Homeຂ່າວພາຍ​ໃນທູດລາວປະຈຳຣັດເຊຍຈັດງານວາງສະແດງຮູບພາບສົ່ງເສີມການທ່ອງທ່ຽວລາວ

ທູດລາວປະຈຳຣັດເຊຍຈັດງານວາງສະແດງຮູບພາບສົ່ງເສີມການທ່ອງທ່ຽວລາວ

Published on

ສະຖານເອກອັກຄະລັດ ຖະທູດ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ ຮ່ວມກັບຫໍ ພິພິດທະພັນຕາເວັນອອກ ຣັດເຊຍ ໄດ້ຈັດງານວາງສະແດງຮູບພາບກ່ຽວກັບລາວ ໃນວັນທີ 18 ມີນາ 2014 ນີ້, ພາຍໃຕ້ຫົວຂໍ້ “ສປປ ລາວ -ປະເທດທ່ອງທ່ຽວທໍາມະ ຊາດ”. ງານວາງສະແດງຮູບ ພາບ ດັ່ງກ່າວດໍາເນີນໄປພາຍ ໃຕ້ໂຄງການສ້າງຮູບພາບ ຂອງ ທ່ານ ເຊຣເກ ໂກວັນ ຈຸກນັກຖ່າຍພາບຂອງຫໍພິ ພິທະພັນຕາເວັນອອກ, ທີ່ໄດ້ສໍາເລັດການມາຖ່າຍຮູບ ພາບຢູ່ລາວ ເປັນເວລາ 1 ປີ ພາຍໃຕ້ການອຸປະຖໍາ ແລະ ສະໜັບສະໜູນຂອງຫໍພິ ພິດທະພັນຕາເວັນອອກຣັດ ເຊຍ, ສູນອາຊຽນ-ຣັດເຊຍ ປະຈໍາມະຫາວິທະຍາໄລພົວ ພັນຕ່າງປະເທດກະຊວງ  ການຕ່າງປະເທດ, ສະມາຄົມ ມິດຕະພາບ ຣັດເຊຍ-ລາວ  ແລະ ສູນວິທະຍາສາດ-ວັດ
ທະນະທໍາ ຣັດເຊຍ ທີ່ນະຄອນ
ຫຼວງວຽງຈັນ.
ເປົ້າໝາຍການຈັດງານ  ຄັ້ງນີ້ກໍ່ເພື່ອ ໂຄສະນາສົ່ງເສີມ  ການທ່ອງທ່ຽວດ້ານວັດທະ ນະທໍາ, ທໍາມະຊາດ, ແບບ ແຜນການດໍາລົງຊີວິດ ແລະ ຮີດຄອງປະເພນີຂອງລາວ ເຮົາ ໃຫ້ປະຊາຊົນຊາວຣັດ ເຊຍ ໄດ້ຮູ້ ແລະ ມີຄວາມສົນ  ໃຈຢາກມາທ່ອງທ່ຽວລາວ ເຮົາຫຼາຍຂຶ້ນ.
ພິທີເປີດງານວາງສະແດງ ໄດ້ຈັດຂື້ນຢູ່ສວນວັດທະ
ນະທໍາມູຊີໂອນ,    ໃຈກາງນະ
ຄອນຫຼວງມົດສະກູ, ເຂົ້າຮ່ວມ ຝ່າຍລາວມີ ທ່ານ ທ່ຽງ ບຸບຜາ ເອກອັກຄະລັດຖະທູດ ພ້ອມ ດ້ວຍພະນັກງານສະຖານທູດ,
ຝ່າຍຣັດເຊຍມີທ່ານ ໂຊໂກ
ລິນ ວຼາດີເມຍ ເລໂອນີດໂດ
ວີສ໌, ປະທານອົງການສະຖິຕິ ແຫ່ງລັດ, ປະທານສະມາຄົມ ມິດຕະພາບຣັດເຊຍ-ລາວ, ພະນັກງານຈາກຫໍພິພິດ ຕະພັນຕາເວັນອອກຣັດເຊຍ, ກະຊວງການຕ່າງປະເທດ, ອົງການທ່ອງທ່ຽວຣັດເຊຍ, ສະມາຄົມມິດຕະພາບ ຣັດ
