spot_img
Homeຂ່າວຕ່າງປະເທດຍີ່ປຸ່ນອະນຸມັດງົບປະມານ 350 ລ້ານໂດລາ ຊ່ວຍເຫລືອຜູ້ລີ້ໄພ ຊາວອີຣັກ ແລະ ຊີຣີ

ຍີ່ປຸ່ນອະນຸມັດງົບປະມານ 350 ລ້ານໂດລາ ຊ່ວຍເຫລືອຜູ້ລີ້ໄພ ຊາວອີຣັກ ແລະ ຊີຣີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ມັງກອນຜ່ານມານີ້ວ່າ ລັດຖະສະພາຍີ່ປຸ່ນ ໄດ້ຕົກລົງເຫັນດີ ອະນຸມັດງົບປະມານ ປະມານ 350 ລ້ານໂດລາສະຫະລັດຯ ຕາມການສະເໜີຂອງລັດຖະບານຍີ່ປຸ່ນ ເພື່ອນຳໄປຊ່ວຍເຫລືອ ດ້ານມະນຸດສະທຳ ແລະ ຊ່ວຍເຫລືອຜູ້ລີ້ໄພຈາກອີຣັກ ແລະ ຊີຣີ ໂດຍໂຄສົກຂອງລັດຖະສະພາຍີ່ປຸ່ນ ໄດ້ເປີດເຜີຍວ່າ ເງິນຈຳນວນດັ່ງກ່າວນີ້ ໄດ້ຖືກບັນຈຸເຂົ້າ ເປັນສ່ວນໜຶ່ງໃນແຜນງົບປະມານແຫ່ງລັດ ປະຈຳສົກງົບປະມານປັດຈຸບັນ ຊຶ່ງໄດ້ຜ່ານການລົງມະຕິ ຮັບຮອງເອົາຈາກລັດຖະສະພາແລ້ວ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...