spot_img
Homeຂ່າວຕ່າງປະເທດມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

Published on

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ.

ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley’s Believe It or Not ເຊິ່ງເຮັດໃຫ້ເລີ່ມສົນໃຈກ່ຽວກັບໜັງສືການຈັດອັນດັບ ແລະ ເປັນແຮງບັນດານໃຈຢາກໃຫ້ຕົນເອງມີລາຍຊື່ຢູ່ໃນໜັງສືການດັ່ງກ່າວ,ແຕ່ເນື່ອງຈາກຕົນເອງເປັນຄົນທຳມະດາທີ່ບໍ່ໄດ້ມີຈຸດພິເສດທີ່ແຕກຕ່າງຈາກຄົນອື່ນ ຈຶ່ງໄດ້ຈັດຕິດໃຈສ້າງສະຖິທິດ້ວຍການຕັ້ງຊື່ທີ່ຍາວທີ່ສຸດໃນໂລກໃຫ້ຕົນເອງ.

ໃນການຄົ້ນຄິດຊື່ແມ່ນໃຊ້ເວລາປະມານ 1 ເດືອນ  ແລະ ລົງທຶນຈ່າຍເງິນໃຫ້ພະນັກງານເພື່ອພິມຊື່ໃນລາຄາ 400 ໂດລານິວຊີແລນ ຫຼື ປະມານ 5,000,000 ກີບ, ເຊິ່ງແຫຼ່ງທີ່ມາຂອງຊື່ແມ່ນມາຈາກຫຼາຍພາກສາໃນທົ່ວໂລກ ລວມແລ້ວປະມານ 2,000 ຄໍາ ຄົບຕັ້ງແຕ່ A-Z.

ມາຮອດປີ 1990, ລໍເລນ ວອດກິນ ໄດ້ຍື່ນເອກະສານຮຽກຮ້ອງຕໍ່ສານໃນການປ່ຽນຊື່ທີ່ມີຄວາມຍາວ 6 ໜ້າເຈ້ຍ.ໃນປີ 1991 ລາວໄດ້ຈັດງານແຕ່ງດອງ ເຊິ່ງພິທີກອນຈໍາເປັນຕ້ອງໄດ້ບັນທຶກສຽງລາວໄວ້ລ່ວງໜ້າ ເຊິ່ງໃຊ້ເວລາເກືອບ 20 ນາທີ່ໃນການອ່ານຊື່ ແລະ ທ້າຍສຸດ ໃນປີ 1992 ລາວໄດ້ຖືກຮັບຮອງເປັນບຸກຄົນທີ່ມີຊື່ທີ່ຍາວທີ່ສຸດໃນໂລກ ດ້ວຍຈໍານວນຊື່ 2,310 ຄໍາ ແຕ່ໃນຊ່ວງເວລາຕໍ່ມາກໍ່ໄດ້ມີການນັບຊື່ ແລະ ຈັດປະເພດໃໝ່ ເຮັດໃຫ້ຊື່ຂອງລາວເຫຼືອພຽງ 2,253 ຄໍາ.

ພາຍຫຼັງເຫດການນີ້ ທາງລັດຖະບານຂອງປະເທດນິວຊີເເລນຈຶ່ງໄດ້ອອກມາດຕະການຈໍາກັດຊື່ບໍ່ໃຫ້ເກີນ 70 ຕົວອັກສອນຕໍ່ຄົນ ແລະ ເຮັດໃຫ້ບໍ່ມີໃຜ ສາມາດທຳລາຍສະຖິຕິຂອງຊາຍຄົນນີ້ໄດ້.

ແຫຼ່ງຂໍ້ມູນ: PPTV

ບົດຄວາມຫຼ້າສຸດ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...