spot_img
Homeຂ່າວພາຍ​ໃນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

Published on

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 – 24 ຕຸລາ 2025 ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະ ທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ,ໂດຍການເຂົ້າຮ່ວມຂອງບັນດາສະຫາຍກຳມະການສູນກາງພັກ, ເລຂາພັກແຂວງ,ກະຊວງ, ພ້ອມດ້ວຍອົງການ ຈຳນວນໜຶ່ງ.

ກອງປະຊຸມສູນກາງຄັ້ງນີ້,ຈະໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ໃນ 4 ວຽກ ດັ່ງນີ້: 1. ຕີລາຄາການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງ,ແຜນການ ປີ 2026; 2. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ; 3. ຕີລາຄາວຽກງານກໍ່ສ້າງພັກ-ພະ ນັກງານ ກໍຄື ການປະຕິບັດມະຕິກອງປະຊຸມວຽກງານຈັດ ຕັ້ງທົ່ວປະເທດ ຄັ້ງທີ XI ແລະ ທິດທາງໃນຕໍ່ໜ້າ; 4. ຕີລາ ຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2025.

ໃນໂອກາດດັ່ງກ່າວ,ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະ ຊຸມຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາຕໍ່ການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະ ອຽດຖີ່ຖ້ວນ, ມີການສັງເກດຕີລາຄາ,ໄຈ້ແຍກບັນຫາໃຫ້ເລິກເຊິ່ງຄົບຖ້ວນ,ຮອບຄອບ,ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ,ກ້າຄິດ,ກ້າສະເໜີ,ໃຫ້ທິດຊີ້ນໍາຕໍ່ບັນ ຫາສຳຄັນຕ່າງໆ ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ບັນລຸ ໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...