Homeຂ່າວພາຍ​ໃນລມຕ ຕ່າງປະເທດນູແວນເຊລັງ ຈະຢ້ຽມຢາມ ສປປ ລາວ

ລມຕ ຕ່າງປະເທດນູແວນເຊລັງ ຈະຢ້ຽມຢາມ ສປປ ລາວ

Published on

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ພະນະ​ທ່ານ ​ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ​ສປປ ລາວ ພະນະ​ທ່ານ ເມີ​ເຣ ແມັກ​ຄຼູ​ລີ (The Honorable Murray mcCully) ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ນູ​ແວນ ເຊ​ລັງ ພ້ອມ​ດ້ວຍ​ຄະນະ ຈະ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 25 ມີນາ 2014.

ທ່ານ ເມີ​ເຣ ແມັກ​ຄຼູ​ລີ (Hon Murray McCully) ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ນູ​ແວນ ເຊ​ລັງ.

ສະຖານທີ່​ເກີດ: ເກີດ​ທີ່​ເມືອງ Whangarei ໃນ​ປີ 1953 ດ້ານ​ການ​ສຶກ​ສາ ທ່ານ​ໄດ້​ຮັບ​ປະລິນຍາ​ຕີ​ດ້ານ​ກົດໝາຍ ແລະ ມີ​ຄຸນ​ວຸດ​ທິ​ເປັນ​ທະນາຍຄວາມ ແລະ ເປັນ​ຜູ້​ຊີ້​ນຳ​ດ້ານ​ທະນາຍຄວາມ.

ປະສົບ​ການ​ດ້ານ​ວຽກ​ງານ: ປີ 1987 ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢູ່​ໃນ​ລັດ​ຖະ​ສະພາ ທ່ານ​ໄດ້​ເປັນ​ອຳນວຍ​ການ​ຂອງ​ບໍລິສັດ ການ​ພົວພັນ​ສາທາລະນະ ກ່ອນ​ທີ່​ທ່ານ​ຈະ​ເຂົ້າ​ຢູ່​ໃນ​ລັດ​ຖະ​ສະພາ ເດືອນ​ຕຸລາ ປີ 1991 ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີ​ວ່າການ ເຊິ່ງ​ຮັບຜິດຊອບ​ວຽກ​ງານ​ດ້ານ​ພາສີ ທີ່​ພັກ​ອາໄສ​ການທ່ອງທ່ຽວ ອົງການ​ປະກັນ​ໄພ ກີລາ ແລະ ອື່ນໆ (ຮັບຜິດຊອບ​ໜ້າທີ່​ການ​ແຂ່ງຂັນ America’s Cup ແລະ ກິດຈະກຳ​ສະຫັດ​ສະ​ວັດ).

ປີ 2008 ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ

 

http://www.vientianemai.net/teen/khao/1/11398

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...