spot_img
Homeຂ່າວພາຍ​ໃນເປີດງານວາງສະແດງເຟີນີເຈີລາວ ປະຈຳປີ 2016 ທີ່ສູນການຄ້າລາວໄອເຕັກ 14-19 ມັງກອນນີ້!

ເປີດງານວາງສະແດງເຟີນີເຈີລາວ ປະຈຳປີ 2016 ທີ່ສູນການຄ້າລາວໄອເຕັກ 14-19 ມັງກອນນີ້!

Published on

ງານວາງສະແດງຜະ ລິດຕະພັນເຟີນີເຈີລາວ ຄັ້ງທີ 2 ປະຈຳປີ 2016 ມີຜະລິດຕະ ພັນຫຼາກຫຼາຍຊະນິດທີ່ຜະລິດ ຈາກຊ່າງຄົນລາວ ຊຶ່ງມີທັງຜະ ລິດຕະພັນໄມ້, ໄມ້ປ່ອງ, ຫວາຍ ແລະ ແກະສະຫຼັກກວ່າ 230 ຫ້ອງຂາຍໄວ້ໃຫ້ຜູ້ທີ່ສົນໃຈໄດ້ ທ່ຽວຊົມ ແລະ ຊື້ໄປຊົມໃຊ້. ງານດັ່ງກ່າວໄດ້ເປີດຂຶ້ນ ຢ່າງເປັນທາງການໃນວັນທີ 14 ມັງກອນນີ້ ທີ່ສູນການຄ້າລາວ ໄອເຕັກ, ໂດຍການເຂົ້າຮ່ວມ ເປັນກຽດຂອງ ທ່ານ  ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ພ້ອມບັນດາການນຳພັກ – ລັດ ທຸກຂັ້ນ, ທູຕານຸທູດ, ອົງການ ຈັດຕັ້ງສາກົນ, ນັກທຸລະກິດຜູ້ ປະກອບການພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີ ລາວ ໄດ້ເວົ້າວ່າ: ງານວາງສະ ແດງຜະລິດຕະພັນເຟີນີເຈີ ລາວຄັ້ງທີ 2 ນີ້ມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງຂອງ ການຈະເລີນເຕີບໂຕຂອງຂະ ແໜງເຟີນີເຈີ. ສະມາຄົມເຟີນີ ເຈີລາວ, ມີຄວາມຮູ້ສຶກພາກ ພູມໃຈເປັນຢ່າງຍິ່ງທີ່ໄດ້ເຕົ້າ ໂຮມເອົາບັນດາຜະລິດຕະພັນ ເຟີນີເຈີ, ທີ່ເປັນຫົວຄິດປະດິດ ສ້າງຂອງຄົນລາວເຮົາເຂົ້າມາ ເຕົ້າໂຮມກັນເພື່ອໂຄສະນາ, ວາງຈຳໜ່າຍຕໍ່ຊາວລາວ ແລະ ຊາວຕ່າງປະເທດໃຫ້ຮັບຮູ້ເຖິງ ຄວາມພ້ອມຂອງຜະລິດຕະ ພັນເຟີນີເຈີລາວໃນການແຂ່ງ ຂັນກັບພາກພື້ນ ແລະ ສາກົນ, ສົ່ງເສີມໃຫ້ຜູ້ປະກອບການໄດ້ ມີໂອກາດແລກປ່ຽນບົດຮຽນ ປະສົບການຊຶ່ງກັນ ແລະ ກັນ ແລະ ນຳເອົາບົດຮຽນດັ່ງກ່າວ ໄປປັບໃຊ້ເຂົ້າໃນຂະບວນ ການຜະລິດ, ການບໍລິການ ຂອງເຂົາເຈົ້າໃຫ້ເກີດດອກ ອອກຜົນ, ທັງເປັນການຊຸກຍູ້ ໃຫ້ປະຊາຊົນລາວບັນດາເຜົ່າ ມີການຜະລິດສິນຄ້າໃຫ້ນັບມື້ ນັບຫຼາຍຂຶ້ນໄປເລື້ອຍໆທາງ ດ້ານປະລິມານ ແລະ ຄຸນນະ ພາບ, ທັງເປັນການດຶງດູດເອົາ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດໃຫ້ມາລົງທຶນໃນ ຂົງເຂດການຜະລິດເຟີນີເຈີ, ສ້າງມູນຄ່າເພີ່ມໃຫ້ແກ່ຜະ ລິດຕະພັນໄມ້ລາວ, ປະກອບ ສ່ວນສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ ໄປເລື້ອຍໆ ທັງຍັງເປັນການ ສ້າງວຽກເຮັດງານທຳໃຫ້ກັບ ປະຊາຊົນລາວບັນດາເຜົ່າ ເພື່ອຫຼຸຸດຜ່ອນໄພຫວ່າງງານ ຊຶ່ງສອດຄ່ອງກັບແຜນພັດທະ ນາເສດຖະກິດ – ສັງຄົມຂອງ ລັດຖະບານວາງອອກ. ນອກ ຈາກນີ້ງານດັ່ງກ່າວກໍຍັງເປັນ ການສ້າງຄວາມພ້ອມໃຫ້ແກ່ ພາກທຸລະກິດລາວ ໂດຍສະ ເພາະແມ່ນຂະແໜງເຟີນີເຈີ ໃນການເຂົ້າເປັນປະຊາຄົມອາ ຊຽນ ຫຼື AEC.
ໃນງານຄັ້ງນີ້ມີຈຳນວນ ຫ້ອງວາງສະແດງ – ຂາຍສິນ ຄ້າທັງໝົດຈຳນວນ 230 ຫ້ອງ, ມາຈາກຫົວໜ່ວຍການຜະລິດ ເຟີນີເຈີທີ່ຜະລິດຈາກໄມ້, ຫວາຍ, ໄມ້ປ່ອງ ແລະ ເຄື່ອງ ແກະສະຫຼັກໄມ້ຕ່າງໆ: ມີ 40 ຫົວໜ່ວຍ 170 ຫ້ອງວາງສະ ແດງ, ມາຈາກກຫົວໜ່ວຍການ ຜະລິດເຄື່ອງຫັດຖະກຳ: ມີ 32 ຫົວໜ່ວຍ 60 ຫ້ອງວາງສະ ແດງ, ຜູ້ເຂົ້າຮ່ວມມາຈາກຕ່າງ ແຂວງມີຈຳນວນ 10 ຫົວໜ່ວຍ ທຸລະກິດມາຈາກ 8 ແຂວງ. ສ່ວນທີ່ເຫຼືອນັ້ນແມ່ນມາຈາກ ນະຄອນຫຼວງວຽງຈັນ ແລະ ງານວາງສະແດງດັ່ງກ່າວແມ່ນ ຈະໄດ້ດຳເນີນໄປຮອດວັນທີ 19 ມັງກອນ 2016 ນີ້.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...