spot_img
Homeຂ່າວການພັດທະນາສຳ­ເລັດ​ເກືອບ​ເຄິ່ງ ການ​ສ້າງ​ທາງ​ແຕ່​ສາມ​ແຍກ ກມ 22 ທາງ 13 ໃຕ້​ຫາ​ບ້ານ​ດຸງ

ສຳ­ເລັດ​ເກືອບ​ເຄິ່ງ ການ​ສ້າງ​ທາງ​ແຕ່​ສາມ​ແຍກ ກມ 22 ທາງ 13 ໃຕ້​ຫາ​ບ້ານ​ດຸງ

Published on

ໂຄງ­ການ​ກໍ່­ສ້າງ​ທາງ​ແຕ່​ສາມ​ແຍກ ກມ 22 ທາງ​ເລກທີ 13 ໃຕ້-ບ້ານ​ຫົວ​ຊຽງ-ທາງ 450 ປີ-ບ້ານ​ດຸງ​ນະ­ຄອນ­ຫຼວງວຽງ​ຈັນ ພາຍ­ຫຼັງທີ່​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2012 ກໍນັບ​ມື້​ຈະ​ເຫັນ​ຜົນ­ສຳ­ເລັດ ໂດຍ​ເຈົ້າ​ຂອງ​ໂຄງ­ການ​ເຜີຍ​ຮູ້​ວ່າ ດຽວນີ້​ໜ້າ​ວຽກ​ທັງ​ໝົດ​ຂອງ​ໂຄງ­ການ​ສຳ­ເລັດ​ແລ້ວ​ເກືອບ​ຈະ​ເຄິ່ງ ຊຶ່ງຄາດ​ວ່າ​ທ້າຍ​ປີ 2017 ຈະ​ໃຫ້​ສຳ­ເລັດ​ສົມ­ບູນ.

DSC_0417

ທ່ານ ສຸດ​ໃຈ ດວງ​ດາ​ຣາ ຫົວ­ໜ້າ​ໂຄງ­ການ​ດັ່ງ­ກ່າວ​ໃຫ້​ສຳພາດ​ກັບ​ທີມ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ ມື້­ວານ​ນີ້​ວ່າ: ໂຄງ­ການ​ກໍ່ສ້າງ​ທາງ​ແຕ່ 3 ແຍກ ກິ­ໂລ­ແມັດ 22 ທາງ​ເລກ​ທີ 13 ໃຕ້-ບ້ານຫົວ​ຊຽງ-ຖະ­ໜົນ 450 ປີ ທີ່​ຕິດ​ພັນ​ກັບ​ການ​ອຳ­ນວຍ​ຄວາມ​ສະດວກ​ໃນ​ການ​ເຊື່ອມ​ຈອດແກ່​ເຂດ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ການ​ຄ້າວຽງ​ຈັນ ໂນນ​ທອງ ເມືອງ​ໄຊ​ທາ­ນີ ແລະ​ເຂດ​ເສດ­ຖະ­ກິດ​ກວມລວມ​ເມືອງ​ໄຊ​ເສດ​ຖາ, ສ່ວນ​ອີກ​ດ້ານ​ໜຶ່ງ​ແມ່ນ​ເພື່ອ​ລະ­ບາຍ​ການສັນ­ຈອນ​ຂອງ​ພາ­ຫະ­ນະ​ບໍ່​ໃຫ້​ຜ່ານ​ຕົວ​ເມືອງ​ນະ­ຄອນ­ຫຼວງ, ທັງຊ່ວຍ​ຫຼຸດ­ຜ່ອນ​ການ​ແອ​ອັດ​ຂອງ​ການສັນ­ຈອນ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຊຶ່ງ​ເຫັນ​ໄດ້​ເຖິງ​ຄວາມ​ສຳ­ຄັນ​ອັນ​ຈຳ­ເປັນ​ຂອງ​ເສັ້ນ­ທາງ ດັ່ງ­ກ່າວ ພັກ-ລັດກໍ​ຄື​ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ລົງ­ທຶນເຂົ້າ​ໃນ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ດ້ານ​ເສັ້ນ­ທາງ​ດັ່ງກ່າວ ໂດຍ​ເຫັນ​ດີ​ເປັນ​ເອ­ກະ​ພາບມອບ​ໃຫ້​ບໍ­ລິ­ສັດ​ສະ­ຫະກໍ່­ສ້າງ​ຄົບ​ວົງ​ຈອນ ຈຳ­ກັດ ລົງ­ທຶນ​ຮັບ​ເໝົາ​ກໍ່­ສ້າງ​ດ້ວຍ​ທຶນຂອງ​ບໍ­ລິ­ສັດ​ເອງ ແລະ​ລັດ​ຈະ​ໄດ້​ຂຶ້ນ​ແຜນ​ຊຳ­ລະ​ພາຍ­ຫຼັງວຽກ​ກໍ່­ສ້າງ​ສຳ­ເລັດ​ພາຍ​ໃນ​ກຳ­ນົດ 5 ປີ ລວມ​ມູນ​ຄ່າ ຂອງ​ໂຄງ­ການ​ທັງ​ໝົດ​ແມ່ນ 542,84 ຕື້​ກີບ​ໃນ​ໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ, ໃນ​ນີ້ ຈຸດ​ເລີ່ມ​ແມ່ນ​ຈາກສາມ​ແຍກ​ທາງ 13 ໃຕ້ ກມ 22 ຫາບ້ານ​ຫົວ​ຊຽງ-ເຂດ​ອຸດ­ສາ­ຫະ­ກຳ​ບ້ານໂນນ​ທອງ-ບ້ານ​ດຸງ ມີ​ຄວາມ​ຍາວ 19 ກິໂລ​ແມັດ, ກວ້າງ 18 ແມັດ, ໜ້າ​ທາງ​ປູ ດ້ວຍ​ເບ​ຕົງ​ເສີມ​ເຫຼັກ, ມີ​ດອນ​ກາງ​ທາງ, ມີ​ຮ່ອງ​ລະ­ບາຍ​ນ້ຳ, ທາງ​ຄົນ​ຍ່າງ ແລະ ໄຟ​ເຍືອງ​ທາງ​ສອງ​ຝາກ​ທາງ, ມີ​ຈຸດ​ທີ່​ຜ່ານເຂດ​ຊຸມ​ຊົນ​ເຂດ​ອຸດ­ສາ­ຫະ­ກຳ​ຄວາມກວ້າງ​ທັງ​ໝົດ​ແມ່ນ 21 ແມັດ.

