1978-1980: ຮຽນ​ທິດ​ສະ​ດີ​ຊັ້ນສູງ​ຢູ່ ສ ສ ຫວຽດນາມ.
-ປີ 1980-1982: ​ເປັນ​ຫົວໜ້າ​ການ​ເມືອງ​ທະຫານ​ເຂດ​ກາງ.
-ປີ 1982-1993: ​ເປັນ​ເລຂາ​ຄະນະ​ພັກ​ແຂວງ​ສະຫວັນ​ນະ​ເຂດ, ປີ 1991 ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ສະ​ໄໝ​ທີ V ​ເລືອກ​ຕັ້ງ​ເປັນ​ກຳມະການ​ສູນ​ກາງ​ພັກ.
-ປີ 1993-1999: ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ສະ​ໄໝ​ທີ VI ​ເລື​ອກຕັ້ງ​ເປັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ.
-ປີ 1999-2001: ​ເປັນ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງ​ການ​ເງິນ.
-ປີ 2001-2006: ​ເປັນ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ.
-ປີ 2006 ​ເຖິງ​ປະຈຸ​ບັນ: ​ເປັນ​ກົມ​ການ​ເມືອງ​ສູນ​ການ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ.

0168b014af564185927c6e5792cf2605

ທີ່ມາ: CRI