spot_img
Homeຂ່າວຕ່າງປະເທດໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

Published on

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ AI ວິເຄາະ ແລະ ສຸ່ມໂຕເລກ ສຳລັບການອອກເລກລາງວັນ ໃນຄັ້ງວັນທີ 6 ກັນຍາ 2025 ທີ່ຜ່ານມາ. ໂດຍໝາຍເລກທີ່ໄດ້ຮັບແມ່ນ 11-23-44-61-62 ແລະ Powerball 17 ຈົນໄດ້ຮັບເງິນລາງວັນທັງໝົດມູນຄ່າ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ.

ຊາຍຄົນນີ້ມັກຈະຊື້ຫວຍ ສະເພາະຕອນທີ່ຍອດເງິນລາງວັນສະສົມລວມ 1 ພັນລ້ານໂດລ້າ ແລະ ຮູ້ສຶກຕົກໃຈ ເມື່ອຮູ້ວ່າຕົນເອງຖືກລາງວັນໃຫຍ່. ພ້ອມກ່າວອີກວ່າ: ໄດ້ວາງແຜນ ນຳເອົາເງິນລາງວັນບາງສ່ວນ ໄປຊຳລະໜີ້ບ່ອນຢູ່ອາໄສ ແລະ ເກັບເປັນເງິນໄວ້ໃນຍາມສຸກເສີນ.

ເຫດການດັ່ງກ່າວ, ໄດ້ສ້າງຄວາມສົນໃຈໃຫ້ແກ່ຄົນໃນສັງຄົມ ເລື່ອງຄວາມສາມາດຂອງ AI ໃນການວິເຄາະ ແລະ ທຳນາຍໂຕເລກຫວຍ ວ່າມີຄວາມຖືກຕ້ອງໜ້ອຍຫຼາຍປານໃດ. ເນື່ອງຈາກເຫດການແບບນີ້ເຄີຍເກີດເກີດຂຶ້ນມາເເລ້ວເທື່ອ 1  ຈາກການໃຊ້ Chat GPT ວິເຄາະຕົວເລກ ຈົນສາມາດຖືກລາງວັນ 150,000 ໂດລ້າ ຫຼື ປະມານ 3 ຕື້ກີບ

ທີ່ມາ: Fox2 Detroit, Vnexpress

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...