ເຊຍ-ລາວ, ສູນອາຊຽນ-ຣັດ ເຊຍ,  ຜູ້ຕາງໜ້າຈາກບໍລິສັດ ທ່ອງທ່ຽວຮັດເຊຍ, ຈາກສະ ຖາບັນການສືກສາ, ຄະນະກໍາ ມາທິການຮ່ວມມືທາງດ້ານ ເສດຖະກິດ-ການຄ້າ ແລະ ເຕັກນິກວິທະຍາສາດ ຣັດ ເຊຍ-ລາວ, ຄົນຣັດເຊຍ ທີ່ ເຄີຍມາປະຕິບັດໜ້າທີ່ຢູ່ລາວ ແລະ ອົງການຈັດຕັ້ງມະຫາ
ຊົນຕະຫຼອດເຖິງບັນດາທູຕາ ນຸທູດ ແລະ ພະນັກງານສະ ຖານທູດປະເທດອາຊຽນ ຈໍານວນ 200 ກວ່າຄົນເຂົ້າ ຮ່ວມ.
ທ່ານ ເອກອັກຄະລັັັັັດຖະ ທູດລາວປະຈຳລັດເຊຍໄດ້ ກ່າວຄຳເຫັນຕໍ່ພິທີຍົກໃຫ້
ເຫັນເຖິງນະໂຍບາຍຂອງ ລັດຖະບານລາວ ໃນການພັດ
ທະນາ ແລະ ສົ່ງເສີມວຽກງານ ການທ່ອງທ່ຽວໃນຫຼາຍຂົງ ເຂດໂດຍສະເພາະແມ່ນທ່ອງ ທ່ຽວທາງປະຫວັດສາດ, ວັດ ທະນະທໍາ ແລະ ທໍາມະຊາດ, ທັງໄດ້ຊີ້ໃຫ້ເຫັນການເຕີບ ໂຕໃນຂະແໜງການທ່ອງ ທ່ຽວ ເປັນຕົ້ນພາຍຫຼັງການປະ ກາດປີທ່ອງທ່ຽວລາວ ແຕ່ປີ 2012 ເປັນຕົ້ນມາ ແລະ ການຮັບຮູ້ຈາກສາ ກົນ ທີ່ລາວເຮົາໄດ້ເປັນປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນ ໂລກ. ຮູບພາບທີ່ມາວາງສະ ແດງມີ: ສະຖານທີ່ທ່ອງທ່ຽວ
ວັດທະນະທໍາ, ແຫຼ່ງທ່ອງທ່ຽວ
ປະຫວັດສາດ ແລະ ທໍາມະ ຊາດ, ວິຖີການດໍາລົງຊີວິດ, ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາ ເຜົ່າ. ນອກຈາກນັ້ນແລ້ວເພື່ອ ເຮັດໃຫ້ງານວາງສະແດງຮູບ
ພາບຄັ້ງນີ້ ມີບັນຍາກາດຂື້ນ ຕື່ມ, ຢູ່ໃນງານຍັງໄດ້ຈັດວາງ ສະແດງເຄື່ອງຫັດຖະກໍາ ລາວ, ຜ້າໄໝລາວ, ອາຫານ
ປະເພນີລາວ, ນໍ້າຊາກາເຟ ລາວ ແລະ ແຈກຍາຍວາລະ ສານໂຄສະນາການທ່ອງທ່ຽວ ລາວ,  ເຊິ່ງເຮັດໃຫ້ຄົນຣັດເຊຍ ທີ່ມາຮ່ວມງານມີຄວາມພູມ ໃຈ ແລະ ສົນໃຈຫຼາຍ. ການ ວາງສະແດງດັ່ງກ່າວຈະດໍາ ເນີນໄປຮອດກາງເດືອນ ເມ
ສາ 2014 ພາຍຫຼັງສໍາເລັດ ການສະຫຼອງປີໃໝ່ລາວ, ຊື່ງໄລຍະດັ່ງກ່າວກໍຈະໄດ້ ຈັດໃຫ້ມີກິດຈະກໍາເຄື່ອນ ໄຫວຕ່າງໆທາງດ້ານວັດທະ ນະທໍາຂອງລາວອີກດ້ວຍ

 

http://www.kongthap.gov.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...