spot_img
Homeຂ່າວເຫດການຄະນະຜູ້ແທນ ແລະ ແຂກກອງປະຊຸມພັກ ຄັ້ງທີ X ຢ້ຽມຢາມພື້ນຖານການຜະລິດກະສິກຳ ຢູ່ ນ.ວ

ຄະນະຜູ້ແທນ ແລະ ແຂກກອງປະຊຸມພັກ ຄັ້ງທີ X ຢ້ຽມຢາມພື້ນຖານການຜະລິດກະສິກຳ ຢູ່ ນ.ວ

Published on

ວັນ​ທີ 20 ມັງກອນ 2016 ຄະນະ​ຜູ້​ແທນ ແລະ ແຂກເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ທີ່​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 18-22 ມັງກອນ 2016 ນຳ​ໂດຍທ່ານ​ນາງ ຍອດ​ແກ້ວ​ມະນີ ສຸພານຸ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນກາງ​ພັກ ໄດ້​ລົງ​ຢ້ຽມຢາມ​ບໍລິສັດ ພັນ​ເພັດພັດທະນາ​ກະສິກຳ ຈຳກັດ ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ຖືກ​ຕ້ອນຮັບ​ຈາກ​ທ່ານ ທອງ​ສະຫວັນ ມີບຸນ ປະທານ​ບໍລິສັດ ພັນ​ເພັດ​ພັດທະ​ນາ​ກະສິກຳ ຈຳກັດ (ຟາມ​ພັນເພັດ) ການ​ນຳ​ເມືອງ​ຫາດ​ຊາຍຟອງ ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ​ວຽງ​ຈັນ ພ້ອມດ້ວຍ​ພະນັກງານ​ວິຊາ​ການ​ຈາກ​ບໍລິສັດ​ດັ່ງກ່າວ.

ໃນ​ການ​ລົງ​ຢ້ຽມຢາມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ໄດ້​ຮັບ​ຟັງ​ການ​ລາຍງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ດຳເນີນ​ທຸລະ​ ກິດ ກໍ່​ຄືນະໂຍບາຍການ​ສົ່ງເສີມ​ຂອງ​ບໍລິສັດ​ຕົວແບບ ​ຈາກ​ທ່ານ ທອງ​ສະຫວັນ ມີ​ບຸນ ເຊິ່ງ​ເຫັນ​ວ່າ​ຟາມ​ພັນ​ເພັດ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນໃນ​ປີ 2008 ດ້ວຍ​ຄວາມ​ບຸກ​ບືນ​ຫ້າວຫັນ​ຂອງ​ທ່ານປະທານ​ບໍລິສັດ ແລະ ການ​ເອົາໃຈໃສ່​ຊຸກຍູ້​ສົ່ງເສີມ​ຂອງ​ພາກ​ລັດ ແລະ ອຳນາດການ​ປົກຄອງ​ທ້ອງຖິ່ນ ໄດ້​ເຮັດໃຫ້​ທຸລະ​ກິດ​ຂອງ​ບໍລິສັດ​ເຕີບ​ໃຫຍ່ຂະຫຍາຍຕົວ​ເປັນ​ກ້າວໆ​ມາ ຟາມ​ພັນ​ເພັດ​ເປັນ​ບໍລິສັດ​ທີ່​ຊຸກຍູ້ສົ່ງເສີມ​ຊາວ​ກະສິກອນ​ແບບ​ຄົບວົງ​ຈອນ​ ນັບ​ແຕ່​ທຶນຮອນ ຝຸ່ນ ແລະ ຜະລິດ​ແນວ​ພັນ​ເຂົ້າ​ລຸ້ນ 3 ໃນ​ເນື້ອທີ່ 30 ເຮັກຕາ​ສະໜອງໃຫ້​ຊາວນາ ປະຕິ​ຮູບ​ລົບ​ລ້າງ​ໄຮ່ນາ​ນ້ອຍ​ເປັນ​ໄຮ່ນາ​ໃຫຍ່ ແລະ ຊຸກຍູ້​ສົ່ງເສີມ​ຊາວນາ​ໃຫ້​ຫັນ​ມານຳ​ໃຊ້​ເຄື່ອງ​ກົນ​ຈັກ​ກະສິກຳ​ທີ່​ທັນສະໄໝ ​ເຂົ້າ​ໃນ​ການ​ຜະລິດ ເພື່ອຫຼຸດຜ່ອນ​ແຮງ​ງານ​ຄົນ ແຮງ​ງານສັດ ຕົ້ນ​ທຶນ ແລະ ເພີ່ມ​ຜົນ​ຜະລິດ​ໃຫ້​ມີ​ປະ​ສິດທິ​ຜົນ ໂດຍ​ລວມແລ້ວ ​ມາ​ຮອດ​ປັດຈຸບັນ​ ບໍລິສັດແມ່ນ​ມີ​ເຄື່ອງ​ກົນ​ຈັກ​ຮັບ​ໃຊ້​ການຜະລິດ​ກະສິກຳ​ແບບ​ຄົບ​ວົງ​ຈອນ ມີ​ເຄື່ອງ​ຕົກກ້າ ລົດ​ໄຖ​ນາ​ໃຫຍ່ ລົດ​ໄຖ​ນາ​ນ້ອຍ ເຄື່ອງ​ຈັກ​ດຳນາ ກ່ຽວ​ເຂົ້າ ເຄື່ອງ​ຄັດ​ເມັດ​ເຂົ້າ ເຄື່ອງ​ອົບ​ເຂົ້າ ເຄື່ອງ​ມັດ​ເຟືອງ ແລະ ອື່ນໆ ອັນ​ໄດ້​ສ້າງ​ຄວາມສະດວກ​ໃຫ້​ແກ່​ຊາວ​ກະສິກອນ ຕາມ​ແນວທາງ​ນະໂຍບາຍ​ຂອງພັກ-ລັດ​ວາງ​ອອກ ໂດຍ​ສະເພາະ ວຽກ​ງານ​ສາມ​ສ້າງ ເຮັດ​ໃຫ້​ປະຊາ​ຊົນ​ຜະລິດ​ເຂົ້າ​ໄດ້​ຫຼາຍ​ກາຍເປັນ​ສິນຄ້າ ແລະ ສ້າງ​ລາຍ​ຮັບໃຫ້​ແກ່​ຕົນ​ເອງ ເຮັດ​ໃຫ້​ຄອບຄົວຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກຍາກ​ເທື່ອ​ລະ​ກ້າວ.

ພາຍຫຼັງ​ທີ່​ບໍລິສັດ​ໄດ້​ມີ​ນະ​ໂຍບາຍ​ດັ່ງກ່າວ ​ເຮັດ​ໃຫ້​ຊາວ​ກະ​ສິກອນ​ຫຼາຍ​ເມືອງ ໂດຍ​ສະເພາະ ເມືອງ​ຫາດ​ຊາຍ​ຟອງ ​ມີ​ຄວາມ​ສົນໃຈ​ເຂົ້າ​ມາ​ຮ່ວມ​ເປັນ​ສະມາຊິກແຕ່​ລະ​ປີ​ເພີ່ມ​ຂຶ້ນ ປັດຈຸບັນ ມີຊາວນາ​ເມືອງ​ຫາດ​ຊາຍ​ຟອງ ເຂົ້າ​ມາ​ເປັນ​ສະມາຊິກ​ຫຼາຍ​ກວ່າ 300 ຄອບຄົວ ແລະ ມີ​ເນື້ອທີ່ 1 ພັນ​ກວ່າ​ເຮັກຕາ ສະເພາະລະດູນາແຊງ​ປີ 2016 ນີ້ ແຜນການ​ສູ້ຊົນ​ຂອງ​ບໍລິສັດ​ວາງ​ໄວ້​ ໃນ​ການສົ່ງເສີມ​ຊາວນາ​ນຳ​ໃຊ້​ກົນ​ຈັກ ເນື້ອທີ່ 300 ເຮັກຕາ ແລະ ມາຮອດ​ປັດຈຸບັນ ປັກ​ດຳ​ສຳເລັດແລ້ວ 80% ຂອງ​ເນື້ອທີ່​ແຜນການ ແລະ ຄາດ​ວ່າການ​ປັກ​ດຳຈະ​ສຳເລັດ​ໃນ​ບໍ່​ດົນ​ນີ້.

ຫຼັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານຈາກ​ເຈົ້າ​ຂອງ​ຟາມ​ພັນ​ເພັດ ແລະ ຮັບ​ຟັງ​ການ​ມີ​ຄຳ​ເຫັນ​ຈາກ​ທ່ານນາງ ຍອດ​ແກ້ວ​ມະນີ ສຸ​ພານຸ​ວົງ ແລ້ວ ຄະນະ​ຜູ້​ແທນ​ໄດ້​ຢ້ຽມ​ຊົມຂັ້ນ​ຕອນ​ການ​ຕົກກ້າ​ດ້ວຍ​ເຄື່ອງຈັກ ການ​ປັກ​ດຳນາ​ດ້ວຍ​ເຄື່ອງຈັກ ແລະ ຢ້ຽມ​ຊົມ​ເຄື່ອງ​ກົນ​ຈັກກະສິກຳ​ທີ່​ທັນ​ສະໄໝ ທີ່​ທາງ​ບໍ​ລິສັດ​ໄດ້​ນຳ​ໃຊ້ ທັງ​ນີ້ ກໍ່​ເພື່ອ​ໃຫ້​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ​ແຕ່​ລະ​ທ້ອງຖິ່ນ​ໃນ​ທົ່ວ​ປະເທດ ໄດ້​ເຫັນ​ຕົວ​ຈິງເພື່ອ​ນຳ​ເອົາ​ບົດຮຽນ​ຕົວ​ຈິງ​ຄັ້ງ​ນີ້ ໄປ​ເຜີຍແຜ່​ໃຫ້​ຊາວ​ກະສິກອນ​ຢູ່ທ້ອງຖິ່ນ​ຂອງ​ຕົນ ເພື່ອ​ເປັນ​ການຊຸກຍູ້​ສົ່ງເສີມ​ໃຫ້​ຊາວ​ກະສິກອນຢູ່​ທ້ອງຖິ່ນ​ຂອງ​ຕົນ​ ຫັນ​ມາ​ນຳ​ໃຊ້ເຄື່ອງ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດກະສິກຳ​ນັບ​ມື້​ຫຼາຍ​ຂຶ້ນ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ໃນ​ວັນ​ດຽວກັນ​ນີ້ ​ຄະນະ​ຜູ້​ແທນ​ດັ່ງກ່າວ ຍັງໄດ້​ໄປ​ຢ້ຽມ​ຊົມ​ການ​ຜະລິດ​ກະ​ສິກຳ​ສະອາດ (ກະສິກຳ​ອິນ​ຊີ) ຂອງ​ກຸ່ມ​ຜະລິດ​ກະສິກຳ​ອິນ​ຊີ ບ້ານ​ໂນນ​ແຕ້ ເມືອງ​ໄຊ​ທານີ ນະຄອນ​ຫຼວງ​ວຽງ​ຈັນ ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...