spot_img
Homeຂ່າວເຫດການຜັນຂະຫຍາຍມະຕິ IX ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ!

ຜັນຂະຫຍາຍມະຕິ IX ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ!

Published on

ສະຫາຍ ສົມ​ສະຫວາດ ເລັ່ງສະ​ຫວັດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ໄດ້​ເປັນ​ປະທານ​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໃນ​ມື້​ທີ 3 ວັນ​ທີ 20 ມັງກອນ 2016 ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ໃນ​ວາລະ​ກອງ​ປະຊຸມ ສະຫາຍ ຈັນ​ສີ ໂພ​ສີຄຳ ຄະນະ​ເລຂາ​ທິ​ການ​ສູນ​ກາງ​ພັກ ໄດ້​ຕາງໜ້າອະນຸ​ກຳມະການ​ກົດ​ລະບຽບ ແລະ ບຸກ​ຄະລາ​ກອນ ສະເໜີຮ່າງ​ກົດ​ລະບຽບ​ຂອງ​ພັກ ສະບັບປັບປຸງ​ໃໝ່.

ຈາກ​ນັ້ນ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ກໍ່​ໄດ້​ສະເໜີບົດ​ສຳ​ຫຼວດ​ຂອງ​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ສະໄໝ​ທີ IX ຂອງ​ພັກ ຕະຫຼອດ 5 ປີຜ່ານມາ ໂດຍ​ສະເພາະ ການ​ຊີ້​ນຳ-ນຳພາຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ IX ຂອງ​ພັກ ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ ເຊິ່ງ​ຜົນງານ​ອັນ​ພົ້ນ​ເດັ່ນ​ແມ່ນ​ປະເທດ​ຊາດ ​ມີ​ຄວາມ​ເປັນ​ເອກະລາດ ອຳນາດ​ອະທິປະ​ໄຕສັງຄົມ ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍ​ຕົວ​ດ້ວຍ​ຈັງຫວະ​ໄວ ຕໍ່ເນື່ອງ ແລະ ຖືກ​ທິດ ສິ່ງ​ສຳຄັນແມ່ນ​ ສາມາດ​ບັນລຸ​ໃນ​ການ​ແກ້ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ເຮັດ​ໃຫ້​ລາຍ​ໄດ້​ຕົວ​ຈິງ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ ຂົງເຂດ​ວັດທະນະທຳ-ສັງຄົມ ໄດ້​ຮັບ​ການ​ຂະຫຍາຍ​ຕົວ ທັງ​ດ້ານ​ປະລິມານ ແລະ ຄຸນະພາບ ອັນ​ພົ້ນ​ເດັ່ນແມ່ນ​ໄດ້​ມີ​ຜົນສຳເລັດ​ສ່ວນ​ໃຫຍ່ ແລະ ມີ​ການ​ຫັນປ່ຽນ​ຢ່າງ​ຈະແຈ້ງ ​ໃນ​ການ​ປະຕິບັດ​ເປົ້າ​ໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດ​ທະນາ ລະບົບ​ການເມືອງ​ຂອງ​ລະບອບ​ປະຊາທິປະໄຕ​ປະຊາຊົນ ໄດ້ຮັບ​ການ​ປັບປຸງ​ບູລະນະ​ໃຫ້​ມີຄວາມ​ໜັກ​ແໜ້ນ​ເຂັ້ມແຂງ.

ຈາກ​ນັ້ນ ສະຫາຍ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ກຳ​ມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້ຕາງໜ້າ​ອະນຸ​ກຳມະການ​ກົດ​ລະບຽບ ແລະ ບຸກ​ຄະລາ​ກອນ ສະເໜີ​ມາດຖານ​ກຳມະການ​ສົມບູນ ແລະ ກຳມະການ​ສຳຮອງ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ໂຄງ​ປະກອບ ແລະ ປະກາດ​ລາຍຊື່​ຜູ້​ສະໝັກ​ເຂົ້າ ໃນ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X ນອກ​ນີ້ ສະຫາຍ ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ກໍ່ໄດ້​ເຊີນ​ບັນດາ​ຜູ້​ແທນ​ສົມບູນ ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ຢູ່​ແຕ່​ລະໜ່ວຍ ໂດຍ​ແບ່ງ​ເປັນ 34 ໜ່ວຍ.

ສຳລັບ​ບັນດາ​ແຂກ​ຖືກ​ເຊີນ ແມ່ນ​ໄດ້​ໄປ​ຢ້ຽມຢາມ​ກຸ່ມ​ປູກ​ຜັກປອດ​ສານພິດ ບ້ານ​ໂນນ​ແຕ້ ເມືອງ​ໄຊ​ທານີ ເພື່ອ​ຊົມ​ການ​ສາທິດ​ການ​ປູກ​ຜັກ​ປອດ​ສານພິດ​ຕົວແບບ ຈາກ​ນັ້ນ ກໍ່​ໄດ້​ເດີນທາງ​ໄປຟາມ​ພັນ​ເພັດ ເມືອງ​ຫາດ​ຊາຍຟອງ ເພື່ອ​ຊົມ​ການ​ສາທິດ​ວິທີ​ປູກເຂົ້າ​ດ້ວຍ​ເຄື່ອງ​ກົນ​ຈັກ ແນໃສ່ໃຫ້​ຄະນະ​ຜູ້​ແທນ​ໄດ້​ຮັບ​ຮູ້ ເຂົ້າໃຈຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ການ​ສາທິດ​ດັ່ງກ່າວ ພ້ອມ​ທັງ​ນຳ​ເອົາ​ບົດຮຽນ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່ທ້ອງຖິ່ນ​ຂອງ​ຕົນ ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...