spot_img
Homeຂ່າວຕ່າງປະເທດພິພິທະພັນຝຣັ່ງ ສົ່ງຄືນສຽນຮູບແກະສະຫລັກ ທີ່ຖືກລັກລອບເມື່ອ 130 ປີກ່ອນ ໃຫ້ກຳປູເຈຍ!

ພິພິທະພັນຝຣັ່ງ ສົ່ງຄືນສຽນຮູບແກະສະຫລັກ ທີ່ຖືກລັກລອບເມື່ອ 130 ປີກ່ອນ ໃຫ້ກຳປູເຈຍ!

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 19 ມັງກອນຜ່ານມານີ້ ກະຊວງວັດທະນະທຳກຳປູເຈຍ ໄດ້ຖະແຫລງວ່າ ພິພິທະພັນກີເມດຂອງປະເທດຝຣັ່ງ ໄດ້ທຳການສົ່ງຄືນຮູບແກະສະຫລັກ ສຽນເທບພະເຈົ້າຮິນດູ ທີ່ຖືກລັກອອກຈາກຜາສາດຂອມ ເມື່ອ 130 ປີກ່ອນ ຄືນໃຫ້ແກ່ກຳປູເຈຍ ໃນວັນເສົາທີ 16 ມັງກອນ 2016 ຕາມຄຳຮ້ອງຂໍຂອງລັດຖະບານກຳປູເຈຍ ພາຍຫລັງຖືກລັກລອບ ສົ່ງອອກນອກປະເທດ ໃນໄລຍະຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ໃນປີ 1886.

ກະຊວງວັດທະນະທຳກຳປູເຈຍ ໄດ້ລະບຸວ່າ ສຽນຂອງຮູບແກະສະຫລັກດັ່ງກ່າວນີ້ ຈະຖືກນຳໄປຕໍ່ໃສ່ພາກສ່ວນລຳຕົວ ທີ່ຖືກຮັກສາໄວ້ຢູ່ ຫໍພິພິທະພັນແຫ່ງຊາດ ແລະ ຈະທຳການຈັດສະແດງ ໃຫ້ສາທາລະນະໄດ້ຮັບຊົມ ໃນວັນພະຫັດທີ 21 ມັງກອນນີ້ ແລະ ຮູບແກະສະຫລັກເຕັມຕົວ ກໍອາດຖືກນຳໄປຈັດສະແດງ ທີ່ປະເທດຝຣັ່ງ ໃນອານາຄົດອີກດ້ວຍ.

Tourists look at decapitated statue of Harihara at the national museum in Phnom Penh on January 19, 2016. A French museum has returned the statue head of a Hindu god that was ransacked from a Cambodian temple 130 years ago, a Cambodian official said on January 19, 2016. AFP PHOTO / TANG CHHIN SOTHY / AFP / TANG CHHIN SOTHY
ນັກທ່ອງທ່ຽວ ກຳລັງເບິ່ງຮູບແກະສະຫລັກ ເທບພະເຈົ້າຮິນດູ ທີ່ຖືກລັກລອບຕັດສຽນ ເມື່ອ 130 ປີກ່ອນ ຢູ່ຫໍພິພິທະພັນແຫ່ງຊາດ ນະຄອນຫລວງພະນົມເປັນ ວັນທີ 19 ມັງກອນ 2016. ພາບ: AFP / TANG CHHIN SOTHY

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...