spot_img
Homeຂ່າວພາຍ​ໃນບາງຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX

ບາງຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX

Published on

    ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ​ຫຼາຍ​ຂົງ­ເຂດ ວຽກ​ງານ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແບບ ມີ​ການ​ແຂ່ງ­ຂັນ​ສູງ​ນັບ​ແຕ່​ຂັ້ນ​ສູນ​ກາງລົງ​ຮອດ​ທ້ອງ­ຖິ່ນບໍ່​ວ່າ​ຈະ​ເປັນ​ພາກ​ລັດ ແລະພາກ​ເອ­ກະ​ຊົນ ຊຶ່ງ​ລ້ວນ​ແຕ່​ປະ­ກອບ ສ່ວນ​ເຮັດ​ໃຫ້​ວຽກ​ງານ​ເສດ­ຖະ­ກິດ-ສັງ ຄົມ​ຂອງ​ປະ­ເທດ​ໃນ​ໄລ­ຍະ 5 ປີ­ຜ່ານ­ມາ ມີ​ການ​ຈະ­ເລີນ​ເຕີບ​ໂຕ​ໄວ ແລະ​ຕໍ່​ເນື່ອງ, ກ້າວ​ສູ່​ຄວາມ​ສີ­ວິ­ໄລ​ເທື່ອ​ລະ​ກ້າວ, ຕໍ່ກັບ​ຜົນ­ງານ​ດັ່ງ­ກ່າວ​ທີ່​ຍາດ​ມາ​ໄດ້​ນັ້ນ ໃນໂອ­ກາດ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ ພັກ ທີ່​ພວມ​ດຳ­ເນີນ​ໃນ​ຂະ­ນະ​ນີ້ ໜັງ­ສື­ພິມ ເສດ­ຖະ­ກິດ-ສັງ­ຄົມ​ກໍ​ໄດ້​ນຳ​ເອົາ​ຜົນ​ສຳ ເລັດ​ຂອງ​ທາງ​ຂະ­ແໜງ­ການ​ມາ​ນຳ​ເໜີ ດັ່ງ​ລຸ່ມ​ນີ້.

ສະ­ຫາຍ ດຣ. ລຽນ ທິ​ແກ້ວ ເລ­ຂາ​ຄະ ນະ​ພັກ​ກະ­ຊວງ​ການ​ເງິນ ໄດ້​ລາຍ​ງານ​ຕໍ່ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ ທີ X ຂອງ​ພັກ ໃຫ້​ຮູ້​ວ່າ: ຄະ­ນະ​ພັກ​ກະ ຊວງ​ການ​ເງິນ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ທົດ​ລອງ 3 ສ້າງ ຢ່າງ​ເປັນ​ເຈົ້າ​ການ ໃນ​ທົ່ວ​ປະ­ເທດ​ນັບ​ແຕ່​ສົກ​ປີ 2012-2013 ເປັນ­ຕົ້ນ​ມາ ໂດຍ​ໄດ້​ມອບ​ຫົວ ໜ່ວຍ​ເກັບ​ລາຍ​ຮັບ​ໃຫ້​ຂັ້ນ​ແຂວງ, ນະ ຄອນ​ຫຼວງ​ເພີ່ມ​ອີກ​ຈຳ­ນວນ 648 ຫົວ ໜ່ວຍ, ບັນ­ດາ​ແຂວງ ແລະ​ນະ­ຄອນ­ຫຼວງ ໄດ້​ມອບ​ຫົວ­ໜ່ວຍ​ເກັບ​ລາຍ​ຮັບ​ໃຫ້​ເມືອງ ອີກ​ຈຳ­ນວນ 10.371 ຫົວ­ໜ່ວຍ ແລະ ເມືອງ​ມອບ​ໃຫ້​ບ້ານ​ຈຳ­ນວນ 3.337 ຫົວ­ໜ່ວຍ ຊຶ່ງ​ຜ່ານ​ການ​ປະ­ຕິ­ບັດ​ຕົວ​ຈິງ ເຫັນ​ວ່າ​ບັນ­ດາ​ເມືອງ ແລະ​ບ້ານ​ທົດ​ລອງ 3 ສ້າງ ສາ­ມາດ​ເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ ຫຼາຍ​ເທົ່າ​ຕົວ​ເມື່ອ​ທຽບ­ໃສ່​ກ່ອນ​ເຮັດ​ທົດ ລອງ 3 ສ້າງ.

