spot_img
Homeຂ່າວພາຍ​ໃນລາວຈະມີສວນສະໜຸກ ດິສນີ ແຫ່ງທຳອິດໃນອາຊ່ຽນ

ລາວຈະມີສວນສະໜຸກ ດິສນີ ແຫ່ງທຳອິດໃນອາຊ່ຽນ

Published on

ນັກທຸລະກິດຕ່າງຊາດຈົກເງິນ 5 ຕື້ໂດລາສ້າງສວນສະໜຸກດີສນີຢູ່ລາວເປັນແຫ່ງທໍາອິດໃນ 10 ສະມາຊິກອາຊຽນ
12439334_463648923838893_8951313405335670208_n
ຂປລ. ສປປ ລາວຈະສ່ວນສະໜຸກ ຫລື ເປັນພາສາອັງກິດເອີ້ນວ່າ: Disney Laos ໃຫຍ່ຕິດອັນດັບຕົ້ນຂອງໂລກໃນອະນາຄົດ ເມື່ອນັກລົງທຶນຕ່າງປະເທດປະກາດຈະລົງທຶນສ້າງສວນສະໜຸກດັ່ງກ່າວຢູ່ເຂດເສດຖະກິດພິເສດແຂວງຄໍາມ່ວນ ເຊິ່ງໃກ້ກັບຊາຍແດນລາວ-ໄທ ຂະນະທີ່ 10 ປະເທດສະມາຊິກອາຊຽນໃນປັດຈຸບັນຍັງບໍ່ມີສວນສະໜຸກ Disney ເລີຍ.
ຫລ້າສຸດອໍານາດການປົກຄອງທ້ອງຖິ່ນແຂວງຄໍາມ່ວນໄດ້ເປີດເຜີຍໃນວັນທີ 8 ມັງກອນ 2016 ນີ້ວ່າ: ແຂວງຄໍາມ່ວນຈະພວມລົງບຸກເບີກເນື້ອທີ່ກໍ່ສ້າງສ່ວນສະໜຸກ ຫລື ເປັນພາສາອັງກິດເອີ້ນວ່າ: Disney Laos ເຊິ່ງເປັນໂຄງຂະໜາດໃຫຍ່ທີ່ສຸດດ້ວຍມູນຄ່າການລົງທຶນເຖິງ 5 ຕື້ໂດລາສະຫະລັດດໂດຍຮ່ວມຫຸ້ນລະຫວ່າງບໍລິສັດ Akane Farm Sole Company ເຊິ່ງບໍລິສັດພັດທະນາອະສັງຫາລິມະຊັບຂອງປະເທດເມເຊຍ, ນັກລົງທຶນໄທເຂົ້າຮ່ວມຖືຫຸ້ນ 20% ແລະ ລາວ, ຄາດວ່າໂຄງການດັ່ງກ່າວຈະໃຊ້ເວລາກໍ່ສ້າງ 7-10 ປີ ແລະ ສໍາປະທານທີ່ດິນ 75 ປີຈາກລັດຖະບານລາວ.
ສະນັ້ນ ພວກເຮົາມາເບິ່ງວ່າສວນສະໜຸກດີສນີລາວ ຫລື Disney Laos ມີທີ່ມາທີ່ໄປແນວໃດ? ສວນສະໜຸກທີ່ຂຶ້ນຊື່ວ່ານີສນີນັ້ນຫລາຍທ່ານອາດຮູ້ ແລະ ເຂົ້າໃຈແມ່ນປະກອບດ້ວນສູນກາງການຄ້າ, ເສດຖະກິດການເງິນ, ບ່ອນທ່ອງທ່ຽວ, ໂຮງແຮມລະດັບ 5 ດາວ, ສະຖານບັນເທີງ, ບ່ອນພັກຜ່ອນຢ່ອນອາລົມ, ບ່ອນເຕົ້າໂຮມສິລະປະວັດທະນະທໍາ ແລະ ຄວາມຫລາກຫລາຍຂອງສິ່ງທັນສະໄໝທີ່ສຸດໃນໂລກກໍວ່າໄດ້ຈະເກີດຂຶ້ນຢູ່ທີ່ນີ້ ແຕ່ຖ້າເບິ່ງຈາກອະດີດເຖິງປັດຈຸບັນສວນສະໜຸກໃນ 10 ປະເທດສະມາຊິກອາຊຽນຍັງບໍ່ມີເລີຍ ແຕ່ເຂດພິເສດຮົງກົງ ແລະ ປະເທດຍີ່ປຸ່ນໄດ້ເປີດໃຫ້ບໍລິການມາຫລາຍປີແລ້ວ ສະນັ້ນນັກທ່ອງທ່ຽວສ່ວນໃຫຍ່ຈາກປະເທດສະມາຊິກອາຊຽນພາກັນແຫ່ໄປທ່ອງທ່ຽວຢູ່ຮົງກົງ ແລະ ຍີ່ປຸ່ນມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ນັກທຸລະກິດລາວລາຍໜຶ່ງເປີດເຜີຍວ່າ: ຖ້າສວນສະໜຸກນິສນີສໍາເລັດໃນອະນາຄົດ ພວກເຮົາຈະດຶງດູດເອົານັກທ່ອງທ່ຽວຈາກ 10 ປະເທດສະມາຊິກອາຊຽນເຂົ້າມາ ສປປ ລາວຢ່າງຫລວງຫລາຍ ເວລານັ້ນວິຖີຊີວິດຂອງຄົນລາວຈະປ່ຽນແປງໄປຕາມຈັງຫວະຄວບຄູ່ກັບການຂະຫຍາຍຕົວເສດຖະກິດ ແຕ່ໂຄງການກໍ່ສ້າງສວນສະໜຸກນິສນີແຫ່ງດັ່ງກ່າວນີ້ມີມູນຄ່າເທົ່າກັບໂຄງການກໍ່ສ້າງເສັ້ນທາງລົດໄຟມູນຄ່າ 5 ຕື້ໂດລາຢູ່ແຂວງສະຫວັນນະເຂດໄປເຊື່ອມຈອດໃສ່ຫວຽດນາມ ແລະ ໄທ. ສະນັ້ນຈຶ່ງມີຄໍາຖາມວ່າເປັນຫຍັງນັກລົງທຶນບໍ່ເລືອກເອົາບາງປະເທດໃນອາຊຽນ ແຕ່ມາເລື່ອກເອົາລາວ ອັນນີ້ກໍຍ້ອນວ່າ ສປປ ລາວມີຄວາມສະຫງົບປອດໄພ ແລະ ມີສະຖຽນລະພາບດ້ານເມືອງ, ນະໂຍບາຍຫລາຍສີຫລາຍສັນຕໍ່ນັກລົງທຶນ, ບໍ່ຊ້າຍຈັດຂວາຈັດເກີນໄປ, ຄ່າເຊົ່າສໍາປະທານກໍບໍ່ແພງ, ຄ່າແຮງງານກໍສົມເຫດສົມຜົນ, ຊັບພະຍາກອນທໍາມະຊາດກໍມີຫລາຍ, ຄົນລາວມີນິໃສກວ້າງຂວາງ ແລະ ບໍ່ມັກຄວາມຮຸນແຮງ ແລະ ອື່ນໆ. ປົກກະຕິແລ້ວສ່ວນດີສນີແມ່ນມີຢູ່ໃນປະເທດອາເມລິກາ, ເອີຣົບ ຕໍ່ມາໄດ້ມາສ້າງຢູ່ຍີ່ປຸ່ນ ແລະ ຮົງກົງ.

12495033_463648927172226_5468852478980427138_n

ຂ່າວໂດຍ: ຮັກຊາດ
ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...