Homeຂ່າວພາຍ​ໃນເພື່ອນບ້ານເປັນຫວ່ງໂຄງການ ເຂື່ອນ ໃນລາວ

ເພື່ອນບ້ານເປັນຫວ່ງໂຄງການ ເຂື່ອນ ໃນລາວ

Published on

 

59aa421c-ebf8-41d8-9eea-2ad90d738933ການ ເລັ່ງດ່ວນ ໃນການ ສ້າງ ລາຍໄດ້ ຈາກການ ສ້າງເຂື່ອນ ປາສະຈາກ ການແກ້ໄຂ ບັນຫາ ຜົນກະທົບ ຕໍ່ ສີ່ງແວດລ້ອມ ແລະ ຄວາມກັງ ວົນ ຂອງ ປະເທດ ເພື່ອນບ້ານ, ສປປລາວ ຈະເຮັດໃຫ້ ເກີດ ຄວາມ ຂັດແຍ່ງ ໃນການ ໃຊ້ນ້ຳ ຮ່ວມກັນ ແນະ ຈະເປັນໄພ ອັນຕະລາຍ ຕໍ່ ຄວາມ ປອດໄພ ທາງດ້ານ ອາຫານ ການກິນ ຂອງ ຊຸມຊົນ ກຸ່ມ ອະນຸລັກ ສີ່ງ ແວດລ້ອມ ແລະ ເຈົ້າຫນ້າທີ່ ກຳພູຊາ ກ່າວ ໃນມື້ວານນີ້.

ທ່ານ ເຕຊັບ ຮອງ ຣັດຖະມົນຕີກະຊວງ ສີ່ງ ແວດລ້ອມ ກຳພູຊາ ກ່າວວ່າ ສປປລາວ ກຳລັງ ທຳລາຍ ແມ່ນ້ຳຂອງ ເພື່ອ ພັດທະນາ ປະເທດ ຊາດ ຂອງຕົນ ຜ່ານ ໂຄງການ ເຂື່ອນ ໄຟຟ້າ ຫລາຍ ໂຄງການ ໃນລາວ.

ທ່ານວ່າ ສປປລາວ ອ້ອມຂ້າງ ດ້ວຍບັນດາ ປະເທດ ທີ່ ຫິວໂຫຍ ພະລັງງານ ບໍ່ລົດລະ ໃນ ຈຸດປະສົງ ຢາກເປັນ ຫມໍ້ໄຟ ສຳລັບ ເອເຊຍ ດ້ວຍການ ສະເນີ ຈະສ້າງ ເຂື່ອນ ຕາມລຳ ແມ່ນ້ຳຂອງ 9 ເຂື່ອນ ໃນ ຈຳນວນ ເຂື່ອນ ທັງຫມົດ 11 ເຂື່ອນ. ແຕ່ ກຸ່ມ ປົກປ້ອງ ສີ່ງແວດ ລ້ອມ ເວົ້າວ່າ ສປປລາວ ເຮັດທຸກສີ່ງ ທຸກຢ່າງ ໃນ ຈຸດປະສົງ ດັ່ງກ່າວ ແຕ່ ບໍ່ແມ່ນ ຄວາມໂປ່ງໄສ ໃນການ ຕອບສະຫນອງ ຄວາມກັງ ວົນ ຂອງ ປະເທດ ເພື່ອນບ້ານ ຜູ້ທີ່ໃຊ້ ນ້ຳ ຮ່ວມກັນ.

ນາງ ແອມມີ trandem ຜູ້ ປະສານງານ ເຄືອຂ່າຍ ແມ່ນ້ຳ ສາກົນ ປະຈຳ ຂົງເຂດ ເອເຊຍ ຕາເວັນອອກ ສ່ຽງໃຕ້ ກ່າວວ່າ ຕາມ ກົດຫມາຍ ສາກົນ ສປປລາວ ຕ້ອງສຶກສາຜົນກະທົບ ຕໍ່ ສີ່ງແວດລ້ອມ ກ່ອນຈະສ້າງ ແມ່ນ້ຳຂອງ ບໍ່ແມ່ນ ບ່ອນ ທົດລອງ ເທັກໂນໂລຈີ ຊະນີດໃຫມ່

ທີີມາ http://www.rfa.org

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...