Homeຂ່າວພາຍ​ໃນນ້ອມສົ່ງດວງວິນຍານ ພະອາຈານໃຫຍ່ ມະຫາ ຈະຣູນ

ນ້ອມສົ່ງດວງວິນຍານ ພະອາຈານໃຫຍ່ ມະຫາ ຈະຣູນ

Published on

ພຸດທະສາສະນິກະຊົນ ນ້ອມສົ່ງດວງວິນຍານ ພຣະອາຈານໃຫຍ່ ມະຫາ ຈະຣູນ ວະຊິຣະຣັງສີ ທີ່ວັດໂພນພະເນົາ ນະຄອນຫຼວງວຽງຈັນ !

12511221_927900860638982_1546502577_o

ວັນພະຫັດ ທີ 7 ມັງກອນ 2016 ສູນກາງ ອົງການພຸດທະສາສະໜາສັມພັນລາວ(ອ.ພ.ສ) ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພຸດທະສາສະນິກະຊົນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຈັດພິທີຊາປະນະກິດສົບພຣະອາຈານໃຫຍ່ ມະຫາ ຈະຣູນ ວະຊິຣະຣັງສີ ອະດີດຮອງປະທານສູນກາງ ອ.ພ.ສ, ຫົວໜ້າກັມມາທິການສາທາລະນູປະການ, ທີ່ປຶກສາ ອ.ພ.ສ ເມືອງໄຊເສດຖາ ແລະ ອະດີດເຈົ້າອະທິການວັດໂພນພະເນົາ ຂຶ້ນທີ່ວັດໂພນພະເນົາ ໃນຕອນບ່າຍ ເວລາ 14:00 ນາທີ.

ໃນພິທີ ຝ່າຍສົງ ມີພຣະອາຈານໃຫຍ່ ມະຫາ ບຸນມາ ສີມາພົມ ຮອງປະທານ, ຫົວໜ້າກັມມາທິການປົກຄອງສົງ ພ້ອມດ້ວຍພຣະເຖຣານຸເຖຣະ ສ່ວນຝ່າຍຄະລາວາດ ມີ ທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມດ້ວຍການນໍາພັກ-ລັດ ແລະ ພຸດທະສາສະນິກະຊົນທັງຫຼາຍ ເຂົ້າຮ່ວມ ເພື່ອນ້ອມສົ່ງດວງວິນຍານຂອງພຣະອາຈານໃຫຍ່ເປັນຄັ້ງສຸດທ້າຍ.

ການຈາກໄປຂອງພຣະອາຈານໃຫຍ່ ເປັນການຈາກໄປແຕ່ພຽງສັງຂານຮ່າງກາຍ ແຕ່ຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ທີ່ພຣະອາຈານໄດ້ສ້າງໄວ້ນັ້ນ ຈະຍັງຄົງຍືນຍົງ ໝັ້ນຄົງ ຢູ່ຄຽງຄູ່ກັບຊາດລາວ, ແຜ່ນດິນລາວ ແລະ ພຣະພຸດທະສາສະໜາຕະຫຼອດໄປ.

ຂ້ານ້ອຍ ຂໍນ້ອມໄວ້ອາໄລຕໍ່ການຈາກໄປຂອງພຣະອາຈານໃຫຍ່ ມະຫາ ຈະຣູນ ວະຊິຣະຣັງສີ ດ້ວຍຈິດໃຈອັນບໍລິສຸດ.

12516950_927900863972315_628143343_o 12510150_927900853972316_222734762_o  12494354_927900880638980_331168801_o

12509951_927900867305648_1742229883_o

*ໂພສ ໂດຍ : ທັມມະວາທີ

(ຮູບພາບ ໂດຍ: ກອງທຶນສົ່ງເສີມພຣະສົງສາມະເນນ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...