Homeຂ່າວຕ່າງປະເທດແຜ່ນດິນໄຫວ 6.7 ຢູ່ເກາະຮັອກໄກໂດ ປະເທດຍີ່ປຸ່ນ ຫລັງເກີດແຜ່ນດິນໄຫວພຽງ 3 ມື້ກ່ອນໜ້າ!

ແຜ່ນດິນໄຫວ 6.7 ຢູ່ເກາະຮັອກໄກໂດ ປະເທດຍີ່ປຸ່ນ ຫລັງເກີດແຜ່ນດິນໄຫວພຽງ 3 ມື້ກ່ອນໜ້າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມັງກອນນີ້ວ່າ ເກີດເຫດແຜ່ນດິນໄຫວ ຂະໜາດ 6.7 ແມັກນິຈູດ ທີ່ເກາະຮັອກໄກໂດ ທາງພາກເໜືອຂອງະເທດຍີ່ປຸ່ນ ເມື່ອເວລາ 12:25 ໂມງ ຂອງວັນທີ 14 ມັງກອນນີ້ (ຕາມເວລາທ້ອງຖິ່ນ) ຊຶ່ງກົງກັບເວລາ 10:25 ໂມງ ຕາມເວລາໃນປະເທດລາວ ເບື້ອງຕົ້ນຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍເທື່ອ.

ທັງນີ້, ກ່ອນໜ້ານີ້ພຽງ 3 ວັນ ຢູ່ເກາະຮັອກໄກໂດ ຫາກໍເກີດເຫດແຜ່ນດິນໄຫວ ຂະໜາດ 6.1 ແມັກນິຈູດ ຫ່າງຈາກເມືອງຣີຊິຣິ ໄປທາງຕອນໃຕ້ປະມານ 75 ກິໂລແມັດ ແທກຄວາມເລິກໄດ້ 236 ກິໂລແມັດ ເມື່ອວັນທີ 11 ມັງກອນທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...