ໂຄງ­ການ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່ເດືອນ​ພະ­ຈິກ​ປີ 2012 ເປັນ­ຕົ້ນ​ມາ ຈົນມາ​ຮອດ​ປະ­ຈຸ​ບັນ ບັນ­ດາ​ໜ້າ​ວຽກ​ທັງ­ຫຼາຍ ແມ່ນ​ສຳ­ເລັດ​ແລ້ວ 42,50%, ເຫັນ​ວ່າ ການ​ປະ­ຕິ­ບັດ​ແມ່ນ​ບໍ່​ສາ­ມາດ​ໄປ​ຕາມ​ແຜນທີ່​ກຳ­ນົດ​ໄວ້ຄືຊ້າ​ກວ່າ​ແຜນ­ການ ເນື່ອງ
ຈາ​ກວ່າ​ມີ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ໄກ່​ເກ່ຍປະ­ຊາ­ຊົນ​ອອກ​ຈາກ​ແລວ​ທາງ, ອີກ​ສ່ວນໜຶ່ງ​ແມ່ນ​ຍ້ອນ ສະ­ພາບ​ໂດຍ​ລວມ​ຂອງບໍ­ລິ­ສັດ​ທີ່​ລົງ­ທຶນ​ຍັງ​ບໍ່​ຄ່ອງ​ຕົວ​ດ້ານ​ທຶນຮອນ​ທີ່​ນຳ​ເຂົ້າ​ສູ່​ໂຄງ­ການ​ຍັງ​ມີ​ຄວາມຫຍຸ້ງ­ຍາກ, ເຖິງ​ຢ່າງ­ໃດ​ກໍ​ຕາມ ແຕ່​ບໍ​ລິ
ສັດ​ກໍ​ຍັງ​ໄດ້​ສຸມ​ກຳ­ລັງ ແລະ​ທຶນ­ຮອນ​ເຂົ້າໃນ​ວຽກ​ງານ​ດັ່ງ­ກ່າວ ຊຶ່ງ​ເຮັດ​ໃຫ້​ມີ​ບາງໜ້າ​ວຽກ​ສຳ­ເລັດ​ແລ້ວ ເປັນ­ຕົ້ນ​ແມ່ນ ເທເບ​ຕົງ​ແຕ່ 3 ແຍກ​ທາງ 13 ໃຕ້ ຜ່ານເຂດ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ວຽງ​ຈັນ ໂນນ​ທອງ​ຫາ​ບ້ານ​ຫົວ​ຊຽງ ໄດ້ 7,5 ກິໂລ​ແມັດ, ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ, ວຽກ​ອະນາ​ໄມ​ບຸກ­ເບີກ​ແລວ​ທາງ, ວຽກ​ລະ­ບົບ​ລະບາຍ​ນ້ຳ ແລະ​ທາງ​ຄົນ​ຍ່າງ​ຈຳ­ນວນ​ໜຶ່ງ.