ທ່ານ ດຣ. ຄຳ​ພັນ ເຜີຍ​ຍະ​ວົງ ເລ­ຂາ​ຄະ ນະ​ພັກ​ແຂວງ, ເຈົ້າ­ແຂວງໆ​ບໍ່​ແກ້ວ​ໃຫ້ ສຳ­ພາດ​ວ່າ: ສຳ­ລັບ​ແຂວງ​ບໍ່​ແກ້ວ​ແລ້ວ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ຄະ­ນະ​ພັກແຂວງ​ກໍ​ໄດ້​ເອົາ­ໃຈ­ໃສ່​ການ­ຈັດ­ຕັ້ງ​ປະ­ຕິ ບັດ​ວຽກ​ງານ 5 ປີ­ຜ່ານ­ມາ​ຂອງ​ແຂວງ ຊຶ່ງ​ໄດ້​ເຮັດ​ໃຫ້​ທົ່ວ​ແຂວງ​ມີ​ຄວາມ​ສະ ຫງົບ, ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ ຢ່າງ​ຕໍ່​ເນື່ອງ, ແກ້​ໄຂ​ບັນ­ຫາ​ຄວາມ­ທຸກ ຍາກ​ຂອງ​ປະ­ຊາ­ຊົນ​ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່ ເນື່ອງ ແລະ​ໃນ­ຕໍ່­ໜ້າ​ນີ້ ພາຍ­ຫຼັງ​ສຳ­ເລັດ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ນີ້​ພວກ​ເຮົາ​ກໍ ຈະ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຈິດ­ໃຈ​ມະ­ຕິ​ກອງ ປະ­ຊຸມ​ໄປ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ເຂົ້າ​ໃນ ຊີ­ວິດ​ສັງ­ຄົມ​ໃນ​ທົ່ວ​ພັກ, ທົ່ວ​ກອງ­ທັບ ແລະ​ທົ່ວ​ປວງ​ຊົນ​ຢູ່​ແຂວງ​ບໍ່​ແກ້ວ​ສືບ­ຕໍ່ປະ­ຕິ­ບັດ​ແຜນ​ງານ​ດັ່ງ­ກ່າວ​ນີ້​ໃຫ້​ເປັນ​ອັນລະ­ອຽດ ແລະ​ພ້ອມ​ກັນ​ປະ­ຕິ­ບັດ​ເພື່ອ​ເຮັດ ໃຫ້​ປະ­ຊາ­ຊົນ​ແຂວງ​ຫຼຸດ​ພົ້ນ​ອອກ​ຈາກ ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ແລະ ສືບ ຕໍ່­ໃຫ້​ແຂວງ​ມີ​ຄວາມ​ສະ­ຫງົບ, ຄວາມ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຊຸກ­ຍູ້​ໃຫ້​ເສດ​ຖະ ກິດ​ແຂວງ​ຂະ­ຫຍາຍ­ຕົວ​ບໍ່​ຫຼຸດ 10% ຂຶ້ນໄປ.

