spot_img
Homeມຸມຂ່າວ AECເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ຫາລືຄວາມເປັນໄປໄດ້ ສ້າງສັນຍາການຄ້າເສລີລະຫວ່າງກັນ

ເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ຫາລືຄວາມເປັນໄປໄດ້ ສ້າງສັນຍາການຄ້າເສລີລະຫວ່າງກັນ

Published on

ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາ​ວຸໂສ​ເສດຖະກິດ​ອາ​ຊຽນ ແລະ ສະຫະ​ພາບ​ເອີ​ຣົບ (ອີ​ຢູ) ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 20 ມັງກອນ 2016 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ໂດຍເປັນ​ປະທານ​ຂອງທ່ານ ​ດຣ. ລາວ​ຮົວ ເຈີ​ຈິງ ຫົວໜ້າ​ກົມ​ນະໂຍ​ບາຍ​ການ​ຄ້າ​ຕ່າງປະເທດ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໂດຍ​ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ປະເທດ​ສະມາຊິກ​ອາ​ຊຽນ ກອງ​ເລຂາ​ອາ​ຊຽນ ແລະ ຜູ້ຕາງໜ້າ​ສະຫະ​ພາບ​ເອີ​ຣົບ​ເຂົ້າ​ຮ່ວມ.

ທ່ານ ​ດຣ. ລາວ​ຮົວ ເຈີ​ຈິງ ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ເສດຖະກິດ​ອາ​ຊຽນ ແລະ ສະຫະພາບ​ເອີ​ຣົບ ​ໄດ້​ຈັດຂຶ້ນ​ເພື່ອ​ປຶກສາ​ຫາລື​ຄວາມ​ເປັນໄປ​ໄດ້ ​ໃນ​ການ​ເຮັດ​ສັນຍາ​ການ​ຄ້າເສລີ​ລະຫວ່າງ ອາ​ຊຽນ ແລະ ອີ​ຢູ ພ້ອມ​ທັງ​ປຶກສາ​ຫາລື​ຄວາມ​ເປັນໄປ​ໄດ້​ໃນ​ຂົງເຂດ​ຕ່າງໆ ​ທີ່​ຈະ​ເປັນຜົນ​ປະໂຫຍດ​ໃຫ້​ແກ່​ສອງ​ຝ່າຍ ເປັນຕົ້ນ ດ້ານ​ການ​ອຳນວຍຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ການ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ພັດທະ​ນາ​ບຸກ​ຄະລາ​ກອນ​ຕ່າງໆ.

ພາຍຫຼັງ​ສຳເລັດ​ກອງ​ປະຊຸມດັ່ງກ່າວ​ແລ້ວ​ ໄດ້​ສືບຕໍ່​ຈັດ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ເສດຖະກິດອາ​ຊຽນ 4 ປະເທດ​ສະມາຊິກ​ອາຊຽນ​ໃໝ່ ກຳປູເຈຍ ລາວ ມຽນມາ ແລະ ຫວຽດນາມ​ຂຶ້ນ ເພື່ອປຶກສາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສ້າງແຜນ​ພັດທະນາ​ໃຫ້​ແກ່ 4 ປະເທດ ສະມາຊິກ​ອາ​ຊຽນ​ໃໝ່​ແນໃສ່​ລົບລ້າງ​ຄວາມ​ແຕກ​ໂຕນ ລະຫວ່າງອາ​ຊຽນ​ເກົ່າ ແລະ ອາ​ຊຽນ​ໃໝ່ ພ້ອມ​ທັງ​ປຶກສາ​ຫາລື​ສ້າງ​ແຜນຫຼຸດຜ່ອນ​ຄວາມ​ແຕກ​ໂຕນ 5 ປີ ເພື່ອ​ລົບ​ລ້າງ​ຄວາມ​ແຕກ​ໂຕນ​ກັນ ເຊິ່ງ​ທັງສອງ​ກອງ​ປະຊຸມ​ນີ້ ​ແມ່ນ​ກອງ​ປະຊຸມ​ປິ່ນ​ອ້ອມ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ເສດຖະກິດ​ອາ​ຊຽນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...