Homeຂ່າວພາຍ​ໃນປາຖະກະຖາວັນສ້າງຕັ້ງພັກ ແລະ ວັນນັກຮົບເສຍອົງຄະເສຍສະຫຼະຊີວິດເພື່ອຊາດ

ປາຖະກະຖາວັນສ້າງຕັ້ງພັກ ແລະ ວັນນັກຮົບເສຍອົງຄະເສຍສະຫຼະຊີວິດເພື່ອຊາດ

Published on

fri21mar3

ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາກ່ຽວ ກັບປະຫວັດສາດມູນເຊື້ອວັນ ສ້າງຕັ້ງພັກປະຊາຊົນ ປະຕິ ວັດລາວ ຄົບຮອບ 59 ປີ ພ້ອມ ວັນນັກຮົບເສຍອົງຄະເສຍສະ ຫຼະຊີວິດເພື່ອຊາດກໍ່ຄືມູນ ເຊື້ອ 21 ມີນາ ຄົບຮອບ 68 ປີ ຂຶ້ນໃນວັນທີ 20 ມີນາ 2014 ນີ້, ທີ່ສະໂມສອນກົມໃຫຍ່ ການເມືອງກອງທັບ ໂດຍການ ເປັນປະທານຂອງສະຫາຍ ພົນຕີ ຈັນສະຫມອນ ຈັນຍາ ລາດ, ກຳມະການສູນກາງ ພັກ, ລັດຖະມົນຕີຊ່ວຍວ່າ ການກະຊວງປ້ອງກັນປະເທດ ມີບັນດາຄະນະພັກກະຊວງ, ພະນັກງານສະມາຊິກພັກ ຈາກບັນດາກົມ, ຫ້ອງການ ແລະ ກອງອ້ອມຂ້າງກະຊວງ ປ້ອງກັນປະເທດເຂົ້າຮ່ວມຮັບ ຟັງ.
ການປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກ ແລະ ວັນນັກ ຮົບເສຍອົງຄະເສຍສະຫຼະຊີ ວິດເພື່ອຊາດເພື່ອແນໃສ່ ສຶກສາອົບຮົມໃຫ້ທຸກຄົນເຫັນ ແຈ້ງຕື່ມກ່ຽວກັບວິວັດທະນາ ການ,       ສະພາບແວດລ້ອມ
ແຫ່ງການກຳເນີີີດ ແລະ ເຕີບ ໃຫຍ່ຂອງພັກປະຊາຊົນປະຕິ ວັດລາວ, ຜົນສຳເລັດແຫ່ງ ການຊີ້ນຳ-ນຳພາຂອງພັກໃນ
ໄລຍະຕໍ່ສູ້ປົດປ່ອຍຊາດກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ໄລຍະຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃຫມ່ຂອງ ພັກ, ເພື່ອພ້ອມກັນເສີມຂະ ຫຍາຍມູນເຊື້ອຂອງພັກປະ ຊາຊົນປະຕິວັດລາວເຂົ້າໃນ ຫນ້າທີ່ວຽກງານທີ່ຕົນຮັບຜິດ ຊອບໃຫ້ມີຄຸນນະພາບນັບມື້ ນັບດີຂຶ້ນ, ພ້ອມກັນນີ້ກໍ່ໃຫ້ ເຫັນແຈ້ງກ່ຽວກັບຄວາມ ຫມາຍຄວາມສຳຄັນຂອງວັນ ເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດຂອງ ນັກຮົບຮຸ່ນກ່ອນ ( ວັນທີ 21 ມີ ນາ ຄົບຮອບ 68 ປີ ) ເຊິ່ງເປັນ ເຫດການສຳຄັນຍິ່ງໃນປະ ຫວັດສາດແຫ່ງການຕໍ່ສູ້ພິລະ ອາດຫານຂອງປະຊາຊົນລາວ ໂດຍສະເພາະແມ່ນຊາວ ເມືອງທ່າແຂກແຂວງຄຳມ່ວນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ໃນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກ ເຊິ່ງຄົນລາວຮຸ່ນສືບ ທອດຄວນຈົດຈຳລ້ຳລຶກ ແລະ ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ ຄຸນງາມຄວາມດີຂອງນັກຮົບ ປະຕິວັດຜູ້ເສຍສະຫຼະເພື່ອ ຄວາມເປັນເອກະລາດຂອງ ຊາດໃນໄລຍະແຫ່ງການຕໍ່ສູ້ ກູ້ຊາດໂດຍສະເພາະແມ່ນຜູ້ ເສຍສະຫຼະໃນບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ ບົນພື້ນ ຖານນີ້ກໍ່ພ້ອມກັນຍົກສູງຈິດ ໃຈຮັກຊາດ, ຮັກບ້ານເກີດ ເມືອງນອນເປັນເຈົ້າການປະ ກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາສ້າງສາພັດທະ ນາປະເທດຊາດໃຫ້ມີຄວາມ ສະຫງົບຫມັ້ນຄົງ ແລະ ຈະ ເລີນກ້າວຫນ້າ.

 

http://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...