ທ່ານ ບຸນ​ທາມ ພຸດ​ທະ​ວົງ­ສາ ເລ­ຂາ ພັກ​ເມືອງ, ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ, ນະ­ຄອນ­ຫຼວງ​ວຽງ​ຈັນ​ກໍ່​ໃຫ້​ທັດ­ສະ­ນະ ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ ທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄລ­ຍະ 5 ປີ ຜ່ານ​ມາ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ ປະ­ເທດ​ຊາດ​ເຮົາ​ມີ​ໂສມ​ໜ້າ​ໃໝ່​ມີ​ຜົນ​ສຳ ເລັດ​ຮອບ­ດ້ານ​ເປັນ​ປະ­ຫວັດ­ສາດ, ສະ ເພາະ​ເມືອງ​ຫາດ​ຊາຍ​ຟອງ​ກຳ­ລັງ​ຈັດ ຕັ້ງ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ອົງ­ຄະ​ນະ​ພັກ​ເມືອງ​ຄັ້ງ​ທີ VI ຊຶ່ງ​ສ້າງ ເມືອງ​ໃຫ້​ເປັນ​ເສົາ­ຄ້ຳ​ທາງ​ດ້ານ​ຄວາມ​ສະ­ຫງົບ, ເສົ້າ​ຄ້ຳ​ທາງ​ດ້ານ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ, ວັດ­ທະ­ນະ­ທຳ-ສັງ­ຄົມ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄດ້​ຮັບ​ໝາກ­ຜົນ, ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ກໍ່​ມີ​ການ​ຈະ ເລີນ​ເຕີບ​ໂຕ​ໃນ​ລະ­ດັບ 11% ສະ­ເລ່ຍ ລາຍ​ຮັບ​ຕໍ່​ຫົວ​ຄົນ​ຜູ້​ໜຶ່ງ​ໄດ້ 2,6 ພັນ​ໂດ ລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່​ປີ.

ທ່ານ ຄຳ​ໄພ ສົມ​ຊະ­ນະ ປະ­ທານ​ບໍ​ລິ ສັດ​ກຸ່ມ​ຄຳ​ໄພ​ຊະ­ນະ​ກໍ່­ສ້າງ​ໃນ​ນາມ​ທຸ­ລະ​ກິດ​ຕົວ​ແບບ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ໄດ້​ໃຫ້​ສຳ­ພາດ​ວ່າ: ບໍ­ລິ­ສັດ​ມີ​ຄວາມ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ໄດ້​ຄື​ແນວ​ນີ້ ກໍ​ຍ້ອນ​ແນວ­ທາງ​ອັນ​ສະ­ຫຼາດ ສ່ອງ​ໄສ​ຂອງ​ພັກ, ຊີ້​ນຳ​ນຳ­ພາ​ຂອງ​ລັດ ຈິ່ງ​ເຮັດ​ໃຫ້​ບໍ­ລິ­ສັດ​ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ​ເປັນ​ກ້າວໆ ໂດຍ​ເລີ່ມ​ຈາກ​ທຸ­ລະ​ກິດ ເຟີ​ນີ​ເຈີ​ນ້ອຍ​ແບບ​ຄອບ­ຄົວ​ແລ້ວ​ພັດ​ທະ ນາ​ເປັນ​ໂຮງ­ງານ​ເຟີ​ນີ​ເຈີ​ຂະ­ໜາດ​ໃຫຍ່ ຄົບ​ວົງ​ຈອນ ແລະ​ສ້າງ­ຕັ້ງ​ບໍ­ລິ­ສັດ​ຄຳ​ໄພ ຊະ­ນະ​ກໍ່­ສ້າງ​ແລ​ຄອນ​ກຣີດ, ກະ­ສິ­ກຳ, ການ­ທ່ອງ­ທ່ຽວ ແລະ​ອື່ນໆ ຈົນ​ກາຍ­ເປັນ ບໍ­ລິ­ສັດ​ກຸ່ມ​ຄຳ​ໄພ​ຊະ­ນະ​ກໍ່­ສ້າງ​ຄົບ​ວົງ ຈອນ ຊຶ່ງ​ເປັນ​ການ​ປະ­ກອບ­ສ່ວນ​ສ້າງ ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ຢ່າງ​ຕັ້ງ­ໜ້າ ແລະ​ພ້ອມ​ອຸ­ທິດ​ເພື່ອ​ປະ­ເທດ​ຊາດ​ໃຫ້​ມີ ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ​ຢ່າງ​ຍືນ​ຍົງ.

