ກອງທັບ ເອັຟຊີ ພ້ອມລົງສະໜາມລາວພຣີເມຍລີກ 2016

ສະໂມສອນ ກອງທັບ ເອັຟຊີ ຫຼື ກະຊວງປ້ອງກັນປະເທດ ຢືນຢັນຄວາມພ້ອມຂອງທີມເກືອບ ເຕັມຮ້ອຍເປີເຊັນ ທີ່ຈະກັບຄືນມາສູ່ການແຂ່ງຂັນເຕະບານ ລາວ ພຣີເມຍລີກ 2016 ທີ່ຈະເປີດສາກ ຂຶ້ນໃນເດືອນກຸມພານີ້. ຫຼັງຈາກລະດູການ 2015 ຕ້ອງໄດ້ຖອນຕົວອອກຈາກການແຂ່ງຂັນ ເນື່ອງຈາກພົບຄວາມຫຍຸ້ງຍາກຫຼາຍດ້ານ.

ຕາມການໃຫ້ສຳພາດຂອງ ທ່ານ ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດ ທັງເປັນຜູ້ຮັບຜິດຊອບກິລາຂອງກອງທັບ ໃນອາທິດຜ່ານມາ ໃຫ້ຊາບວ່າ : ສຳລັບ ເຫດຜົນຂອງການຖອນຕົວອອກຈາກການແຂ່ງຂັນເຕະບານ ລາວພຣີເມຍລີກ 2015 ຂອງສະໂມສອນ ກອງທັບ ແມ່ນເນື່ອງຈາກພົບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນດ້ານງົບປະມານ ຫຼັງບໍ່ສາມາດຫາຜູ້ສະໜັບໜູນຈາກພາກລັດ ແລະ ເອກະຊົນໄດ້ເທົ່າກັບຄວາມຕ້ອງການ ລວມເຖິງການຂາດນັກເຕະທີ່ດີຫຼາຍໆຄົນ ຈິ່ງເປັນເງື່ອນໄຂໃນການສ້າງທີມບໍ່ໄດ້ລະດັບດີ ເພື່ອໄປຕໍ່ກອນກັບສະໂມສອນລະດັບແຖວໜ້າ ທີ່ເພິ່ນມີທຶນຮອນຈຳນວນມະຫາສານ. ຢ່າງໃດກໍ່ຕາມ, ທາງສະໂມສອນ ໄດ້ໃຊ້ເວລາດັ່ງກ່າວ ເພື່ອປັບປຸງທີມໃຫ້ໄດ້ດີທີ່ສຸດ ແລະ ຈະກັບມາຢ່າງແນ່ນອນ ເພື່ອເອົາໃຈແຟນບານ ແລະ ສ້າງກຽດຊື່ສຽງໃຫ້ກັບກົມກອງໃນອະນາຄົດ.

ຂະນະທີ່ ທ່ານ ໄກສອນ ໄຊຍາວົງ ຄະນະກອງກິລາຂອງ ກອງທັບ ທັງເປັນຫົວໜ້າຄູເຝິກເຍົາວະຊົນຂອງກອງທັບ ໄດ້ໃຫ້ສໍາພາດວ່າ: ທາງສະໂມສອນ ກອງທັບ ໄດ້ກະກຽມທີມຕະຫຼອດໄລຍະທີ່ຜ່ານມາ ແລະ ເຫັນວ່າມີຄວາມພ້ອມແລ້ວ ເຊິ່ງທາງຄະນະນໍາ ຢືນຢັນຈະເຂົ້າຮ່ວມການແຂ່ງຂັນບານເຕະ ລາວພຣີເມຍລີກ 2016 ເປັນທີ່ແນ່ນອນເກືອບ 90 ເປີເຊັນເພື່ອຕື່ມເຕັມວົງການກິລາລາວ ແລະ ເອົາໃຈກອງເຊຍ ໃຫ້ກັບມາຄຶກຄື້ນ ແລະ ຫຼາກຫຼາຍສີສັນກວ່າເກົ່າ.ສໍາລັບ ກອງທັບ ຖືເປັນອີກ 1 ທີມຂອງລາວພຣີເມຍລີກ ທີ່ມີກອງໜ້າມີສ້າງຜົນງານດີທີ່ສຸດເປັນຕົ້ນແມ່ນ ກິຕ້າ ສີສະຫວາດ, ພິທັກ ກອງມາທິລາດ ແລະ ໄຊສົງຄານ ຈໍາປາທອງ ທີ່ສ້າງມາດຍິງປະຕູຄູ່ແຂ່ງໄດ້ຢ່າງຕໍ່ເນື່ອງ ຈົນສາມາດພາກອງທັບ ຄອງອັນດັບທີ 7 ຂອງຕາຕາລາງບານເຕະລາວພຣີເມຍລີກ 2014 ດ້ວຍການລົງສະໜາມທັງໝົດ 18ນັດ, ຍິງໄດ້ຫຼາຍກວ່າ 20 ປະຕູ ຈາກການຊະນະ 5 ນັດ, ເສຍ 5 ນັດ ແລະ ສະເໝີ 8 ນັດ.

ຢ່າງໃດກໍ່ຕາມຫຼ້າສຸດ ກອງທັບ ກັບມາສ້າງຜົນງານໂດດເດັ່ນ ດ້ວຍການຄວ້າຮອງແຊັມ ໃນການບານເຕະ MINISTER CUP 2015 ເມື່ອທ້າຍປີ 2015 ທີ່ຜ່ານມາ ຫຼັງຈາກທີ່ເສຍໃຫ້ກັບ ລ້ານຊ້າງ ຢູໄນເຕັດ 0-5 ໃນຮອບຊີງຊະນະເລີດ ຖືເປັນການປັບປຸງທີມໄດ້ໄວ ລວມທັງໄດ້ນັກເຕະຕົວເກັ່ງຂອງທີມກັບມາຢ່າງ ໄຊສົງຄານ ຈໍາປາທອງ ທີ່ໄປຫຼິ້ນກັບ ລາວ ໂຕໂຢຕ້າ ເອັຟຊີ ແລະ ພິທັກ ກອງມາທິລາດ ທີ່ໄປຫຼິ້ນໃຫ້ກັບ ລ້ານຊ້າງ ຢູໄນເຕັດ ລວມເຖິງນັກເຕະຄົນອື່ນໆທີ່ສ້າງຜົນງານໂດດເດັ່ນໃນການແຂ່ງຂັນລະດັບສາຍ ກ ໄລຍະການປັບປຸງທີມເມື່ອປີ 2015 ທີ່ຜ່ານມາ ກັບມາຈົນເຮັດໃຫ້ ກອງທັບ ແຂງແກ່ນຂຶ້ນ ແລະ ຄາດວ່າ ກອງທັບ ຈະໄດ້ອັນດັບດີກວ່າປີ2014 ໃນ ລາວ ພຣີເມຍລີກ 2016 ແນ່ນອນ.

ໃນໂອກາດດຽວກັນ, ທ່ານ ຄໍາໃສ ແສງມະນີພອນ ຫົວຫນ້າພະແນກຈັດການແຂ່ງຂັນບານເຕະ ລາວ ພຣີເມຍລີກ ໄດ້ຢືນຢັນວ່າ : ສະໂມສອນ ກອງທັບ ເອັຟຊີ ໄດ້ແຈ້ງເຈດຈໍານົງເຂົ້າຮ່ວມລາວພຣີເມຍລີກ 2016 ເປັນທີ່ຮຽບຮ້ອຍແລ້ວ.

Army

ທີ່ມາ: ກະຊວງສຶກສາທິການ ແລະ ກຶລາ