ເມື່ອວັນທີ 6 ມັງກອນ ຜ່ານມາ, ທ່ານ ພອນໄຊ ຫຼ້າຈັນເພັດ ວິຊາການຂະແໜງການສຶກສາກ່ອນໄວຮຽນປະຖົມສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ຜູ້ຮັບຜິດຊອບວຽກງານອາຫານທ່ຽງໃນໂຮງຮຽນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ນສພ ສຶກສາ-ກິລາລາຍວັນວ່າ: ແຂວງຜົ້ງສາລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ມີຊາຍແດນຕິດຈອດກັບບັນດາປະເທດ ແລະ ແຂວງ ຄື: ທິດເໜືອ ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສປ ຈີນ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກສຽງໃຕ້ຕິດກັບແຂວງອຸດົມໄຊ ແລະ ທິດໃຕ້ຕິດກັບແຂວງຫຼວງພະບາງ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດໄຮ່, ເຮັດສ່ວນ, ເຮັດນາ ແລະ ການບໍລິການຈຳນວນໜຶ່ງເປັນຫຼັກ.ຂະນະທີ່ການດຳລົງຊີວິດສ່ວນໃຫຍ່ຂອງປະຊາຊົນຍັງອາໄສທຳມະຊາດ. ນອກນັ້ນ ທີ່ຕັ້ງບ້ານຍັງກະແຈກກະຈ່າຍເຮັດໃຫ້ການຂະຫຍາຍຕາງໜ່າງການສຶກສາພົບຄວາມຫຍຸ້ງຍາກ, ເດັກໃນເກນອາຍຸກໍ່ບໍ່ໄດ້ເຂົ້າຮຽນໝົດທຸກຄົນ, ຄຸນະພາບການຮຽນ-ການສອນຍັງຕໍ່າ, ລະດັບຊີວິດການເປັນຢູ່ຟືດເຄື່ອງ, ອັດຕາການຂາດສານອາຫານສູງ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ພັກ-ລັດຖະບານເຮົາຈຶ່ງມີໂຄງການ EFA-FTI ເຂົ້າມາຊ່ວຍເຫຼືອແຂວງຜົ້ງສາລີ ໂດຍແມ່ນໂຄງການປຸງແຕ່ງອາຫານທ່ຽງໃຫ້ເດັກໄດ້ກິນທຸກມື້ທີ່ເຂົ້າໂຮງຮຽນ ແລະ ໃນສົກປີ 2014-2015 ໂຄງການ ECE ກໍ່ໄດ້ສືບຕໍ່ຈາກໂຄງການ FFA-FTI ຈົນຮອດປີ 2019. ສົກຮຽນ 2010-2011 ເປັນຕົ້ນມາ ແຂວງຜົ້ງສາລີ ມີຈຳນວນໂຮງຮຽນເປົ້າໝາຍຢູ່ 42 ໂຮງຮຽນເທົ່າກັບ 50 ເປີເຊັນ, ໃນສົກຮຽນ 2011-2012 ຂະຫຍາຍຕື່ມອີກ 40 ໂຮງຮຽນ ແລະ ສົກຮຽນ 2012-2013 ຂະຫຍາຍຕື່ມອີກ 20 ໂຮງຮຽນ ລວມທັງໝົດ 102 ໂຮງຮຽນ ແຕ່ຖືກຍຸບ 2 ໂຮງຮຽນ. ມາໃນສົກຮຽນ 2014-2015 ມີໂຮງຮຽນປະຖົມທັງໝົດ 100 ແຫ່ງ, ໃນນີ້ ມີໂຮງຮຽນປະຖົມສົມບູນ 51 ແຫ່ງ ແລະ ມີຫ້ອງຄວບ 174 ຫ້ອງ, ມີນັກຮຽນລ້ຽງເດັກ, ອະນຸບານ ແລະ ຫ້ອງກຽມປະຖົົມ 743 ຄົນ, ຍິງ 364 ຄົນ, ຊາຍ 379 ຄົນ,ມີຈໍານວນນັກຮຽນແຕ່ ປ1-ປ5 ລວມທັງໝົດ 4.556 ຄົນ, ຍິງ 2.142 ຄົນ, ຊາຍ 2.414 ຄົນ.
