spot_img
Homeຂ່າວພາຍ​ໃນກອງປະຊຸມ ຈາອິບຄາຣາວານ ຄັ້ງ​ທີ II

ກອງປະຊຸມ ຈາອິບຄາຣາວານ ຄັ້ງ​ທີ II

Published on

    ໃນ​ວັນ​ທີ 14-15 ມັງ­ກອນ 2016 ກົມ​ອາ​ຊຽນ, ກະ­ຊວງ​ການ​ຕ່າງ­ປະ­ເທດຮ່ວມ​ກັບ​ທີມ​ງານ​ບໍ­ລິ­ຫານ​ກອງ​ທຶນ​ການເຊື່ອມ​ໂຍງ​ຍີ່­ປຸ່ນ-ອາ​ຊຽນ (JAIF Management Team) ໄດ້​ຈັດ​ກອງ​ປະ­ຊຸມ ສຳ​ມະ​ນາຈາ​ອິບ​ຄາ​ຣາ​ວານ ຄັ້ງ​ທີ II ໃຫ້ແກ່​ບັນ­ດາ​ຂະ­ແໜງ­ການ​ຂອງ ສປປ ລາວທີ່​ໂຮງ­ແຮມ​ລາວ​ພລາ​ຊາ, ນະ­ຄອນ­ຫຼວງ ວຽງ​ຈັນ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ ທີ​ເປີດ​ໂດຍ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ ຕ່າງ­ປະ­ເທດ, ຫົວ­ໜ້າ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ອາ​ຊຽນ​ຂອງ ສປປ ລາວ ແລະ​ທ່ານ ໂຄ ອິ​ຈິ ໄອ​ໂບ​ຊິ ຜູ້­ຕາງ­ໜ້າ​ຖາ­ວອນ​ຍີ່­ປຸ່ນ​ປະຈຳ​ອາ​ຊຽນ, ທ່ານ ລັດ​ສະ​ໜີ ແກ້ວ​ມະ­ນີຜູ້­ຕາງ­ໜ້າ​ຖາ­ວອນ ແຫ່ງ ສປປ ລາວ ປະ ຈຳ​ອາ​ຊຽນ ແລະ​ທ່ານ ເຕຣິນ ດົງ​ເຟືອງ ຫົວ​ນ້າ​ພະ­ແນກ­ການ​ເງິນ, ກົມ​ອຸດ​ສາ​ຫະ ກຳ ແລະ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ກອງ​ເລ ຂາ​ອາ​ຊຽນ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ສຳ​ມະ ນາ​ຄັ້ງ​ນີ້​ແມ່ນ ເພື່ອ​ທົບ​ທວນ​ຜົນ­ສຳ­ເລັດ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ທີ່ ສປປ ລາວ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ ທຶນ​ໂດຍ​ກອງ​ທຶນ​ການ​ເຊື່ອມ​ໂຍງ​ຍີ່­ປຸ່ນ-ອາ​ຊຽນ ຊຶ່ງ​ຈະ​ມີ​ຜູ້­ຕາງ­ໜ້າ​ຈາກ​ຝ່າຍ ກ່ຽວ­ຂ້ອງ​ຂອງ ສປປ ລາວ ໃນ​ບາງ​ຂະ ແໜງ​ການ​ຂຶ້ນ​ນຳ​ສະ­ເໜີ​ກ່ຽວ​ກັບ​ຜົນ ສຳ­ເລັດ​ຂອງ​ໂຄງ­ການ​ຊ່ວຍ­ເຫຼືອ​ໃນ​ຂະ ແໜງ​ການ​ຂອງ​ຕົນ, ນອກ​ນັ້ນ​ຍັງ​ຈະ​ໄດ້ ຮັບ​ຟັງ​ການ​ອະ­ທິ­ບາຍ ແລະ​ແນະ­ນຳ​ວິ­ທີ ການ ໂດຍ​ທີມ​ງານ​ຂອງ​ກອງ​ທຶນ​ຍີ່­ປຸ່ນ-ອາ​ຊຽນ ຈາກ​ກອງ​ເລ­ຂາ​ອາ​ຊຽນ​ກ່ຽວ ກັບ​ການ​ຂຽນ​ໂຄງ­ການ, ຂັ້ນ​ຕອນ​ໃນ ການ​ອະ­ນຸ­ມັດ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ, ການ ສະ­ຫຼຸບ​ໂຄງ­ການ ແລະ​ບົດ​ສະ­ຫຼຸບ​ລາຍ ງານ ແລະ​ວິ­ທີ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ການ ຊ່ວຍ­ເຫຼືອ ຊຶ່ງ​ນອກ​ນີ້​ຍັງ​ຊ່ວຍ​ເຮັດ​ໃຫ້​ຜູ້ ເຂົ້າ​ຮ່ວມ​ຈາກ​ບັນ­ດາ​ຂະ­ແໜງ­ການ​ຈຸດ ປະ­ສານ​ງານ​ອາ​ຊຽນ ຂອງ ສປປ ລາວ ກຳ​ໄດ້ ແລະ​ນຳ­ໄປ​ຜັນ​ຂະ­ຫຍາຍ​ໃນ​ການ ຂຽນ​ໂຄງ­ການ ເພື່ອ​ສະ­ເໜີ​ຂໍ​ທຶນ​ສະ­ໜັບ ສະ​ໜູນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ​ຕາມ ຄວາມ​ເໝາະ​ສົມ. ສຳ­ລັບ​ກອງ​ປະ­ຊຸມ​ຈາອິບ ຄາ​ຣາ​ວານ ຄັ້ງ​ທີ 1 ຜ່ານ​ມາ​ໄດ້​ຈັດ ຂຶ້ນ​ໃນ​ທ້າຍ​ປີ 2015 ທີ່​ປະ­ເທດ​ມຽນ​ມາ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...