spot_img
Homeຂ່າວຕ່າງປະເທດຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

Published on

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ.

ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ ສ.ເກົາຫຼີ ຈຳນວນ 64 ຄົນຖືກກັກຕົວໃນປະເທດກຳປູເຈຍ ເນື່ອງຈາກເປັນກຸ່ມຄົນຕ້ອງສົງໃສວ່າມີສ່ວນກ່ຽວຂ້ອງກັບຂະບວນການສໍ້ໂກງທາງອອນລາຍ ແລະ ອາດຊະຍາກຳໄຊເບີຂ້າມຊາດ.

Police officers escort South Korean deportees suspected of being involved in online scam operations in Cambodia upon their arrival at the Incheon International Airport in Incheon, South Korea, October 18, 2025. REUTERS/Kim Hong-Ji

ຫຼ້າສຸດທາງການ ສ.ເກົາຫຼີ ໄດ້ສົ່ງເຮືອບິນໄປຮັບພົນລະເມືອງຈຳນວນ 64 ຄົນ ທີ່ຖືກກັກຕົວໃນປະເທດກຳປູເຈຍເປັນທີ່ຮຽບຮ້ອຍແລ້ວ ໂດຍເຈົ້າໜ້າທີ່ທາງການ ສ.ເກົາຫຼີ ເປີດເຜີຍວ່າ: ພົນລະເມືອງທັງໝົດ 64 ຄົນ ໄດ້ເດີນທາງຮອດສະໜາມບິນສາກົນອິນຊອນ ໃນຕອນເຊົ້າວັນເສົາ 18 ຕຸລາ 2025 ພາຍຫຼັງທີ່ລັດຖະບານ ສ.ເກົາຫຼີ ໄດ້ສົ່ງທີມເຈົ້າໜ້າທີ່ພິເສດເດີນທາງໄປກຳປູເຈຍ ໃນວັນພຸດທີ່ຜ່ານມາ ເພື່ອປຶກສາຫາລືກັບລັດຖະບານກຳປູເຈຍ ກ່ຽວກັບຄະດີການສໍ້ໂກງທາງອອນລາຍ ແລະ ສູນສະໜັກວຽກປອມ ເຊິ່ງມີການຕົວະຍົວະ ແລະ ກັງຂັງຊາວເກົາຫຼີເປັນຈຳນວນຫຼາຍ.

ລາຍງານຍັງລະບຸຕື່ມອີກວ່າ: ປະຊາຊົນຊາວ ສ.ເກົາຫຼີ ຈຳນວນໜຶ່ງໃນກຸ່ມທີ່ຖືກຄວບຄຸມຕົວ ອາດເປັນເຫຍື່ອທີ່ຖືກຕົວະຍົວະມາເຮັດວຽກໃນສູນການສໍ້ໂກງໂດຍທີ່ບໍ່ໄດ້ສະມັກໃຈ ຂະນະທີ່ບາງສ່ວນອາດຈະມີສ່ວນຮ່ວມໂດຍການສະມັກໃຈເພື່ອແລກປ່ຽນກັບຄ່າຕອບແທນທີ່ສູງ.

ປັດຈຸບັນຍັງມີປະຊາຊົນຊາວເກົາຫຼີອີກຈຳນວນຫຼາຍ ທີ່ຍັງເຮັດວຽກໃນເຄືອຂ່າຍຂອງແກ້ງສໍ້ໂກງທາງອອນລາຍ ຫຼື ແກ້ງຄໍເຊັນເຕີໃນກຳປູເຈຍ ເຊິ່ງສ່ວນໜຶ່ງຖືກບັງຄັບໃຫ້ເຮັດວຽກນຳໂດຍການຂູ່ທຳຮ້າຍຮ່າງກາຍ ຫຼື ກັກຂັງ ບາງກໍລະນີເຖິງຂັ້ນເສຍຊີວິດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...