Homeຂ່າວພາຍ​ໃນພົງຊັບທະວີ ມອບເງິນອຸປະຖຳ ກອງປະຊຸມໃຫຍ່ ຂອງພັກ

ພົງຊັບທະວີ ມອບເງິນອຸປະຖຳ ກອງປະຊຸມໃຫຍ່ ຂອງພັກ

Published on

82ce1676b3801af67fce44d4ad7d352e_L

ພິ­ທີ​ມອບ-ຮັບ​ດັ່ງ­ກ່າວ​ຈັດ​ຂຶ້ນ​ໃນ ຕອນ​ເຊົ້າ​ຂອງ​ວັນ​ທີ 8 ມັງ­ກອນ 2016 ທີ່​ຫ້ອງ​ວ່າ­ການ​ລັດ­ຖະ­ບານ ຊຶ່ງ​ໃຫ້​ກຽດຮັບ​ໂດຍ

ທ່ານ ອາ​ຊາງ ລາວ​ລີ ກຳ​ມະ ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ, ຮອງ ນາ­ຍົກ­ລັດ­ຖະ­ມົນ­ຕີ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ ເຂດ​ການ​ປົກ­ຄອງ ແລະ​ມອບ​ໂດຍ​ທ່ານ ພົງ​ສະ​ຫວັດ ເສ­ນາ​ພວນ ປະ­ທານ​ກຸ່ມ​ບໍ​ລິ ສັດ​ພົງ​ຊັບ​ທະ­ວີ ກໍ່­ສ້າງ ພ້ອມ​ນີ້ ກໍ​ມີ​ທ່ານ ຮອງ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ, ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ​ການ​ເງິນ ແລະ​ພະ ນັກ​ງານ​ຈາກ​ບໍ­ລິ­ສັດ​ດັ່ງ­ກ່າວ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ​ອາ​ຊາງ ລາວ​ລີ ກໍ​ໄດ້ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ການ​ປະ­ກອບສ່ວນ​ອັນ​ສຳ­ຄັນ​ຂອງ​ກຸ່ມ​ບໍ­ລິ­ສັດ​ພົງ​ຊັບ​ທະ ວີ ກໍ່­ສ້າງ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ບັນ­ດາ​ຂົງ ເຂດ​ວຽກ​ງານ​ຂອງ​ການ​ດຳ­ເນີນ​ກອງ​ປະ ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ທີ່​ຈະ​ໄດ້​ຈັດ ຂຶ້ນ​ໃນ​ມໍ່ໆ​ນີ້ ຊຶ່ງ​ໃນ​ໄລ­ຍະ​ຜ່ານ​ມາ​ກຸ່ມ​ບໍ​ລິ ສັດ​ດັ່ງ­ກ່າວ​ກໍ​ຄື​ພາກ­ສ່ວນ​ເສດ­ຖະ­ກິດ ແລະ​ພາກ­ສ່ວນ​ຕ່າງໆ​ໃນ​ສັງ­ຄົມ​ກໍ​ໄດ້​ປະ ກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ວັນ​ສຳ ຄັນ​ອື່ນໆ​ຂອງ​ຊາດ ໂດຍ​ສະ­ເພາະ​ການ​ສະ ເຫຼີມ​ສະ­ຫຼອງ​ວັນ​ສະ­ຖາ­ປະ­ນາ ສປປ ລາວ ຄົບ­ຮອບ 40 ປີ ທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ.

ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ໄດ້ ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ຄວາມ​ບຸກ​ບືນ ຢ່າງ​ຕັ້ງ­ໜ້າ​ຂອງ​ທ່ານ ພົງ​ສະ​ຫວັດ ເສ­ນາ ພວນ ກໍ​ຄື​ກຸ່ມ​ບໍ­ລິ­ສັດ​ພົງ​ຊັບ​ທະ­ວີ ກໍ່­ສ້າງ​ທີ່ ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ອັນ​ສຳ ຄັນ​ຂອງ​ພັກ ແລະ​ລັດ­ຖະ­ບານ ຕະ­ຫຼອດ​ໄລ ຍະ​ຫຼາຍ​ປີ­ຜ່ານ­ມາ ແລະ​ຫວັງ​ຢ່າງ​ຍິ່ງ​ວ່າ ໃນ­ຕໍ່­ໜ້າ​ກຸ່ມ​ບໍ­ລິ­ສັດ ພົງ​ຊັບ​ທະ­ວີ ກໍ່­ສ້າງ ກໍ ຄື​ພາກ­ສ່ວນ​ເສດ­ຖະ­ກິດ ແລະ​ບັນ­ດາ​ຊັ້ນ​ຄົນ ຕ່າງໆ​ໃນ​ສັງ­ຄົມ​ຈະ​ສືບ­ຕໍ່​ໃຫ້­ການ​ຊຸກ­ຍູ້ ປະ­ກອບ­ສ່ວນ​ວຽກ​ງານ​ສຳ­ຄັນ​ອື່ນໆ​ຂອງ ປະ­ເທດ​ຊາດ​ເວົ້າ​ລວມ, ເວົ້າ​ສະ­ເພາະ​ປະ ກອບ​ສ່ວນ​ເຮັດ​ໃຫ້­ການ​ຈັດ​ກອງ​ປະ­ຊຸມ ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ປະ­ສົບ​ຜົນ­ສຳ­ເລັດ ແລະ​ໄດ້​ຮັບ​ໝາກ​ຮັບ​ຜົນ​ເປັນ​ຢ່າງ​ດີ.

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...