spot_img
Homeຂ່າວເຫດການກະຊວງສາທາຯເຜີຍ ພ້ອມ 100% ປ້ອງກັນ ແລະ ຮັກສາສຸຂະພາບ ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ!

ກະຊວງສາທາຯເຜີຍ ພ້ອມ 100% ປ້ອງກັນ ແລະ ຮັກສາສຸຂະພາບ ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ!

Published on

ຂປລ. ທ່ານ ດຣ. ​ເນົາ ບຸດຕາ ຄະນະ​ພັກ, ຫົວໜ້າ​ຫ້ອງການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ປັດຈຸບັນ​ ຂະ​ແໜງ​ສາທາລະນະ​ສຸກ​ ແມ່ນ ​ມີ​ຄວາມ​​ຮັບປະກັນ 100% ​ໃນ​ການປ້ອງ​ກັນ ​ແລະ ​ຮັກສາ​ສຸຂະພາບ​ຂອງ​ການ​ນຳ​ພັກ-ລັດ ​ແລະ ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ຄັ້ງທີ X ຂອງ​ພັກ ​ໂດຍ​ໄດ້​ກະກຽມ​ຊຽວຊານ ດ້ານ​ການ​ກັນ​ພະຍາດ ​ແລະ ອາຫານ​ປອດ​ໄພ ຈຳນວນ 88 ທ່ານ ​​ໄດ້​ມາ​ປະຈຳການ​ກຽມພ້ອມ​ເວລາ​ເກີດ​ເຫດການ​ສຸກ​ເສີນ​ຕ່າງໆ ​ຕະຫລອດ 24 ຊົ່ວ​ໂມງ ​ໂດຍ​ແບ່ງ​​ເປັນ​ສາມ​ໜ່ວຍ​ງານ​ຫລັກ​ ຄື: ໜ່ວຍ​ການ​ປ້ອງ​ກັນ​ການລະບາດພະຍາດ ​ໂດຍ​ສະ​ເພາະ​ ແມ່ນ​ພະຍາດ​ໄຂ້ຍຸງ​ລາຍ ​ແລະ ພະຍາດ​ຕິດ​ຕໍ່​ອື່ນໆ ​ເຊິ່ງກ່ອນ​ໜ້າ​ນີ້ໜ່ວຍ​ງານດັ່ງກ່າວ ​ໄດ້​ລົງ​ພົ່ນຢາ ​ແລະ ກວດກາ ຢູ່​ສະຖານ​ທີ່​ຈັດ​ກອງ​ປະຊຸມ ​ແລະ ບໍລິ​ເວນອ້ອມ​ຮອບ​ເປັນ​ທີ່​ຮຽບຮ້ອຍ ​ແລະ ກ່ອນ​ນີ້ ໜ່ວຍ​ງານ​ຄວາມ​ປອດ​ໄພ​ຂອງ​ອາຫານ ກໍ​ໄດ​້ລົງ​ກວດກາ​ບັນດາ​ຮ້ານ​ອາຫານ, ​ໂຮງ​ແຮມທີ່​ຈະມີ​ຜູ້​ແທນ​ພັກ​ເຊົາ ​ໂດຍ​ໄດ້​​ແນະນຳ ​ແລະ ​ເຮັດ​ສັນຍາ​ກັບ​ຜູ້​ປະກອບ​ການ ຕ້ອງ​ເອົາ​ໃຈ​ໃສ່​ຮັກສາ​ຄວາມ​ສະອາດ, ​ສະຖານ​ທີ່​ພັກ​ເຊົາ ​ແລະ ຮັບປະກັນ​ຄຸນ​ນະພາ​ບຂອງ​ອາຫານ​ ບໍ່ ​ໃຫ້​ມີ​ສານ​ປົນ​ເປື້ອນ. ສ່ວນ​ໜ່ວຍ​ງານ​ທີ່​ສາມ ​ແມ່ນ​ມີໜ້າ​ທີ່​ບໍລິການ​ປິ່ນປົວ​ສຸຂະພາບ​ຂອງ​ການ​ນຳ ​ແລະ ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ເຊິ່ງ​ມີ​ແພດ, ພະຍາບານ ຈຳນວນ 5 ທ່ານ ປະກອບ​ເຄື່ອງມື​ຮັບ​ໃຊ້, ຢາ ​ແລະ ອຸປະກອນ​ການ​ແພດ​ທີ່​ຈຳ​ເປັນ ລວມທັງ​ ລົດ​ຂົນ​ສົ່ງ​ຄົນ​ເຈັບ ​ປະຈຳ​ຢູ່​ສະຖານ​ທີ່​ຈັດ​ກອງ​ປະຊຸມ ​ແລະ ໂຮງ​ແຮມ​ທີ່​ຜູ້​ແທນ​ພັກ​ເຊົາ​ ໂດຍ​ມີ​ການ​ປະຈຳການ ​ແລະ ກຽມພ້ອມ​ຕະຫລອດ 24 ຊົວ​ໂມງ. ນອກຈາກ​ນີ້ ຍັງ​ໄດ້​ກຽມ​ລົດ​ ​ແລະ ຫ້ອງ​ສຸກ​ເສີນ ຢູ່​ໂຮງໝໍ​ສູນ​ກາງ​ແຫ່ງ​ຕ່າງໆ ​ເພື່ອ​ສາມາດ​ຮັບ​ມື​ໃນ​ກໍລະ​ເກີດ​ເຫດ​ສຸກ​ເສີນ.

​ໃນ​ໂອກາດ​ນີ້, ທ່ານ ດຣ. ​ເນົາ ບຸດຕາ ​ໄດ້​ຮຽກຮ້ອງ​ເຖິງ​ຜູ້​ປະກອບ​ການ​ດ້ານ​ຮ້ານ​ອາຫານ ​ແລະ ​ໂຮງ​ແຮມ ​ໃຫ້​ຊ່ວຍ​ກັນ​ຮັກສາ​ຄວາມ​ສະອາດ ​ແລະ ຮັບປະກັນ​ຄຸນ​ນະພາ​ບຂອງ​ອາຫານ ​ເພື່ອ​ເຮັດ​ໃຫ້​ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມມີ​ສຸຂະພາບ​ແຂງ​ແຮງ ປະກອບສ່ວນ​ໃຫ້ການ​ດຳ​ເນີນ​ກອງ​ປະຊຸມ​ ຄັ້ງທີ X ຂອງ​ພັກ ​ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...