ປະ­ຈຸ​ບັນ​ທາງ​ເຈົ້າ​ຂອງ​ໂຄງ­ການ ແລະ ບໍ­ລິ­ສັດ​ຜູ້​ຮັບ​ເໝົາກຳ­ລັງ​ສືບ­ຕໍ່​ເຮັດ​ວຽກໄກ່​ເກ່ຍ​ສິ່ງ​ກີດ­ຂວາງ, ບຸກ­ເບີກ​ແລວ​ທາງ, ຖົມ​ດິນ​ຍົກ​ລະ­ດັບ, ກໍ່­ສ້າງ​ຮ່ອງ​ລະ­ບາຍນ້ຳ, ກໍ່­ສ້າງ​ຊັ້ນ​ໂຄງ​ສ້າງ​ທາງ ເທ​ເບ​ຕົງ ແລະ​ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ​ທາງ​ຂະ­ນະ​ທີ່ໂຄງ­ການ​ຮອດ (ດຽວ­ນີ້​ເຫຼືອ​ເວ­ລາ​ປະມານ 24 ເດືອນ​ແຕ່​ຜູ້​ຮັບ­ຜິດ­ຊອບ​ຢືນ­ຢັນ​ຈະ​ໃຫ້​ສຳ­ເລັດ​ຕາມ​ແຜນ.

ຫາກ​ໂຄງ­ການ​ດັ່ງ­ກ່າວ​ນີ້​ສຳ­ເລັດ ແນ່ນອນ​ວ່າ ຈະ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ອຳ­ນວຍຄວາມ​ສະ­ດວກ​ໃນ​ການ​ສັນ­ຈອນ​ຂອງເຂດ​ອຸດ­ສາ­ຫະ­ກຳ​ໂນນ​ທອງ ເມືອງ​ໄຊເສດ​ຖາ, ພ້ອມ​ນັ້ນ ຍັງ​ຈະ​ຊ່ວຍ​ຫຼຸດ­ຜ່ອນບໍ່​ໃຫ້​ລົດ​ໜັກ​ແລ່ນ​ຜ່ານ​ເຂົ້າ​ສູ່​ຕົວ​ເມືອງ ແລະ​ເປັນ​ການ​ແກ້​ໄຂ​ການ​ສັນ­ຈອນ ທີ່ນັບ​ມື້​ແອ​ອັດ ໄປ​ພ້ອມໆ​ດຽວ​ກັນ​ນັ້ນ ກໍ​ຈະເປັນ​ສ່ວນ​ໜຶ່ງ​ໃນ​ການ​ນຳ​ເອົາ​ຄວາມ​ສີ­ວິ­ໄລ, ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ມາສູ່​ຂົງ­ເຂດ ດັ່ງ­ກ່າວ ເປັນ­ຕົ້ນການ​ບໍ­ລິ­ການ, ການ​ຄ້າ ແລະ​ການ​ລົງ­ທຶນ, ຊຶ່ງ​ຈະ​ຊ່ວຍ​ເຮັດ​ໃຫ້​ປະຊາ​ຊົນ​ມີ​ຊີ­ວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນເລື້ອຍໆ.

ທີ່ມາ:

logo

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...