Homeຂ່າວຕ່າງປະເທດກອງທັບເຮືອອີຣ່ານ ກັກເຮືອສະຫະລັດຯ 2 ລຳ ພ້ອມລູກເຮືອ 10 ຄົນ ຫລັງລ່ວງລະເມີດນ່ານນ້ຳ!

ກອງທັບເຮືອອີຣ່ານ ກັກເຮືອສະຫະລັດຯ 2 ລຳ ພ້ອມລູກເຮືອ 10 ຄົນ ຫລັງລ່ວງລະເມີດນ່ານນ້ຳ!

Published on

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ມັງກອນນີ້ວ່າ ກອງທັບເຮືອອີຣ່ານ ໄດ້ເຂົ້າກັກເຮືອຂອງ ກອງທັບສະຫະລັດອາເມຣິກາ ຈຳນວນ 2 ລຳ ພ້ອມຄວບຄຸມຕົວລູກເຮືອອີກ 10 ຄົນ ຫລັງຈາກທີ່ລອຍລຳ ເຂົ້າໄປພາຍໃນເຂດນ່ານນ້ຳຂອງອີຣ່ານ ເນື່ອງຈາກເຄື່ອງຈັກຂັດຂ້ອງ.

ແນວໃດກໍຕາມ ທ່ານ ຈອນ ແຄຣີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ຕໍ່ສາຍໂທລະສັບໂດຍກົງເຖິງ ທ່ານ ໂມຮຳເມັດ ຈາວັດ ຊາຣີບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດອີຣ່ານ ເພື່ອແກ້ໄຂສະຖານະການ ຊຶ່ງທາງດ້ານອີຣ່ານເອງ ກໍໄດ້ຮັບປາກວ່າ ຈະອະນຸຍາດໃຫ້ເຮືອ ພ້ອມດ້ວຍລູກເຮືອດັ່ງກ່າວ ເດີນທາງຕໍ່ໄປໃນທັນທີ.

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...