Homeຂ່າວການພັດທະນາອັງກິດຊ່ວຍ 8 ຕື້ກວ່າກີບ ເກັບກູ້ລະເບີດບໍ່ທັນແຕກຢູ່ 4 ເມືອງ ແຂວງຊຽງຂວາງ

ອັງກິດຊ່ວຍ 8 ຕື້ກວ່າກີບ ເກັບກູ້ລະເບີດບໍ່ທັນແຕກຢູ່ 4 ເມືອງ ແຂວງຊຽງຂວາງ

Published on

ບັນຫາ​ຈາກ​ລູກ​ລະເບີດ​ບໍ່​ທັນແຕກ​ຕົກ​ຄ້າງ​ຢູ່ ​ສປປ ລາວ ຍັງເປັນ​ໄພ​ຂົ່ມຂູ່​ອັນ​ໃຫຍ່​ຫຼວງຕໍ່​ຊີວິດ-ຊັບ​ສິນຂອງ​ປະຊາຊົນ​ບັນດາ​ເຜົ່າ ແລະ ເປັນ​ບັນຫາ​ຫຍໍ້ທໍ້ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະເທດ​ຊາດ ເມື່ອ​ເຫັນ​ໄດ້ຄວາມ​ສຳຄັນ​ດັ່ງກ່າວ ພັກ-ລັດຖະ​ບານ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຂົນຂວາຍ​ແຫຼ່ງທຶນ ທັງ​ພາຍ​ໃນ-ຕ່າງປະເທດ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ເກັບກູ້​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ​ໃຫ້ນັບ​ມື້​ຫຼຸດ​ໜ້ອຍ​ຖ້ອຍ​ລົງ.

ວັນ​ທີ 13 ມັງກອນ 2016 ຢູ່ທີ່​ໂຮງແຮມ​ດອນ​ຈັນພາ​ເລດ ໄດ້ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ລະຫວ່າງຫ້ອງການ​ຄະນະກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນແຕກ​ທີ່​ຕົກ​ຄ້າງ​ຢູ່ ​ສປປ ລາວ (​ຄຊກລ) ແລະ ອົງການ​ເອັນ​ພີ​ເອ ແຫ່ງ​ຣາ​ຊະ​ອານາຈັກ​ອັງກິດ ຮ່ວມ​ລົງ​ນາມ​ມີ​ທ່ານ ບຸນ​ເພັງ ສີສະ​ຫວັດ ຮອງ​ຫົວໜ້າ​ຫ້ອງການ ຄຊກລ ແລະ ທ່ານ ສະຕີ​ເວັນ ໂຈ​ນັດ ຊາ​ຄຣິດ​ສັນ ຫົວໜ້າ​ອົງການ​ເອັນ​ພີ​ເອ ປະຈຳ​ລາວ ມີທ່ານ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ອັງກິດ ພ້ອມ​ດ້ວຍ​ບັນດາ​ເຈົ້າເມືອງ ແລະ ພະນັກງານ-ວິຊາ​ການ ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ສຳລັບ​ການ​ເຊັນ​ສັນຍາ​ຊ່ວຍເຫຼືອ ​ວຽກ​ງານ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ​ສປປ ລາວ ມູນຄ່າ 1.020.000 ໂດ​ລາ​ສະ​ຫາ ລັດ ຫຼື ປະມານ 8,1 ຕື້​ກີບ​ຄັ້ງ​ນີ້ ຈະ​ໄດ້​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ສຳ​ຫຼວດ ເຝິກອົບຮົມ​ພະນັກງານ-ວິຊາ​ການ ກໍ່​ຄືນຳ​ໃຊ້​ເຂົ້າໃນ​ວຽກ​ງານ​ກ່ຽວຂ້ອງ​ກັບ​ການເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ ຢູ່ແຂວງ​ຊຽງ​ຂວາງ ຈຳນວນ 4 ເມືອງຄື: ເມືອງ​ແປກ ເມືອງ​ພູກູດ ເມືອງ​ຄຳ ແລະ ເມືອງ​ໝອກໃໝ່ ເຊິ່ງ​ໃນ 4 ເມືອງ ກໍ່​ຄືແຂວງຊຽງ​ຂວາງ ຖື​ໄດ້​ວ່າ​ເປັນ​ພື້ນ​ທີ່ ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ ​ລູກ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຫຼາຍທີ່​ສຸດ​ໃນ​ປາງ​ສົງຄາມ ແລະ ລັດຖະ​ບານ ​ກໍ່​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແກ້​ບັນຫາ​ດັ່ງກ່າວ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເພື່ອ​ແນໃສ່​ຍົກ​ສູງ​ຄຸນະພາບ​ຊີວິດຂອງ​ປະຊາຊົນ​ບັນດາເຜົ່າ ​ໃຫ້​ນັບມື້​ດີ​ຂຶ້ນ​ເປັນ​ກ້າວໆ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...