Homeຂ່າວພາຍ​ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ! ສະຫາຍ ບຸນຍັງ ວໍລະຈິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່!

ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ! ສະຫາຍ ບຸນຍັງ ວໍລະຈິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່!

Published on

ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ້ແທນບົ່ງຕົວ 1 ສະຫາຍ. ບັນດາຜູ້ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ, ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫລຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ–ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ–ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະ ຈຸດໝາຍ​ທີ່​ວາງ​ໄວ້.

ກອງ​ປະຊຸມ​ໃຫຍ່​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ຂໍ້ຄົງຄ້າງ​ໃນ​ການ​ນຳພາ​ຊີ້​ນຳ​ຂອງ​ພັກ ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ອັນ​ໜຶ່ງ ທີ່​ພາ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ ​ໃນ​ບາງ​ດ້ານ​ບໍ່​ບັນລຸຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ​ໄດ້​ເລັ່ງທວງ​ໃຫ້​ມີ​ມາດ​ຕະການ​ທີ່​ແທດ​ເໝາ​ະ ​ເພື່ອ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້ຄົງ​ຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ອັນ​ຕັ້ງໜ້າ​ຫລາຍ​ຂຶ້ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ​ຕໍ່​ໄປ.

ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ຂໍ້​ສະຫລຸບ 7 ປະການ ​ເຊິ່ງ​ເປັນ​ບົດຮຽນ​ອັນ​ປະ​ເສີດ ທີ່​ຖອດ​ຖອນ​ໄດ້​ຈາກ​ພຶດຕິ​ກຳ​ແຫ່ງ​ການຈັດ​ຕັ້ງ​ນຳພາປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ແລະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ພ້ອມ​ກັນ​ນັ້ນ ກໍ​ໄດ້​ກຳນົດ 7 ທິດ​ທາງ​ໜ້າ​ທີ່​ໃຫຍ່​ສຳລັບ​ໄລຍະ​ຕໍ່ໜ້າ, ກອງ​ປະຊຸມ​ໃຫຍ່​ໄດ້​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ຊີ້​ນຳ, ຈັດ​ຕັ້ງ​ການ​ຄົ້ນຄວ້າ​ຮໍ່າຮຽນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຢ່າງ​ເປັນ​ລະບົບ​ເລິກ​ເຊິ່ງ ​ໂດຍ​ສະ​ເພາະ​ແມ່ນ​ໃຫ້​ພະນັກງານ​ສະມາຊິກ​ພັກ ຜູ້​ທີ່​ເປັນ​ຫລັກ​ແຫ​ລ່ງ ຢູ່​ໃນ​ທຸກ​ອົງການ, ຂະ​ແໜງ​ການ, ທຸ​ກທ້ອງ​ຖິ່ນ, ທຸກ​ຂົງ​ເຂດ​ວຽກ​ງານ ​ແລະ ທຸກ​ຂັ້ນ ​ໃຫ້​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ເພື່ອ​ສາມາດ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ສອດຄ່ອງ ​ແລະ ນຳພາ​ປະຕິບັດ​ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ ທີ່​ໃຫຍ່​ຫລວງ​ຂຶ້ນ​ໄປ​ເລື້ອຍໆ; ພ້ອມ​ກັນ​ນີ້ ກໍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສືບ​ຕໍ່​ຄົ້ນຄວ້າ​ຫັນ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ບາງ​ດ້ານ ​ເປັນ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເພື່ອ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ ມີ​ບ່ອນ​ອີງ​ອັນ​ລະອຽດ​ຈະ​ແຈ້ງ​ຕື່ມ​ອີກ ສຳລັບ​ການຈັດ​ຕັ້ງ​ປະຕິບັດ; ຂະນະ​ດຽວ​ກັນ​ນັ້ນ ກໍ​ຊີ້​ນຳ​ອົງການ​ລັດ​ ໃຫ້​ຫັນ​ເປັນ​ນິຕິ​ກຳ, ​ເປັນ​​ແຜນ​ງານ ​ແລະ ​ໂຄງການ​ວຽກ​ງານ​ລະອຽດ​ໃຫ້​ໄວ ​ເພື່ອ​ຍາດ​ແຍ່ງ​ເວລາ​ຈັດ​ຕັ້ງ​ປະຕິບັດ​ເລີ່​ມ​ແຕ່​ຫົວທີ ​ແລະ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ.