ຂະ­ນະ​ທີ່ ທ່ານ ຫຼຸມ​ຄຳ ວົງ​ໄຊ ປະທານ​ບໍ­ລິ­ສັດ​ລາວ​ອຸດ­ສາ­ຫະ­ກຳ ແລະ​ກະ ສິ​ກຳ ຈຳ­ກັດ ກ່າວ​ວ່າ: ໃນ​ໄລ­ຍະ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ​ບໍ­ລິ­ສັດ​ກໍ​ໄດ້​ປະ­ກອບ ສ່ວນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ພັດ­ທະ­ນາ​ສິນ ຄ້າ​ອອກ​ຮັບ​ໃຊ້​ສັງ­ຄົມ, ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເປັນ­ຕົ້ນ: ພັດ­ທະ­ນາ​ວຽກ ງານ​ກະ­ສິ­ກຳ​ຕິດ​ພັນ​ກັບ​ອຸດ­ສາ­ຫະ­ກຳ, ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ໄດ້​ສົ່ງ­ເສີມ​ປະ ຊາ​ຊົນ​ປູກ​ເຊັ່ນ: ສາ­ລີ, ໝາກ​ຕາວ, ກະ ທຽມ ແລະ​ອື່ນໆ, ແລ້ວ​ເກັບ​ຊື້​ນຳ​ປະ­ຊາ ຊົນ​ເພື່ອ​ເອົາ​ມາ​ປຸ​ຸງ​ແຕ່ງ​ສົ່ງ​ອອກ​ໄປ ຂາຍ​ຕ່າງ­ປະ­ເທດ​ກວມ 90% ສ້າງ​ລາຍ ຮັບ​ຫຼາຍ​ສິບ​ຕື້​ກີບ​ຕໍ່​ປີ ສ່ວນ​ອີກ 10% ແມ່ນ​ຂາຍ​ພາຍ​ໃນ, ອັນ​ນີ້​ເຫັນ​ວ່າ​ມີ ຄວາມ​ພົ້ນ​ເດັ່ນ​ເປັນ​ໄປ​ຕາມ​ແນວ­ທາງ ນະ­ໂຍ­ບາຍ​ຂອງ​ພັກ-ລັດ ກໍ​ຄື​ມີ​ພັກ​ນຳ ພາ​ຈິ່ງ​ເຮັດ​ໃຫ້​ປະ­ເທດ​ຊາດ​ພັດ­ທະ­ນາໄວ.

ທ່ານ ທອງ​ສະ­ຫວັນ ມີ​ບຸນ ປະ­ທານ ບໍ­ລິ­ສັດ​ພັນ​ເພັດ​ສົ່ງ­ເສີມ​ການ​ກະ­ເສດ​ຄົບ ວົງ​ຈອນ​ກ່າວ​ວ່າ: ບໍ­ລິ­ສັດ​ໄດ້​ປະ­ກອບ ສ່ວນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ພັດ­ທະ­ນາ​ເສດ ຖະ​ກິດ​ສັງ­ຄົມ ໂດຍ​ສະ­ເພາະ​ການ​ຜະ­ລິດ ສະ­ບຽງ​ອາ­ຫານ​ການ​ປູກ​ເຂົ້າ ໂດຍ​ຫັນ ຈາກ​ການ​ຜະ­ລິດ​ທຳ​ມະ​ຊາດ​ໄປ​ສູ່​ການ ຜະ­ລິດ​ແບບ​ທັນ​ສະ­ໄໝ​ນຳ​ໃຊ້​ກົນ​ຈັກ ເຂົ້າ​ໃນ​ການ​ຜະ­ລິດ​ທຸກ​ຂັ້ນ​ຕອນ ເພື່ອ ຍົກ​ສູງ​ປະ­ສິດ­ທິ­ພາບ​ໃນ​ການ​ຜະ­ລິດ ທັງ ນີ້​ກໍ​ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ພັດ​ທະ ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ ເຮັດ​ໃຫ້​ມີ​ສະ­ບຽງ​ອາ­ຫານ​ຢ່າງ​ພຽງ­ພໍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...