Homeຂ່າວພາຍ​ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນມີນາ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນມີນາ

Published on

tue25mar5

ໃນວັນທີ 24 ມີນາ 2014 ນີ້ ທີ່ຫ້ອງປະຊຸມຄະນະປະຈຳ ສະພາແຫ່ງຊາດໄດ້ດຳເນີນ ກອງປະຊຸມຄະນະປະຈຳສະ ພາແຫ່ງຊາດປະຈຳເດືອນມີ ນາ, ໂດຍການເປັນປະທານ ຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ເຊ່ິງ  ມີບັນດາທ່ານຄະນະປະຈຳ
ສະພາແຫ່ງຊາດເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້,ມີປະ ທານສານປະຊາຊົນສູງສຸດ ລາຍງານການຄົ້ນຄ້ວາຂໍອະນຸ ມັດແຕ່ງຕັ້ງປະທານ, ຮອງປະ ທານ ແລະ ສັບປ່ຽນບ່ອນປະ ຈຳການຜູ້ພິພາກສາຂອງສານ ປະຊາຊົນທ້ອງຖ່ິນ, ການຄົ້ນ ຄ້ວາຂໍອະນຸມັດແຕ່ງຕັ້ງປະ ທານ, ຮອງປະທານສານປະ ຊາຊົນແຂວງໄຊສົມບູນ, ສ່ວນຫົວຫນ້າອົງການໄອຍະ ການປະຊາຊົນສູງສຸດລາຍ ງານການຄົ້ນຄ້ວາສະເຫນີ ສ້າງຕັ້ງອົງການໄອຍະການ ປະຊາຊົນເຂດ 4 ນະຄອນ ຫລວງ, ກຳມາທິການວັດທະ ນະທຳ-ສັງຄົມ ລາຍງານຄືນ ຄວາມຄືບຫນ້າໃນການກະ ກຽມໃຫ້ແກ່ກອງປະຊຸມ, ເນື້ອ  ໃນຂອງກອງປະຊຸມໄອໂຟ ຄອມ ຄັ້ງທີ 11, ກຳມາທິການ
ກົດຫມາຍ, ລາຍງານຄືນກ່ຽວ ກັບການຮຽບຮຽງກົດຫມາຍ, ກຳມາທິການ ປກຊ-ປກສ,
ລາຍງານຄືນການພິຈາລະນາ ໂຄງປະກອບການຈັດຕັ້ງຂັ້ນ ກົມ ແລະ ພະແນກຂອງກຳມາ ທິ ການ ປກຊ-ປກສ, ປະທານ ຄະນະສະມາຊິກສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ລາຍງານການ ຕິດຕາມກວດກາຜົນກະທົບຕໍ່ ປະຊາຊົນຈາກໂຄງການກໍ່ ສ້າງສະຫນາມບິນຢູ່ເຂດເສດ ຖະກິດສະເພາະ ທີ່ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ, ປະທານ ຄະນະສະມາຊິກສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ, ລາຍງານ ການຕິດຕາມກວດກາຜົນກະ ທົບຕໍ່ປະຊາຊົນຈາກການໃຫ້ ການ ສຳປະທານທີ່ດິນເພື່ອ ປູກຕົ້ນຢາງພາລາຢູ່ເມືອງທ່າ ແຕງ ແຂວງເຊກອງ, ກຳມາທິ ການເສດຖະກິດ, ແຜນການ ແລະ ການເງິນ ລາຍງານກ່ຽວ ກັບ ພັນທະບັດ ຕິດພັນກັບ ການຊຳລະໜີ້ສິນ ແລະ ລາຍ ງານຜົນຂອງການຕິດຕາມ ກວດກາຊຸກຍູ້ການເກັບລາຍ ຮັບງົບປະມານ, ໂຄງການລົງ ທຶນ ແລະ ການລົງທຶນຂອງ ລັດ ແລະ ຄະນະຮັບຜິດຊອບ ວຽກງານເຂດເລືອກຕັ້ງ, ລາຍ ງານການກະກຽມບົດລາຍ ງານການສ້າງຕັ້ງສະພາທ້ອງ ຖ່ິນ ແລະ ພິຈາລະນາວຽກງານ ຈຳນວນຫນ່ຶງ.
ພາຍຫລັງທີ່ປະທານ, ຄະ ນະກຳມາທິການ ແລະ ຜູ້ຮັບ ຜິດຊອບວຽກງານຕ່າງໆໄດ້ ກ່າວລາຍງານຂອງຕົນ ແລະ ພ້ອມທັງມີຈຸດປະສົງນຳເນື້ອ ໃນຕ່າງໆມາລາຍງານ ຂໍທິດຊີ້ ນຳ, ຂໍການຕົກລົງຈາກກອງ ປະຊຸມຄະນະປະຈຳສະພາ ແຫ່ງຊາດ, ພ້ອມກັນນັ້ນຄະ ນະກຳມາທິການຮັບຜິດຊອບ ວຽກງານຕ່າງໆກໍ່ໄດ້ພ້ອມກັນ ປະກອບຄຳເຫັນຢ່າງມີຈຸດ ສຸມ ແລະ ດຳເນີນໄປຕາມພາ ລະບົດບາດຂອງຕົນຢ່າງແທ້ ຈິງ.

 

ທີ່ມາ  http://www.kongthap.gov.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...