II ກອງ​ປະຊຸມ​ໃຫຍ່​ໄດ້​ຟັງ​ລາຍ​ງານ​ກ່ຽວ​ກັບ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ–ສັງຄົມ​ໃນ​ໄລຍະ 10 ປີ (2016-2025)​ ​ແລະ ​ແຜນ​ພັດທະນາ​ເສດຖ​ະກິດ–ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 (2016-2020) ​ເຊິ່ງຄຳ​ຂວັນ ວິ​ໄສ​ທັດ ​​ແລະ ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ແມ່ນ “ສູ້​ຊົນ​ພັດທະນາ​ປະ​ເທດ​ເຮົາ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ກ້າວ​ໄປ​ສູ່​ປະ​ເທດ​ກຳລັງ​ພັດທະນາ ມີ​ລາຍ​ຮັບ​ປານ​ກາງ​ສູງ ຕາມ​ທິດ​ການ​ພັດທະນາ​ສີຂຽວ ​ແລະ ຍືນ​ຍົງ ​​ເມື່ອ​ເຖິງ​ປີ 2030”. ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ວິ​ໄສ​ທັດ, ຍຸດ​ທະ​ສາດ ​ແລະ ການ​ພັດທະນາ​ດັ່ງກ່າວ ​ໂດຍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊີ້​ນຳ​ລັດຖະບານ ​ໃຫ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ​ລະດັບ​ຊາດ, ລວມທັງ​ກຳນົດ​ຂອບ​ການ​ລົງທຶນ​ສຳລັບ​ໂຄງການ​ເຫລົ່າ​ນັ້ນ ພ້ອມ​ທັງ​ປຸກລະດົມ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ປວງ​ຊົນ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຈິງ.

III ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ ບົດ​ສຳ​ຫລວດ​ການ​ນຳພາ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ​ໂດຍ​ໄດ້​ຕີ​ລາຄາ​ສູງ ຕໍ່​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງ​ໃນ​ການ​ເສີມຂະຫຍາຍ​ມູນ​ເຊື້ອ ​ແລະ ບົດຮຽນ​ຂອງ​ພັກ ສາມາດ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ຫລາຍ​ດ້ານ ​ແລະ ມີ​ບາງ​ດ້ານ​ກໍ​ລື່ນ​ຄາດໝາຍ; ພ້ອມ​ກັນ​ນັ້ນ ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປັນ​ຄະນະ​ນຳ ທີ່​ມີ​ຄວາມ​ສາມັກ​ຄີ​ເປັນ​ເອກະ​ພາບ​ໜັກ​ແໜ້ນ, ​ເປັນ​ແກ່ນສານ ​ໃຫ້​ແກ່​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ; ທັງ​ມີ​ຄວາມ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນຫາ​ການ​ເສື່ອ​ມຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມບັດສິນ​ທຳ​ປະຕິວັດ ​ແລະ ການ​ກະທຳ​ທີ່​ຝືນ​ກົດ​ລະບຽບ​ຂອງ​ພັກ​ໃນ​ຖັນ​ແຖວ​ການ​ນຳ​ຂັ້ນ​ຕ່າງໆ, ພະນັກງານ ​ແລະ ສະມາຊິກ​ພັກ​ຈຳນວນ​ໜຶ່ງ.

ກອງ​ປະຊຸມ​ໃຫຍ່​ເລັ່ງທວງ​ໃຫ້ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ ​ທີ X ອອກ​ແຮງ​ເສີມ​ຂະຫຍາຍ​ຈຸດ​ດີ​ ໃນ​ດ້ານ​ຕ່າງໆ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ ​ກໍ​ວາງ​ມາດ​ຕະການ​ຈຳກັດ ​ແກ້​ໄຂ​ຈຸດ​ບົກພ່ອງ ​ແລະ ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ນຳ​ຂອງ​ພັກ ​ໃຫ້​ເດັ່ນ​ຂຶ້ນ​ຕື່ມອີກ.

IV ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ດັດ​ແປງ​ກົດ​ລະບຽບ​ຂອງ​ພັກ ​ແລະ ​ໄດ້​ຮັບຮອງ​ເອົາ​ກົດ​ລະບຽບ​ສະບັບ​ປັບປຸງ ສະ​ໄໝ​ທີ X ​ເພື່ອ​ເປັນ​ແນວທາງ​ທາງ​ດ້ານ​ການຈັດ​ຕັ້ງ ຮັບຮອງ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມ​ືອງ​ໃຫ້​ເປັນ​ຈິງ. ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ປັບປຸງ ​ໄດ້​ຖືກ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ແລ້ວ ​ແລະ ມີ​ຜົນ​ບັງຄັບ​ໃຊ້ ນັບ​ແຕ່​ມື້​ກອງ​ປະຊຸມ​ໃຫຍ່​ຮັບຮອງ​ເປັນ​ຕົ້ນ​ໄປ.

V ກອງ​ປ​ະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເຊິ່ງປະກອບ​ດ້ວຍ​ກຳມະການ​ສົມບູນ 69 ສະຫາຍ ​ແລະ ກຳມະການ​ສຳຮອງ 8 ສະຫາຍ ​ເພື່ອ​ເປັນ​ແກ່ນສານ​ນຳພາ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ ຈັດ​ຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່, ສ້າງ​ບາດກ້າວ​ບຸກທະ​ລຸ ​ໃນ​ການ​ພັດທະນາ​ໃຫ້​ເປັນ​ຈິງ ​ແລະ ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ໄປ.

ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ປະຖົມ​ມະ​ລືກ ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22 ມັງກອນ 2016 ​ໄດ້​ເປັນ​ເອກະ​ພາບ ​ເລືອກ​ຕັ້ງ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເຊິ່ງປະກອບ​ດ້ວຍ 11 ສະຫາຍ; ​ເປັນ​ເອກະ​ພາບ​ຢ່າງ​ສູງ ​ເລືອກ​ເອົາ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ພ້ອມ​ກັນ​ນັ້ນ ກໍ​ເລືອກ​ເອົາ​ກຳມະການ​ຄະນະ​ເລຂາທິການ​ສູ​ນກາງ​ພັກ 9 ສະຫາຍ; ກອງ​ປະຊຸມ​ໄດ້​ເລືອກ​ເອົາ​ ສະຫາຍ ພັນ​ຄຳ ວິພາ​ວັນ ​ເປັນ​ຜູ້​ປະຈຳການ ຄະນະ​ເລຂາທິການ​ສູນ​ກາງ​ພັກ; ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ເລືອກ​ປະທານ, ບັນດາ​ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະກອບ​ດ້ວຍ 9 ສະຫາຍ ​ໂດຍ​ແມ່ນ​ສະຫາຍ ບຸນ​ທອງ ຈິດ​ມະນີ ​ເປັນ​ປະທານ. ສຳລັບ​ການ​​ແຕ່ງ​ຕັ້ງ​ທີ່​ປຶກສາ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ X, ກອງ​ປະຊຸມ​ໄດ້​ມອບ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເປັນ​ຜູ້​ຕົກລົງ​ແຕ່ງ​ຕັ້ງ ພ້ອມ​ທັງ​ກຳນົດ​ພາລະ​ບົດບາດ ໜ້າ​ທີ່​ລະອຽດ​ຕາມ​ຫລັງ.

12417927_467516580118794_8134007441711578596_n
ສະຫາຍ ບຸນຍັງ ວໍລະຈິດ

VI ກອງ​ປະຊຸມ​ໃຫຍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ສັນລະ​ເສີນ​ພະນັກງານ, ສະມາຊິກ​ພັກ, ທະຫານ, ຕຳຫລວດ, ຜູ້​ປະກອບ​ການ​ຜະລິດ, ນັກທຸລະກິດ, ບໍລິການ ສັງກັດ​ໃນ​ທຸກ​ພາກສ່ວນ​ເສ​ດຖະກິດ ​ແລະ ປະຊາຊົນ​ລາວ​ບັນດາ​​ເຜົ່າ, ບັນດາ​ຊັ້ນ​ຄົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ທີ່​ຮັກ​ຊາດ​ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກ  ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຕະຫລອດ​ໄລຍະ 5 ປີຜ່ານມາ ​ໃຫ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​​ໃນ​ຫລາຍ​ດ້ານ ອັນ​ເປັນການ​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ເຮົາ​ສືບ​ຕໍ່​ກ້າວຂຶ້ນ​ສູ່​ຈຸດໝາຍ​ທີ່​ວາງ​ໄວ້. ພ້ອມ​ກັນ​ນັ້ນ ກໍ​ຂໍ​ສະ​​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸ​ນຄຸນ ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ປະ​ເທດ​ອ້າຍ​ນ້ອງ, ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລຳ້​ຄ່າ ​ແກ່​ພາລະກິດ​ພັດທະນາ ສ້າງສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ເຮົາ​ໃນ 5 ປີຜ່ານມາ.

ກອງ​ປະຊຸມ​ໃຫຍ່​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ພັກ​ທຸກ​ສະຫາຍ ຈົ່ງ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳໜ້າ​ໃນ​ທຸກ​ດ້ານ ນຳພາ​ມະຫາຊົນ​ປະຕິ​ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນີ້ ກໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ, ນັກຮົບ ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນ​ຄົນ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຜູ້​ຮັກ​ຊາດ ທີ່​ດຳ​ລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ຈົ່ງ​ເຊີດ​ຊູ​ນໍ້າ​ໃຈຮັກ​ຊາດ, ​ເສີມ​ຂະຫຍາຍ​ມານະ​ຈິດ​ບາກ​ບັ່ນ​ບຸກບືນ ​ເຂົ້າ​ໃສ່​ການປະຕິບັດ​ໜ້າ​ທີ່ ທຳ​ມາ​ຫາ​ກິນ ​ແລະ ສ້າງ​ສາ​ພັດທະນາ​ເພື່ອ​ສ້າງ​ປະ​ເທດ​ລາວ ​ໃຫ້​ມັ່ງ​ຄັ່ງ​ເຂ້ັມ​ແຂງ, ປະຊາຊົນ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ. ພ້ອມກັນ​ນັ້ນ ກໍ​ປະກອບສ່ວນ​ຢ່າງ​ສົມ​ກຽດ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ວັດທະ ນາ​ຂອງ​ປະຊາຄົມ​ອາ​ຊຽນ ກໍ​ຄື ​ໃນ​ພາລະກິດ​ແຫ່ງ​ການ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ສາກົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...