spot_img
Homeຂ່າວຕ່າງປະເທດສະຫະລັດອາເມຣິກາເພີ່ມທຶນຊ່ວຍສະກັດກັນການແຜ່ລະຍາດຂອງພະຍາດໂປລີໂອ

ສະຫະລັດອາເມຣິກາເພີ່ມທຶນຊ່ວຍສະກັດກັນການແຜ່ລະຍາດຂອງພະຍາດໂປລີໂອ

Published on

ລັດຖະບານສະຫະລັດອາເມຣິກາໄດ້ໃຫ້ທຶນຊ່ວຍເຫຼືອເພີ່ມແກ່ອົງການອະນາໄມໂລກ (World Health Organization) ມູນຄ່າ 2 ແສນໂດລາສະຫະລັດ ຫຼື (ປະມານ1.6 ຕື້ກີບ)ເພື່ອສຶບຕໍ່ສະໜັບສະໜູນວຽກງານການເຜີຍແຜ່ສັກຢາວັກແຊງປ້ອງກັນພະຍາດໂປລີໂອ ທົ່ວປະເທດ ເພື່ອຕອບໂຕ້ກັບການແພ່ລະບາດຂອງພະຍາດດັ່ງກ່າວທີ່ເກີດຂຶ້ນຫວ່າງບໍ່ດົນນີ້.

ທຶນດັງກ່າວນີ້ແມ່ນເພີ່ມຈາກ 4 ແສນໂດລາສະຫະລັດ ຫຼື (ປະມານ 3.2ຕື້ກິບ) ທີ່ລັດຖະບານສະຫະລັດອາເມລິກາໄດ້ມອບໃຫ້ກະຊວງສາທາລະນະສຸກພາຍຫຼັງທີ່ໄດ້ມີການແຜ່ລະບາດຄັ້ງທຳອິດຂອງ

ພະຍາດໂປລິໂອໃນເດືອນຕຸລາ ປີ 2015ທີ່ຜ່ານມາ.   ກໍລະນີການແຜ່ລະບາດຂອງພະຍາດໂປລີໂອແມ່ນໄດ້ຖືກຢັ້ງຢືນວ່າມີຢູ່ແຂວງບໍລິຄຳໄຊ,ໄຊສົມບູນ ແລະ ຊຽງຂວາງ. ດັງນັ້ນ, ການເຜີຍແຜ່ການສັກຢາວັກຊິນປ້ອງກັນພະຍາດໂປລິໂອແມ່ນຈະໄດ້ສັກໃຫ້ບັນດາເດັກນ້ອຍທີ່ຕໍ່າກວ່າ15 ປີ.

ທ່ານເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ແດນຽວ ຄລູນ ໄດ້ກ່າວວ່າ ພວກເຮົາມີຄວາມໝາຍໝັ້ນໃນການເຮັດວຽກຮ່ວມກັນກັບລັດຖະບານລາວ ເພື່ອສະກັດກັນການແຜ່ລະບາດຂອງພະຍາດໂປລິໂອ ແລະ ເພື່ອສົ່ງເສີມດ້ານສຸຂພາບ ແລະ ຊີວິດການເປັນຢູ່ທີ່ດີຂອງບັນດາເດັກນ້ອຍໃນລາວ.

ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດດັງກ່າວ, ເຈົ້າໜ້າທີ່ຂອງສະຖານທູດສະຫະລັດອາເມຣິກາໄດ້ມີສ່ວນຮ່ວມໃນການໂຄສະນາສຶກສາອົບຮົມ ແລະ ເຜີຍແຜ່ການສັກຢາປ້ອງກັນເຊິ່ງໄດ້ເນັ້ນໃສ່ຄວາມສຳຄັນຂອງວັກແຊງເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂປລີໂອ. ເຈົ້າໜ້າທີ່ ຂອງລັດຖະບານ ສະຫະລັດອາເມຣິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ,ອົງການອານາໄມໂລກ WHO ແລະ ອົງການ ແມ່ແລະເດັກ (UNICEF)ເພື່ອຕິດຕາມ ແລະ ກວດກາການລະບາດຂອງພະຍາດ ໂດຍການສຳຫຼວດພື້ນທີ່ ທີ່ໄດ້ຮັບຜົນກະທົບ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...