ງານກິລາມະຫາວິທະຍາໄລລາວ ຄັ້ງທີ I ຈະເປີດສາກຕົ້ນເດືອນມີນານີ້

ງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລລາ​ວ ຄັ້ງ​ທີ I ປະຈຳ​ປີ 2016 ຈະ​ເປີດ​ສາກ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 5-15 ມີນາ ຈະ​ເຖິງ​ນີ້. ​​ເຊິ່ງຈະ​ທຳ​ການ​ແຂ່ງຂັນ​ທັງ​ໝົດ 11 ປະ​ເພດ​ກິລາ. ຂະນະ​ທີ່ ນົກ​ອິນ​ຊີ ​ໄດ້​ຮັບ​​ເລືອກເປັນ​ສັດ​ນຳ​ໂຊກ​.

 

​ເມື່ອ​ວັນ​ທີ 8 ມັງກອນ ຜ່ານ​ມາ ທີ່​ສຳນັກງານ​ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ບ້ານ​ດົງ​ໂດກ ​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ມີ​ການ​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື ​ແລະ ຮັບ​ຟັງການ ລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມ ການຈັດງານ​ມະຫາ​ກຳ​ກິລາມະຫາວິທະຍາ ໄລ ລາ​ວ ຄັ້ງ​ທີ I ປະຈຳ​ປີ 2016 ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ບົວລານ ສິລິປັນຍາ ລັດຖະມົນຕີຊ່ວຍວ່າການກະຊວງ ສຶກສາທິການ ແລະ ກິລາ ທັງເປັນປະທານຊີ້ນຳງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລລາ​ວ ຄັ້ງ​ທີ I, ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາ​ໄລ​ແຫ່ງ​ຊາດ ທັງເປັນປະທານຈັດງານ, ມີອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ຫຼວງພະບາງ ແລະ ຈຳປາສັກ, ມີບັນດາຄະນະອະທິການບໍດີ, ຄະນະບໍລິຫານງານ, ຄະນະກຳມະ ການ, ອະນຸ​ກຳມະການ​ແຕ່​ລະ​ພາກສ່ວນ​ ​ແລະ ບັນດາແຂກຈາກພາກສ່ວນຕ່າງໆທີ່​ກ່ຽວຂ້ອງ ເຂົ້າຮ່ວມຢ່າງ.

​ໂອກາດ​ດັ່ງກ່າວ, ທ່ານ ຮສ.ດຣ ອະນຸ​ໂລມ ວິ​ໄລ​ພອນ ຫົວໜ້າ​ກຳມະການ​ກອງ​ເລຂາງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລລາ​ວ ຄັ້ງ​ທີ I ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ໃນ​ການ​ກະກຽມ​ຈັດ​ງານ​ດັ່ງກ່າວ ​ໃນ​ລະຫວ່າງ​ວັນ​ທີ 5-15 ມີນາ 2016. ​ເຊິ່ງຈະ​ທຳ​ການ​ແຂ່ງຂັນ​ທັງ​ໝົດ 11 ປະ​ເພດ​ກິລາ ປະກອບ​ມີ ​ແລ່ນ-ລານ, ເຕະບານ​, ບານ​ສົ່ງ, ບານ​ສົ່ງ​ຫາດ​ຊາຍ, ບານບ້ວງ, ກະຕໍ້, ​ເປ​ຕັງ, ​ເທ​ຄວັນ​ໂດ, ປິ່ງ​ປ່ອງ, ດອກ​ປີກ​ໄກ່ ​ແລະ ຟຸດ​ຊໍ. ​ສ່ວນງານ​ຄັ້ງ​ນີ້ ​ແມ່ນ​ເລືອກ​ເອົາ ​ນົກ​ອິນ​ຊີ ​ເປັນ​ສັດ​ນຳ​ໂຊກ​ເຊິ່ງມີ​ຄວາມ​ໝາຍ​ເຖິງ “ຊາວ​ໜຸ່ມ ປຽບ​ເໜືອ​ນນົກ​ອິນ​ຊິ ທີ່​ບໍ່​ຫວັ່ນ​ກົວ​ຕໍ່​ພະຍຸລົມ​ແດງ ຈົ່ງ​ກາຍ​ເປັນ​ສິນ​ໄຊ​ແຫ່ງ​ຍຸກ​ສະ​ໄໝ”. ນອກຈາກ​ນັ້ນ ທ່ານ​ຍັງ​ລາຍ​ງານ​ແບບ​ບັດ​ຄ້ອງ​ຄໍ ພ້ອມ​ສາຍ​ຄ້ອງ​ບັດ, ຟອມຂໍ​ຖື​ບັດ, ຟອມນັກ​ກິລາ​ແຕ່ລະ​ປະ​ເພດ, ​ໃບ​ຢັ້ງຢືນ​ສະຖິຕິ, ​ໃບ​ຢັ້ງຢືນ​ການ​ເຂົ້າ​ຮ່ວມ, ຫຼຽນ​ລາງວັນ ພ້ອມ​ສາຍ​ຄ້ອງ​ຫຼຽນ ​ແລະ ​ແບບ​ສັດ​ນຳ​ໂຊກ​ແຕ່ລະ​ປະ​ເພດ​ກິລາ.

​ໃນ​ໂອກາດ​ດຽວ​ກັນ ທ່ານ ບົວ​ລານ ສິລິ​ປັນຍາ ​ກ່າ​ວ່າ : ກອງ​ປະຊຸມ​ຄັ້ງ​ນີ້ ຖື​ວ່າ​ເປັນ​ກອງ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ລວມຄັ້ງ​ທີ II ​ເພື່ອ​ກະກຽມ​ຄວາມ​ພ້ອມ​ການ​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ວຽກ​ໃນ​ແຕ່​ລະ​ດ້ານ​ໃຫ້​ໃຫ້​ກ້າວ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້ ​ໂດຍ​ມີ​ການ​ປະສານ​ສົມທົບ​ກັບ​​ແຕ່ລະ​ຝ່າຍ​ຢ່າງ​ມີ​ເປົ້າ​ໝາຍ ຄື: ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະສົບ​ຜົນສຳ​ເລັດ ​ທັງດ້ານ​ເນື້ອ​ໃນ, ພິທີການ, ສ້າງສັນ​ສາຍສຳພັນ​ຄວາມ​ສາມັກຄີ ລະຫວ່າງ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ, ວິທະຍາຄານ, ວິທະຍາ​ໄລ ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ, ນຳ​ໃຊ້​ງົບປະມານ​ແບບ​ປະຢັດ​ເທົ່າທີ່​ຈະ​ເປັນ​ໄປ​ໄດ້, ຮັບປະກັນ​ໄດ້​ຄວາມ​ສະຫງົບ​ປອດ​ໄພ 100 ສ່ວນ​ຮ້ອຍ, ການ​ແຂ່ງຂັນ​ຕ້ອງ​ມີ​ຄວາມ​ປອດ​ໄສ, ​ເປັນ​ທຳ, ຫຼີກ​ລ່ຽງ​ປະກົດ​ການ​ຫຍໍ້​ທໍ້​ທີ່​ອາດ​ເກີດ​ຂຶ້ນ ​ແລະ ການ​ໂຄສະນາ ປະຊາສຳພັນ ​ແຈ້ງ​ຂໍ້​ມູນ​ຂ່າວສານ​ໃຫ້​ມີ​ລັກສະນະ​ກວ້າງ ​ໃຫ້​ສັງຄົມ​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ.