spot_img
Homeຂ່າວເຫດການສ້າງພັກໃຫ້ປອດໃສ, ເຂັ້ມແຂງ

ສ້າງພັກໃຫ້ປອດໃສ, ເຂັ້ມແຂງ

Published on

ບາງຄຳເຫັນຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ຮອງເລຂາຄະນະພັກ  ຄະນະຈັດຕັ້ງສູນກາງພັກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, 18/1/2016
ຕະຫຼອດໄລຍະ 5 ປີ ນັບແຕ່ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກມາ ນີ້ ພວກເຮົາໄດ້ເອົາໃຈໃສ່ປັບປຸງລະບົບ ການຈັດຕັ້ງຂອງພັກ ນັບແຕ່ສູນ ກາງລົງ ຮອດທ້ອງຖິ່ນ ດ້ວຍການຄົ້ນຄວ້າຜັນ ຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ IX ເປັນນິຕິກຳຂອງກົມການເມືອງ ສູນກາງພັກ, ຄະນະເລຂາທິການສູນ ກາງພັກ ເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກແຕ່ລະຂັ້ນ ນຳໄປຈັດຕັ້ງປະ ຕິບັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ພ້ອມກັນນັ້ນ ກໍ່ໄດ້ຄົ້ນ ຄວ້າແຍກ ແລະ ການສ້າງຕັ້ງອົງຄະນະພັກໃໝ່ຈຳນວນໜຶ່ງ ເພື່ອໃຫ້ສອດ ຄ່ອງກັບການຂະຫຍາຍຕົວ ທາງເສດຖະກິດ-ສັງຄົມ ຮັບປະກັນໃຫ້ມີການ ຈັດຕັ້ງພັກສອດຫ້ອຍ ໄປຕາມລະບົບການບໍລິຫານລັດໄດ້ຢ່າງທົ່ວເຖິງ; ມາຮອດປະຈຸບັນ ທົ່ວປະເທດມີ 54 ອົງຄະນະພັກແຂວງ-ນະຄອນຫຼວງ, ກະຊວງ ແລະ ອົງການ ໃນນີ້ ໄດ້ສຳເລັດກອງປະຊຸມໃຫຍ່ແລ້ວມີ 39 ອົງຄະນະພັກ (ນັບທັງຢູ່ກະຊວງ-ອົງການ ແລະ
ທ້ອງຖິ່ນ), ຈຳນວນຄະນະພັກ ກະຊວງ – ອົງການ, ຄະນະພັກ ແຂວງ, ນະຄອນຫຼວງທັງໝົດ ມີ 869 ສະຫາຍ, ທຽບໃສ່ປີ 2011 ເພີ່ມຂຶ້ນ 22,91%, ເພດ ຍິງ 104 ສະຫາຍ ເພີ່ມຂຶ້ນ 42,46% ອາຍຸສະເລ່ຍ 57,5 ປີ, ລະດັບວິຊາສະເພາະປະລິນຍາ ໂທຂຶ້ນໄປມີ 458 ສະຫາຍ, ປະ ລິນຍາຕີ ແລະ ຊັ້ນສູງມີ 359 ສະຫາຍ, ຊັ້ນກາງ 43 ສະຫາຍ, ຊັ້ນຕົ້ນ 9 ສະຫາຍ. ບັນດາສະ ຫາຍຄະນະພັກສ່ວນຫຼວງຫຼາຍ ແມ່ນມີລະດັບຄວາມຮູ້ວິຊາສະ ເພາະ ແລະ ລະດັບທິດສະດີມາກ – ເລນິນ, ມີທັດສະນະຫຼັກໝັ້ນຖືກ ຕ້ອງ ແລະ ມີຄຸນສົມບັດດີ,ໂຄງ ປະກອບຄະນະພັກມີລຸ້ນກາງ ແລະ ລຸ້ນໜຸ່ມກວມອັດຕາສ່ວນ ຫຼາຍກວ່າ, ຈຳນວນເພດຍິງ ແລະ  ຕົວແທນຈາກຮາກຖານພັກມີ ຈຳນວນເພີ່ມຂຶ້ນ; ສຳລັບການ ຈັດຕັ້ງຮາກຖານພັກມີຫຼາກຫຼາຍ ຄະນະພັກໄດ້ດຳເນີນການປັບປຸງ ຢ່າງເປັນລະບົບຕໍ່ເນື່ອງ, ສ່ວນ ຫຼວງຫຼາຍຄະນະພັກຮາກຖານ ແລະ ໜ່ວຍພັກແມ່ນໄດ້ສຳເລັດ ກອງປະຊຸມໃຫຍ່ຂັ້ນຂອງຕົນ ແລ້ວ, ປະຈຸບັນທົ່ວປະເທດມີ 17.656 ໜ່ວຍພັກ ທຽບໃສ່ປີ 2010 ເພີ່ມຂຶ້ນ 3.387 ໜ່ວຍ, ໃນ 5 ປີ ຄະນະພັກແຕ່ລະຂັ້ນໄດ້ ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງຮາກ ຖານພັກໃຫ້ເຂັ້ມແຂງ ແລະ ຮູ້ນຳ ພາຮອບດ້ານ, ຜ່ານການກວດ ກາຕີລາຄາໃນປີ 2015 ມີໜ່ວຍ ພັກເຂັ້ມແຂງຮູ້ນຳພາຮອບດ້ານ 12.515 ໜ່ວຍກວມ 70,88% ຂອງຈຳນວນໜ່ວຍພັກທັງໝົດ; ມີ 1955 ຄະນະພັກຮາກຖານ ເພີ່ມຂຶ້ນ 96 ຮາກຖານ, ມີ 148 ອົງຄະນະພັກເມືອງ, ຊຶ່ງທຸກໆອົງ ຄະນະພັກເມືອງມາຮອດປະຈຸ ບັນໄດ້ສຳເລັດກອງປະຊຸມໃຫຍ່ ແລ້ວ 100% . ຕິດພັນກັບການດຳ ເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ໂດຍສະເພາະຂັ້ນແຂວງ, ນະ ຄອນຫຼວງ ແລະ ຂັ້ນເມືອງນັ້ນ ພວກເຮົາໄດ້ມີການຈັດວາງ, ສັບ ຊ້ອນ, ຍົກຍ້າຍບັນດາສະຫາຍ ຄະນະພັກຈຳນວນໜຶ່ງຢູ່ທ້ອງ ຖິ່ນຂຶ້ນມາຢູ່ສູນກາງ ແລະ ຈາກ ສູນ ກາງລົງໄປຢູ່ທ້ອງ ຖິ່ນ, ຢູ່ຂັ້ນ ແຂວງ, ນະຄອນຫຼວງກໍ່ໄດ້ສົ່ງຄະ ນະພັກລົງໄປເພີ່ມໃຫ້ການນຳ ຂອງເມືອງ ແລະ ຢູ່ແຕ່ລະເມືອງ ກໍ່ໄດ້ເອົາຄະນະພັກເມືອງຈຳ ນວນໜຶ່ງລົງໄປນຳພາຕົວຈິງຢູ່ ຮາກຖານບ້ານ ໂດຍສະເພາະ ແມ່ນບັນດາເປົ້າໝາຍເຮັດທົດ ລອງ 3 ສ້າງ ແລະ ບ້ານທີ່ເປັນຈຸດ ສຸມຂອງແຂວງ, ຂອງເມືອງເຮັດ ໃຫ້ການຊີ້ນຳ – ນຳພາການພັດ ທະນາບ້ານຕາມມະຕິ 3 ສ້າງ ຂອງພັກເຮົາໄດ້ຮັບການຈັດຕັ້ງ ປະຕິບັດ ແລະ ໄດ້ຮັບຜົນດີ.
