spot_img
Homeຂ່າວເຫດການແຂກກອງປະຊຸມໃຫຍ່ ຄັ້ງທີ X ຢ້ຽມຢາມສູນຄວບຄຸມ ດາວທຽມລາວ-ເຂດເສດຖະກິດສະເພາະ

ແຂກກອງປະຊຸມໃຫຍ່ ຄັ້ງທີ X ຢ້ຽມຢາມສູນຄວບຄຸມ ດາວທຽມລາວ-ເຂດເສດຖະກິດສະເພາະ

Published on

ບັນດາ​ແຂກ​ຖືກ​ເຊີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນປະຕິວັດລາວ ເກືອບ 200 ສະຫາຍ ໄດ້​ໄປຢ້ຽມຢາມ​ສູນ​ຄວບ​ຄຸມ​ດາວ​ທຽມລາວ (ລາວ​ແຊັດ-1) ເມືອງ​ຫາດຊາຍ​ຟອງ ແລະ ເຂດ​ເສດຖະກິດສະເພາະ ບຶງ​ທາດຫຼວງ ເມືອງໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 21 ມັງກອນ 2016 ເຊິ່ງ 2 ໂຄງການ​ດັ່ງກ່າວ ເປັນ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ຊີ້​ນຳ-ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ຕະຫຼອດ​ໄລຍະ 40 ປີ​ຜ່ານມາ.

ໂຄງການ​ດາວ​ທຽມ​ລາວ (ລາວ​ແຊັດ-1) ມີ​ບົດບາດ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ອຸດສາຫະກຳ ເຕັກ​ໂນໂລ​ຊີ ໃຫ້​ເຕີບ​ໃຫຍ່​ຢູ່ ​ສປປ ລາວ ລາວ​ແຊັດ-1 ປະກອບ​ມີ 22 ຊ່ອງ​ສັນຍານ ໃນ​ນີ້​ມີ​ຄື້ນ​ຮັບ​ໃຊ້ໂທລະ​ຄົມມະນາຄົມ 14 ຊ່ອງ ຮັບ​ໃຊ້​ການ​ກະຈາຍ​ໂທລະພາບ 8 ຊ່ອງ ເຊິ່ງ​ປະຈຳ​ຢູ່​ຕຳແໜ່ງ​ວົງໂຄຈອນ 218,5 ອົງສາ​ຕາເວັນອອກ ມີ​ພື້ນ​ທີ່​ຄວບ​ຄຸມ ​ສປປ ລາວ ແລະ 15 ປະເທດ​ອ້ອມ​ຂ້າງ ມີ​ອາຍຸ​ການ​ໃຊ້​ງານ 15 ປີ ປັດ​ຈຸບັນ ໄດ້​ມີ​ການ​ປັບປຸງ​ໂຄງ​ລ່າງການ​ສື່ສານ​ໂທລະ​ຄົມມະນາຄົມ ໃຫ້​ທັນ​ສະໄໝ​ໃນ​ການ​ກະຈາຍຄື້ນ​ວິທະຍຸ ໂທລະພາບ​ທົ່ວ​ປະເທດ ການ​ບໍລິການ​ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່ສານ​ຂໍ້​ມູນລະຫວ່າງ ​ສປປ ລາວ ກັບ​ປະເທດ​ອ້ອມ​ຂ້າງ.

ສ່ວນ​ເຂດ​ເສດຖະກິດ​ສະເພາະ ບຶງ​ທາດຫຼວງ ໄດ້​ມີ​ການພັດທະນາ​ດ້ານ​ພື້ນຖານ​ໂຄງ​ລ່າງ ຕຶກ​ອາຄານ​ຕ່າງໆ​ແບບ​ຄົບ​ວົງຈອນ ​ສຳເລັດ​ເປັນ​ສ່ວນ​ໃຫຍ່ ປັດຈຸ​ບັນ ສາມາດ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະເທດ​ຫຼາຍ​ກວ່າ 76 ລ້ານ​ໂດ​ລາ​ສະຫະລັດ ນັກ​ລົງທຶນພາຍ​ໃນ ແລະ ຕ່າງປະເທດ​ສາມາດ​ຈັບຈອງ​ເພື່ອ​ດຳເນີນ​ທຸລະກິດ ປັດຈຸບັນ ​ສປປ ລາວ ມີ​ເຂດເສດຖະກິດ​ພິເສດ ແລະ ເຂດ​ເສດຖະ​ກິດ​ສະເພາະ 13 ແຫ່ງ ມີ​ເນື້ອທີ່​ທີ່​ເປັນ​ຊັບພະຍາກອນ​ທຳ​ມະຊາດ ປະມານ 22.000 ເຮັກຕາ ເຊິ່ງ​ໄດ້​ມີ​ການ​ສ້າງ​ພື້ນຖານ​ໂຄງລ່າງ​ຢ່າງ​ມີ​ຈຸດ​ສຸມ ແລະ ສາມາດ​ຮອງ​ຮັບ​ການ​ລົງທຶນ​ທັງພາຍ​ໃນ ແລະ ຕ່າງປະເທດ​ໄດ້ຫຼາຍ​ກວ່າ 500 ບໍລິສັດ-ຫ້າງຮ້ານ ແລະ ສາມາດ​ສ້າງ​ວຽກເຮັດ​ງານ​ທຳໄດ້​ຫຼາຍ​ກວ່າ 22.000 ຕຳແໜ່ງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...