ທ່ານ ພອນໄຊ ຫຼ້າຈັນເພັດ ກ່າວຕື່ມອີກວ່າ: ແຜນງານແຫ່ງຊາດວ່າດ້ວຍອາຫານໃນໂຮງຮຽນເປັນແຜນງານທີ່ປ່ຽນຮູບແບບການຈັດຕັ້ງປະຕິບັດຈາກໂຄງການອາຫານເສີມ ມາເປັນໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍໂຄງການດັ່ງກ່າວໄດ້ຊ່ວຍພັກດັນເຮັດໃຫ້ຂະແໜງການສຶກສາຂອງພວກເຮົາບັນລຸເປົ້າໝາຍສະຫັດສະວັດ MDG 2015 ແລະ EFA 2015. ພາຍຫຼັງມີການຈັດຕັ້ງປະຕິບັດແຜນງານດັ່ງກ່າວໄດ້ເຮັດໃຫ້ການຮຽນ-ການສອນດີຂຶ້ນຕາມລຳດັບ, ອັດຕາການຮູ້ໜັງສືເພີ່ມຂຶ້ນ, ອັດຕາການປະລະຫຼຸດລົງ ແລະ ບາງອັດຕາກໍ່ໄດ້ລື່ນຄາດໝາຍ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກກຸ່ມ 3–5 ປີ ໃນສົກຮຽນ 2013-2014 ຈາກ 21 ເປີເຊັນ ທຽບໃສ່ສົກຮຽນ 2014-2015 ເຫັນວ່າມີອັດຕາເພີ່ມຂຶ້ນ 38,4ເປີເຊັນ ສະແດງວ່າເພີ່ມຈາກສົກຮຽນຜ່ານມາ 17,4 ເປີເຊັນ. ສາເຫດທີ່ເຮັດໃຫ້ອັດຕາເດັກກຸ່ມ 3-5 ປີ ເພີ່ມຂຶ້ນກໍ່ຍ້ອນມີການຂະຫຍາຍໂຮງຮຽນຫ້ອງກຽມ ຈາກສົກຮຽນ 2013-2014 ມີ 19 ແຫ່ງ ແຕ່ມາໃນສົກຮຽນ 2014-2015 ເພີ່ມເປັນ 32 ແຫ່ງ; ອັດຕາເຂົ້າຮຽນໃໝ່ ປ1 ທີ່ຜ່ານອະນຸບານ, ຫ້ອງກຽມ ຫຼື ກຸ່ມຫຼິ້ນ ສົກຮຽນ 2013-2014 ຈາກ 24,2 ເປີເຊັນ ທຽບໃສ່ສົກຮຽນ 2014-2015 ເພີ່ມຂຶ້ນ 32,5ເປີເຊັນ ສະແດງວ່າເພີ່ມຂຶ້ນ 8,3 ເປີເຊັນ ເນື່ອງຈາກໃນສົກຮຽນຜ່ານມາ ມີຫ້ອງກຽມຈາກ 19 ແຫ່ງ ແຕ່ສົກຮຽນ 2014-2015 ແມ່ນເພີ່ມຂຶ້ນເປັນ 32 ແຫ່ງ. ສົກຮຽນ 2013-2014 ອັດຕາເຂົ້າຮຽນໃໝ່ ປ1 ທີ່ບໍ່ຜ່ານອະນຸບານ, ຫ້ອງກຽມ ຫຼື ກຸ່ມຫຼິ້ນ ແມ່ນຢູ່ໃນລະດັບ 75,8 ເປີເຊັນ ແຕ່ທຽບໃສ່ ສົກຮຽນ 2014-2015 ເພີ່ມຂຶ້ນ 67,5 ເປີເຊັນ ສະແດງວ່າຫຼຸດລົງ 8,3 ເປີເຊັນ ສາເຫດແມ່ນຍ້ອນມີການຂະຫຍາຍຫ້ອງກຽມ ແລະ ເດັກໃນເກນອາຍຸໄດ້ເຂົ້າຮຽນຖືກຕາມເກນອາຍຸ, ອັດຕາເຂົ້າຮຽນໃໝ່ລວມຈາກ 145 ເປີເຊັນ ຂອງສົກຮຽນ 2013-2014 ຫຼຸດລົງ 128 ເປີເຊັນ ໃນສົກຮຽນ 2014-2015 ສະແດງວ່າຫຼຸດລົງ 17ເປີເຊັນ ຖືວ່າເປັນຜົນດີຕໍ່ກັບອັດຕາເຂົ້າຮຽນໃໝ່ລວມ ເພາະວ່າເດັກໄດ້ເຂົ້າຮຽນຖືກຕາມເກນອາຍຸ 