ຄະນະພັກແຕ່ລະຂັ້ນ ໄດ້ມີ ຄວາມພະຍາຍາມໃນການປັບ ປຸງຄຸນນະພາບຂອງສະມາຊິກ ດ້ວຍການຈັດຕັ້ງຮ່ຳຮຽນແນວ ທາງນະໂຍບາຍແລະມະຕິຕ່າງໆ ຂອງພັກ, ມີສະມາຊິກພັກຈຳ ນວນບໍ່ໜ້ອຍໄປເປັນຜູ້ນຳໜ້າ ພາທາງໃນການພັດທະນາເສດ ຖະກິດແກ້ໄຂຄວາມທຸກຍາກຢູ່ ຊົນນະບົດ, ເປັນຜູ້ທີ່ຫ້າວຫັນປະ ຕິບັດໜ້າທີ່ວິຊາສະເພາະ, ຢູ່ຕາມ ສຳນັກງານອົງການ ແລະ ກົມ ກອງ. ຄະນະພັກແຕ່ລະຂັ້ນໄດ້ ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງ ປ້ອງກັນພັກ – ພະນັກງານການ ຂະຫຍາຍພັກກໍ່ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງຕໍ່ເນື່ອງຕາມທິດ ຖືຄຸນນະພາບເປັນກົກ  ແລະ  ສ່ວນ ຫຼາຍປະຕິບັດຖືກຕ້ອງຕາມຂັ້ນ ຕອນ ແລະ ກົດລະບຽດຂອງພັກ ມາຮອດປະຈຸບັນຈຳນວນສະມາ ຊິກພັກທັງໝົດ 252.879 ສະ ຫາຍ, ຍິງ 54.041 ສະຫາຍ,​ ທຽບໃສ່ປີ 2010 ເພີ່ມຂຶ້ນ 50% ໃນນີ້ມີສະມາຊິກພັກແຂງ ຮອບດ້ານ 132.668 ສະຫາຍ, ຍິງ 30.181 ສະຫາຍ,​ ສະຊິກພັກ ແຂງ 90.368 ສະຫາຍ, ຍິງ 18.859 ສະຫາຍ, ສະມາຊິກ ພັກກາງ 21.646 ສະຫາຍ, ຍິງ 3.804 ສະຫາຍ, ອ່ອນ 978 ສະຫາຍ, ຍິງ 96 ສະຫາຍ,ບໍ່ໄດ້ ຈັດປະເພດ 7.219 ສະຫາຍ,​ ຍິງ 1.101 ສະຫາຍ, ມາຮອດປະຈຸ ບັນສາມາດລົບລ້າງບ້ານທີ່ບໍ່ມີ ສະມາຊິກພັກໄດ້ຢ່າງສົມບູນ.
– ຄະນະພັກແຕ່ລະຂັ້ນໄດ້ ມີຄວາມພະຍາຍາມປັບປຸງແບບ ແຜນນຳພາຂອງຕົນໃຫ້ເຂົ້າສູ່ ລະບຽບຫຼັກການ, ປະຕິບັດລະ ບອບຄວບຕຳແໜ່ງແຕ່ເທິງລົງ ລຸ່ມ, ສົມທົບລະຫວ່າງການເພີ່ມ ທະວີການນຳພາຂອງພັກກັບ ການເຊີດຊູຄວາມສັກສິດໃນການ ຄຸ້ມຄອງລັດ ແລະ ເສີມຂະຫຍາຍ ບົດບາດເປັນເຈົ້າຂອງບັນດາອົງ ການຈັດຕັ້ງມະຫາຊົນມີຄວາມ ຄ່ອງຕົວກວ່າເກົ່າ, ຄະນະພັກ ຫຼາຍບ່ອນໄດ້ປະຕິບັດຫຼັກການ ລວມສູນປະຊາທິປະໄຕນຳພາ ເປັນໝູ່ຄະນະ, ທັງເສີມຂະຫຍາຍ ປະຊາທິປະໄຕພາຍໃນພັກຢ່າງ ກວ້າງຂວາງ, ສ້າງເງື່ອນໄຂໃຫ້ ມະຫາຊົນໄດ້ມີສ່ວນຮ່ວມໃນ ການກໍ່ສ້າງພັກ;  ປະກອບຄຳຄິດ ເຫັນ, ສ່ອງແສງຕໍ່ການນຳພາ ຂອງພັກກໍ່ຄືສະມາຊິກພັກສ່ວນ ຫຼາຍ ພາຍໃນຄະນະນຳຂອງພັກ ມີຄວາມສາມັກຄີເປັນເອກະພາບ ໂດຍສະເພາະແມ່ນພາຍໃນຄະ ນະປະຈຳພັກຂັ້ນຕ່າງໆ.
ເວົ້າລວມແລ້ວໃນ 5 ປີ ຜ່ານມາພັກເຮົາຍັງຮັກສາໄດ້ ບົດບາດ ແລະ ອິດທິພົນຂອງຕົນ ຊຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກປະຊາຊົນລາວ ບັນດາເຜົ່າ; ການຈັດຕັ້ງພັກມີ ຄວາມໜັກແໜ້ນ, ເປັນແກນນຳ ໃນລະບົບການເມືອງ.ຖັນແຖວ ສະມາຊິກພັກສ່ວນຫຼາຍຍັງມີ ຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ອຸດົມ ການສັງຄົມນິຍົມ ແລະ ຮັກສາໄດ້ ຄວາມເປັນແບບຢ່າງນຳໜ້າໃນ ທຸກວຽກງານ.  ຜົນສຳເລັດທີ່ໄດ້ ກ່າວມານັ້ນແມ່ນໄດ້ມາຈາກຄວາມ ຕັ້ງໜ້າພະຍາຍາມຂອງຄະນະ ພັກແຕ່ລະຂັ້ນ, ສະມາຊິກພັກພະ ນັກງານທຸກສະຫາຍໄດ້ເປັນເຈົ້າ ການປະກອບສ່ວນທາງດ້ານກຳ ລັງວັງຊາ  ແລະ ສະຕິປັນຍາເຂົ້າ ໃນວຽກງານປັບປຸງກໍ່ສ້າງພັກ.
ຄຽງຄູ່ກັບຜົນສຳເລັດດັ່ງ ກ່າວພວກເຮົາຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຊຶ່ງຈະໄດ້ສືບຕໍ່ເອົາ ໃຈໃສ່ແກ້ໄຂ.
– ອົງຄະນະພັກຂັ້ນຕ່າງໆ ໄດ້ສຳເລັດກອງປະຊຸມໃຫຍ່ຂັ້ນ ຂອງຕົນແລ້ວ ແຕ່ເມື່ອທຽບໃສ່ ຄວາມຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ເຫັນວ່າ ຄວາມສາມາດນຳພາຂອງຄະນະ ພັກຈຳນວນໜຶ່ງເປັນຕົ້ນແມ່ນ ຢູ່ຂັ້ນຮາກຖານຍັງບໍ່ທັນມີການ ຫັນປ່ຽນຢ່າງຕັ້ງໜ້າແທ້, ການຄັດ ເລືອກຜູ້ມີເງື່ອນໄຂມາດຖານ ປະກອບເຂົ້າໃນຄະນະພັກຍັງ ພົບຄວາມຫຍຸ້ງຍາກຍ້ອນການຂຶ້ນ ແຜນກຳນົດສ້າງພະນັກງານ ສືບທອດປ່ຽນແທນຢູ່ແຕ່ລະຂັ້ນ ບໍ່ທັນດີເທົ່າທີ່ຄວນ, ການບຳລຸງ ຍົກລະດັບຄະນະພັກຂັ້ນຕ່າງໆ ບໍ່ທັນໄດ້ເຮັດຢ່າງຕັ້ງໜ້າ.
– ການປັບປຸງການຈັດຕັ້ງ ຮາກຖານພັກຍັງບໍ່ທັນທົ່ວເຖິງ, ຄຸນນະພາບຂອງໜ່ວຍພັກຈຳ ນວນໜຶ່ງທີ່ໄດ້ຮັບຮອງເປັນ ໜ່ວຍພັກເຂັ້ມແຂງ – ຮູ້ນຳພາ ຮອບດ້ານຍັງບໍ່ທັນສູງ; ການດຳ ເນີນຊີວິດໜ່ວຍພັກຢູ່ຫຼາຍບ່ອນ ບໍ່ທັນເລິກເຊິ່ງ, ການປະຕິບັດ ຫຼັກການຕຳນິຕິຊົມເອງ ແລະ ຕິ ຊົມກັນຍັງບໍ່ທັນເຂັ້ມງວດ.
