spot_img
Homeຂ່າວຕ່າງປະເທດພັກກອມມູນິດຫວຽດນາມ ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຢ່າງເປັນທາງການ!

ພັກກອມມູນິດຫວຽດນາມ ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຢ່າງເປັນທາງການ!

Published on

ເວັບໄຊວິທະຍຸກະຈາຍສຽງແຫ່ງຊາດ VOV ຂອງຫວຽດນາມ ໄດ້ລາຍງານໃນວັນທີ 21 ນີ້ວ່າ ໃນວັນ​ທີ 20 ມັງກອນ 2016 ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດຫວຽດນາມ​ ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດິ່ງ ນະຄອນຫລວງຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ ມີ​ຜູ້​ແທນ 1.510 ຄົນ, ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ​ພາຍ​ໃນທົ່ວ​ປະ​ເທດ 4,5 ລ້ານ​ຄົນ ພາຍໃຕ້ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ ” ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ປະຊາທິປະ​ໄຕ​ສັງຄົມ​ນິຍົມ; ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ; ສູ້​ຊົນ​ນຳ​ ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານຢ່າງ​ໄວ “.

TBT
ສະຫາຍ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຂຶ້ນກ່າວລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ

ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ອ່ານ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XI ກ່ຽວ​ກັບ​ບັນດາ​ເອກະສານ​ຍື່ນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII. ​ ເນັ້ນ​ໜັກ​ເຖິງ​ຜົນງານ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ, ​ໃນ 5 ປີ​ຕໍ່ໜ້າ ຈະ​ມີ​ການ​ຫັນປ່ຽນ​ສັບສົນ​ຫຼາຍ​ຢ່າງ​ທີ່​ກະທົບ​ໂດຍ​ກົງ​ເຖິງ​ປະ​ເທດ​ຊາດ, ສ້າງ​ເປັນ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ. ບົນ​ພື້ນຖານ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​​​ເຖິງ 6 ໜ້າ​ທີ່​ຈຸດ​ສຸມ​ໃນ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ​ໃນ​ນັ້ນການ​ພັດທະນາ​ເສດຖະກິດ​ສັງຄົມ​​ເປັນ​ໃຈກາງ, ການ​ກໍ່ສ້າງ​ພັກ​​ເປັນກຸນ​ແຈ, ສືບ​ຕໍ່​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ​ເດັດ​ດຽວ​ຮັກສາ​​ເອກະລາ​ດ​ແຫ່ງຊາດ, ລັດທິ​ສັງຄົມ, ​ແກ້​ໄຂ​ບັນຫາ​ເກີດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ​ເອກະລາດ, ​ເປັ້ນ​ເຈົ້າ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນ​ວ່າ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຈະ​ເປັນ​ການ​ເຕົ້າ​ໂຮມ​​ເຈດ​ຈຳນົງ, ພູມ​ປັນຍາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ເພື່ອ​ປະຕິບັດສຳ​ເລັດ​ບັນດາ​ໜ້າ​ທີ່​ເຊິ່ງໄດ້​ວາງ​ອອກ, ຕັດສິນ​ທິດ​ທາງ, ຄາດໝາຍ, ໜ້າ​ທີ​ໃນ​ໄລຍະ 5 ປີ (2016-2020), ກຳນົດ​ທິດ​ທາງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ໃນ​ໄລຍະ 5 ປີ​ຕໍ່ໜ້າ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...