spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ​ເມືອງສີສັດຕະນາກສາມາດຈັບໂຈນຊິງ​ຊັບຕົວອັນຕະລາຍມາດໍາເນີນຄະດີ

ປກສ ​ເມືອງສີສັດຕະນາກສາມາດຈັບໂຈນຊິງ​ຊັບຕົວອັນຕະລາຍມາດໍາເນີນຄະດີ

Published on

thiefs

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ອອກມາຖະແຫລງຜົນການຈັບຕົວທ້າວ ໂພຄໍາ ຫານຊະນະ ອາຍຸ 32 ປີ ແລະ ນາງ ບຸນມີ (ກີ້) ອາຍຸ 21 ປີ ທັງສອງຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ, ພາຍຫລັງພວກກ່ຽວຮ່ວມກັນລົງມືກໍ່ເຫດດຶງສາຍຄໍຄໍາໜັກ 10 ບາດຂອງພົນລະເມືອງຢູ່ເສັ້ນທາງຄູວຽງໃນເວລາປະມານ19:00 ໂມງຂອງວັນທີ 3 ມັງກອນ 2016 ແລ້ວພາກັນຂີ້ລົດຈັກຫລົບໜີໄປທາງວົງວຽນໂຮງໝໍ 5 ເມສາ, ຫລັງຈາກນັ້ນເຈົ້າຂອງຊັບຈຶ່ງໄດ້ຂັບລົດໃຫຍ່ໄລ່ຕາມຕໍາເອົາທ້າຍລົດຈັກທັງສອງລົ້ມລົງ, ແຕ່ທັງສອງໄດ້ພາກັນແລ່ນລົບໜີໄປຕາມເສັ້ນທາງບ້ານສີເມືອງ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງໄລ່ຕິດຕາມຈັບ

ຕົວທ້າວ ໂພຄໍາ ໄດ້ກ່ອນ, ສ່ວນນາງ ບຸນມີ ແມ່ນຜູ້ປົກຄອງພາມາມອບຕົວຕໍ່ເຈົ້າໜ້າທີ່ໃນເວລາຕໍ່ມາ.

ທ່ານຫົວໜ້າກອງສືບສວນ-ສອບສວນ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ທັງສອງຄົນແມ່ນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນແລ້ວ, ເນື່ອງຈາກທັງສອງເຄີຍຮ່ວມກັນກໍ່ເຫດຊີງຊັບພົນລະ ເມືອງມາແລ້ວຫລາຍຄັ້ງ.

​ເຈົ້ັ້າໜ້າ​ທີ່​ໄອ​ຍະ​ການ​ສານ​ປະຊາຊົນ​ໃຫ້​ຮູ້​ວ່າ: ສໍາລັບ​ການ​ກໍ່​ເຫດ​ຊິງ​ຊັບ​ແມ່ນ​ຈະ​ຖືກລົງ​ໂທດ​ຕາມ​ແຕ່​ລະ​ກໍລະນີ​ໜັກ-​ເບົາ,​ ແຕ່​ສໍາລັບ​ກໍລະນີ​ຄະ​ດີຊິງຊັບ​ລາຍ​ນີ້ອາດ​ຈະ​ຖືກ​ສານ​ຕັດ​ສີນ​ຈໍາ​ຄຸຫລາຍ​ກວ່າ 3 ປີ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...