– ພວກເຮົາບໍ່ທັນໄດ້ເອົາ ໃຈໃສ່ສຶກສາອົບຮົມ ແລະ ບຳລຸງ ຍົກລະດັບຂອງສະມາຊິກພັກ ຢ່າງຕັ້ງໜ້າ, ຈຳນວນສະມາຊິກ ພັກເພີ່ມຂຶ້ນຫຼາຍແຕ່ຄຸນນະພາບ ບໍ່ທັນສູງເທົ່າທີ່ຄວນ, ປະກົດການ ຫຍໍ້ທໍ້ຕ່າງໆໃນຖັນແຖວສະມາ ຊິກພັກເປັນຕົ້ນແມ່ນປະກົດ ການເຊື່ອມຖອຍທາງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ, ຂາດຄວາມເປັນ ແບບຢ່າງນຳໜ້າ, ອາດ ຍາ ສິດຫ່າງ ເຫີນຈາກມະຫາຊົນ, ສວຍໃຊ້ ໜ້າທີ່ຕຳແໜ່ງ ຍັງບໍ່ທັນໄດ້ຮັບ ການແກ້ໄຂຢ່າງຂາດຕົວ, ເຖິງວ່າ ຜ່ານມາພວກເຮົາກໍ່ໄດ້ມີຄວາມ ພະຍາຍາມຕາມບົດສະຫຼຸຸບຂອງ ຄະນະກວດກາສູນກາງພັກ ປີ 2015 ມີສະມາຊິກພັກຖືກລົງວິ ໄນ 567 ສະຫາຍ, ໃນນັ້ນວິໄນ ຂັ້ນເອົາອອກຈາກພັກເຖິງ 306 ສະຫາຍ, ການຫັນເອົາພະນັກ ງານຮາກຖານບ້ານທີ່ເປັນປະຊາ ຊົນປະກອບເຂົ້າໃນຄະນະພັກ ເມືອງຍັງ ເຮັດໄດ້ໜ້ອຍ.
– ການປັບປຸງແບບແຜນວິ ທີນຳພາຂອງຄະນະພັກຢູ່ບາງ ບ່ອນບໍ່ທັນໄດ້ດີ, ເປັນຕົ້ນແມ່ນ ການປະຕິບັດຫຼັກການລວມສູນ ປະຊາທິປະໄຕ,​ ສ່ວນຫຼາຍຈະ ໜັກໄປດ້ານລວມສູນ, ຍິ່ງໄປ ກວ່ານັ້ນມັກຈະເກີດມີບັນຫາ ລວມສູນອາດຍາສິດ, ມັກງ່າຍບໍ່ ເສີມຂະຫຍາຍໄດ້ປະຊາທິປະ ໄຕ ແລະ ຫົວຄິດປະດິດສ້າງຂອງ ບຸກຄົນ, ຂອງໜູ່ຄະນະ, ການ ຄວບຕ່ຳແໜ່ງພື້ນຖານແມ່ນ ດີ, ແຕ່ການປະຕິບັດບາງຕົວຈິງຢູ່ ບາງບ່ອນບໍ່ຈຳແນກຈະແຈ້ງລະ ຫວ່າງພາລະບົດບາດນຳພາ ຂອງພັກ ແລະ ພາລະບົດບາດ ຄຸ້ມຄອງຂອງລັດ, ການປະຕິບັດ ລະບອບປະຊຸມ ແລະ ດຳເນີນຊີ ວິດການເມືອງໃນຄະນະພັກຈຳ ນວນໜຶ່ງບໍ່ປົກກະຕິ.
ເພື່ອຈັດຕັ້ງມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ X ຂອງພັກກ່ຽວກັບວຽກງານ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງໃນ 5 ປີ ຕໍ່ໜ້າພວກເຮົາຈະ ສຸມໃສ່ບາງວຽກໃຫຍ່ດັ່ງນີ້:
1). ຄະນະຈັດຕັ້ງສູນກາງ  ພັກຈະພ້ອມກັບຄະນະພັກແຕ່ ລະຂັ້ນຕັ້ງໜ້າເຮັດວຽກງານບູ ລະນະຄະນະພັກ ແລະ ການຈັດ ຕັ້ງພັກຂັ້ນຕ່າງໆໃຫ້ມີຄວາມ ປອດໃສເຂັ້ມແຂງໜັກແໜ້ນ, ປັບປຸງ ແລະ ເພີ່ມທະວີຄວາມສາ ມັກຄີເປັນເອກະພາບໃນພັກ, ເປັນຕົ້ນແມ່ນຄວາມເປັນເອກະ ພາບ ແລະ ຄວາມເປັນແບບ ຢ່າງພາຍໃນຄະນະພັກ, ສ້າງຄະ ນະພັກໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ປອດໃສເຂັ້ມແຂງທາງດ້ານການ ຈັດຕັ້ງ ແລະ ເຂັ້ມງວດດ້ານແບບ ແຜນວິທີການນຳພາຂອງພັກ, ສືບຕໍ່ສຸມໃສ່ການຂຶ້ນແຜນກໍ່ສ້າງ ພະນັກງານສືບທອດປ່ຽນແທນ ຢູ່ຄະນະພັກແຕ່ລະຂັ້ນເປັນວຽກ ບູລິມະສິດເພື່ອກະກຽມບຸກຄະ ລາ ກອນໃຫ້ແກ່ຂອງປະຊຸມໃຫຍ່ ສະໄໝຕໍ່ໄປຂອງອົງຄະນະພັກ ຂັ້ນຕ່າງໆ, ແຕ່ລະສະຫາຍກຳມະ ການຄະນະພັກໂດຍສະເພາະ ສະຫາຍເລຂາຄະນະພັກນັບທັງ ຫົວໜ້າແຕ່ລະອົງການ ແລະທ້ອງ ຖິ່ນຕ້ອງສ້າງຜູ້ສືບທອດຕົນເອງ ໃຫ້ໄດ້ແຕ່ 2 ຫາ 3 ສະຫາຍ.
2). ສືບຕໍ່ເພີ່ມທະວີການ ປັບປຸງກໍ່ສ້າງຮາກຖານພັກໃຫ້ ໜັກແໜ້ນສາມາດດຳລົງບົດບາດ ເປັນແກນນຳໃນລະບົບການ ເມືອງຢ່າງແທ້ຈິງຢູ່ຂັ້ນຮາກຖານ. ຕັ້ງໜ້າປັບປຸງກໍ່ສ້າງບັນດາຮາກ ຖານພັກຢູ່ສຳນັກງານ – ອົງການ, ກົມກອງຫົວໜ່ວຍວິສາຫະກິດ ຕ່າງໆລວມທັງກໍ່ສ້າງໜ່ວຍພັກຢູ່ ຮາກຖານ ບ້ານໃຫ້ມີຄວາມປອດ ໃສ, ເຂັ້ມແຂງໜັກແໜ້ນ, ປັບປຸງ ພາລະບົດບາດ, ໜ້າທີ່ ແລະສິດ ຂອງຄະນະພັກຮາກຖານບ້ານໃຫ້ ແທດເໝາະ, ປັບປຸງພາລະບົດ ບາດ, ໜ້າທີ່ລະອຽດຂອງໜ່ວຍ ພັກຢູ່ແຕ່ລະຂົງເຂດໃຫ້ສອດ ຄ່ອງ ແລະ ຈະແຈ້ງ   ແລະ ສືບຕໍ່ເອົາ ໃຈໃສ່ສ້າງວຽກງານໜ່ວຍພັກໃຫ້ ເຂັ້ມແຂງ – ຮູ້ນຳພາຮອບດ້ານ.​ ໃນຕໍ່ໜ້ານີ້ຈະໄດ້ສົມທົບກັບກະ ຊວງ – ອົງການກ່ຽວຂ້ອງ ແລະສະ ພາອຸດສາຫະກຳການຄ້າ ເພື່ອ ສ້າງຕັ້ງໃຫ້ມີໜ່ວຍພັກນຳພາຢູ່ ພາກສ່ວນຫົວໜ່ວຍທຸລະກິດ, ໂຮງຈັກ, ໂຮງງານຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃຫ້ມີຄະນະພັກນຳພາ.