6 ປີ ຫຼາຍຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນໃໝ່ສຸດທິ ແມ່ນຢູ່ໃນລະດັບ 97 ເປີເຊັນ ແຕ່ເມື່ອມາທຽບໃສ່ສົກຮຽນ 2014-2015 ອັດຕາເຂົ້າຮຽນສຸດທິເພີ່ມເປັນ 98,5 ເປີເຊັນ ສະແດງວ່າອັດຕາເຂົ້າຮຽນສຸດທິເພີ່ມຂຶ້ນ 1,5 ເປີເຊັນ ສາເຫດແມ່ນຍ້ອນເດັກ ເກນອາຍຸ 6 ປີ ເຂົ້າຮຽນເພີ່ມຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນລວມແມ່ນ 146,5 ເປີເຊັນ ທຽບໃສ່ສົກຮຽນ 2014-2015 ແມ່ນ 142,9ເປີເຊັນ ສະແດງວ່າຫຼຸດລົງ 3,6 ເປີເຊັນ ຍ້ອນວ່າເດັກເຂົ້າຮຽນຊັ້ນປະຖົມສຶກສາຖືກຕາມເກນອາຍຸ 6-10 ປີຫຼາຍຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນສຸດທິ 97,9 ເປີເຊັນ ທຽບໃສ່ ສົກຮຽນ 2014-2015 ແມ່ນເພີ່ມເປັນ 99,2 ເປີເຊັນ ສະແດງວ່າອັດຕາສຸດທິເພີ່ມຂຶ້ນ ຈາກສົກຮຽນຜ່ານມາ 1,3 ເປີເຊັນ ເນື່ອງຈາກເດັກໃນເກນອາຍຸແຕ່ 6-10 ປີ ເຂົ້າຮຽນເພີ່ມຫຼາຍຂຶ້ນ. ຖ້າທຽບໃສ່ກັບເມື່ອກ່ອນທີ່ບໍ່ໄດ້ມີໂຄງການເຫັນວ່າ ສຸຂະພາບຂອງເດັກດີຂຶ້ນ. ພ້ອມດຽວກັນນັ້ນ ຊຸມຊົນໄດ້ຮ່ວມແຮງຮ່ວມໃຈໃນການພັດທະນາໂຮງຮຽນ ກໍ່ຄືການປະກອບສ່ວນດ້ານຕ່າງໆໃຫ້ກັບໂຮງຮຽນ ໂດຍສະເພາະແມ່ນດ້ານເເຮງງານ, ວັດສະດຸທີ່ມີໃນທ້ອງຖິ່ນ, ພຶດຜັກ, ຊິ້ນ, ປາ, ສ້ອມແປງສາງເຮືອນຄົວ, ເຮືອນກິນເຂົ້າ, ສວນຄົວ, ສ້າງວັງສະຫງວນ, ໜອງປາ ແລະ ອື່ນໆ. ສວນຄົວບາງໂຮງຮຽນສາມາດເຮັດສວນໝາກໜັງໜຽວ, ໝາກແໜ່ງ, ໝາກນໍ້າມັນ ແລະ ໝາກຂ່າ.
ໃນສົກຮຽນຕໍ່ໄປ ແຂວງຜົ້ງສາລີ ມີແຜນຈະພັດທະນາບ້ານ, ໂຮງຮຽນຕົວແບບ ແລະ ສວນຄົວຕົວແບບຕື່ມອີກ. ຄຽງຄູ່ກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບຂັ້ນບ້ານ, ສ້າງສວນຄົວຖາວອນ, ປູກຕົ້ນໄມ້ກິນໝາກ, ປູກພຶດເປັນສິນຄ້າເຊັ່ນ: ໝາກແໜງ, ໝາກຂ່າ, ໝາກຖົ່ວອິນຂາ ຕາມທີ່ປູກໄດ້ໃນແຕ່ລະທ້ອງຖິ່ນ, ຊຸກຍູ້ການລ້ຽງສັດຕາມແຕ່ລະເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແລະ ສ້າງກອງທືນຂອງໂຮງຮຽນ ໂດຍໃຫ້ຊຸມຊົນເປັນເຈົ້າການ.