3). ເອົາໃຈໃສ່ໃນການປັບ ປຸງຍົກສູງຄຸນນະພາບຂອງສະ ມາຊິກພັກ, ເປັນຕົ້ນແມ່ນໃນຖັນ ແຖວສະມາຊິກພັກໜຸ່ມເພື່ອໃຫ້ ຮູ້ໄດ້ທາດແທ້, ອຸດົມການຂອງ ພັກຢາງເລິກເຊິ່ງ, ກໍ່ສ້າງສະມາ ຊິກພັກໜຸ່ມໃຫ້ມີຄຸນທາດການ ເມືອງ ແລະ ມີ ຄຸນສົມບັດດີ,ຕັ້ງ ໜ້າຂະຫຍາຍພັກເຂົ້າຖັນແຖວ ກຳມະ ກອນຢູ່ໂຮງຈັກ,ໂຮງງານ, ບໍລິ ສັດທັງພາກລັດ ແລະ ເອກະ ຊົນ​; ຊາວກະສິກອນ, ຖັນແຖວ ປັນຍາຊົນ, ນັກສຶກສາທີ່ກ້າວ ໜ້າໂດຍຖືຄຸນນະພາບເປັນ ກົກ.
4). ປັບປຸງແບບແຜນວິທີ ນຳພາຂອງຄະນະພັກຂັ້ນຕ່າງໆ ກ່ອນອື່ນໝົດແມ່ນເອົາໃຈໃສ່ ປະຕິບັດຫຼັກການລວມສູນປະ ຊາທິປະໄຕພາຍໃນພັກໃຫ້ເຂັ້ມ ງວດ, ຄະນະພັກແຕ່ລະຂັ້ນເວ ລາໃດກໍ່ຕ້ອງມີສະຕິນຳພາເປັນ ໝູ່ຄະນະ, ແບ່ງງານໃຫ້ບຸກຄົນ ຮັບຜິດຊອບ, ເສີມຂະຫຍາຍປະ ຊາທິປະໄຕ, ຫົວຄິດປະດິດສ້າງ ຂອງໝູ່ຄະນະ ແລະ ມະຫາ ຊົນ; ຄະນະພັກ ແລະ ສະມາຊິກພັກ ແຕ່ລະສະຫາຍຕ້ອງຢຶດໝັ້ນໃນ ລັກສະນະນຳໜ້າໃນການປະຕິ ບັດ ກົດລະ ບຽບຂອງພັກ,​  ເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ, ຖືເອົາການປຸກລະດົມຊວນເຊື່ອ ແລະ ຄວາມເປັນແບບຢ່າງຂອງ ຄະນະພັກ ແລະ ສະມາຊິກພັກ ແຕ່ລະສະຫາຍເປັນແບບວິທີນຳ ພາຕົ້ນຕໍຂອງພັກ.
5). ໃນເງື່ອນໄຂປະຈຸບັນ ຍິ່ງກວ່າເວລາໃດໝົດທີ່ຄະນະ ພັກແຕ່ລະຂັ້ນຈະຕ້ອງໄດ້ສືບຕໍ່ ເພີ່ມທະວີວຽກງານປ້ອງກັນພັກ – ປ້ອງກັນພະນັກງານ ຊຶ່ງ ກ່ອນ ອື່ນໝົດແມ່ນປ້ອງກັນແນວທາງ ຂອງພັກ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍມ້າງເພຂອງສັດຕູ ແລະ ພວກຄົນບໍ່ດີໃນທຸກຮູບ ແບບ; ຄະນະພັກແຕ່ລະຂັ້ນສືບ ຕໍ່ປະຕິບັດຕາມຫຼັກການນຳພາ ໂດຍກົງເປັນເອກະພາບໃນວຽກ ງານຄຸ້ມຄອງພະນັກງານ, ມີການ ຕິດ ຕາມກວດກາ, ສຶກສາອົບຮົມ, ຊ່ວຍເຫຼືອກໍ່ສ້າງເປັນປະຈຳ, ບົນ ພື້ນຖານນັ້ນເພື່ອຕີລາຄາເລືອກ ເຟັ້ນ, ນຳໃຊ້ພະນັກງານ  ແລະປະ ຕິບັດນະໂຍບາຍຕໍ່ພະນັກງານ ໃຫ້ຖືກຕ້ອງ, ເພີ່ມທະ ວີ ແລະ ປົກປັກຮັກສາມູນເຊື້ອຄວາມສາ ມັກຄີເປັນເອກະພາບໃນພັກ, ຄວາມສາມັກຄີບັນດາເຜົ່າ, ຕ້ານ ແນວຄິດ ແລະ ທັດສະນະຫຼາຍ ພັກຫຼາຍເຄົ້າຢ່າງເດັດຂາດ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)