Homeຂ່າວພາຍ​ໃນພາກອຸດສາຫະກໍາທອ່ງທ່ຽວລາວສ້າງລາຍຮັບໄດ້ 670 ລ້ານໂດລາ

ພາກອຸດສາຫະກໍາທອ່ງທ່ຽວລາວສ້າງລາຍຮັບໄດ້ 670 ລ້ານໂດລາ

Published on

12510307_463564833847302_1640966294523380555_n 12522957_463564807180638_1309969741639287493_n

ຂປລ. ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ ວ່າ: ໃນປີ 2015 ຜ່ານມາ ມີນັກທ່ອງທຽວເຂົ້າມາທ່ຽວ ສປປ ລາວ ຫລາຍກວ່າ 4,33 ລ້ານຄົນ ລື່ນປີຜ່ານມາ 4% ສາມາດສ້າງລາຍຮັບໃຫ້ລັດຖະບານໄດ້ເຖິງ 670 ລ້ານກວ່າໂດລາສະຫະລັດ.
ທ່ານ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກ່າວວ່າ: ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ສປປ ລາວ ຫລາຍກວ່າໝູ່ ແມ່ນ ໄທ, ຫວຽດນາມ, ຈີນ ແລະ ປະເທດອື່ນໆໃນອາຊີ ເຊິ່ງນັກທ່ອງທ່ຽວ ທີ່ເຂົ້າມາ ສ່ວນໃຫຍ່ຈະໃຊ້ຈ່າຍ ໂດຍສະເລ່ຍ 20-30 ໂດລາສະຫະລັດ ຕໍ່ຄົນຕໍ່ຄືນ, ສ່ວນນັກທ່ອງທ່ຽວທີ່ມີລາຍໄດ້ສູງຈະໃຊ້ຈ່າຍ 40-50 ໂດລາສະຫະລັດ ຕໍ່ຄົນຕໍ່ຄືນ. ຄາດວ່າ ໃນປີ 2016 ລາຍໄດ້ຈາກການທ່ອງທ່ຽວ ຈະເພີ່ມຂຶ້ນເປັນ 700 ລ້ານກວ່າໂດລາສະຫະລັດ. ທ່ານຫົວໜ້າກົມໂຄສະນາການທ່ອງທ່ຽວ ຍັງໃຫ້ຮູ້ອີກວ່າ: ໃນປີນີ້, ອຸດສາຫະກຳການທ່ອງທ່ຽວຢູ່ໃນ 10 ປະເທດສະມາຊິກອາຊຽນ ຍັງຈະສືບຕໍ່ຂະຫຍາຍໂຕຂຶ້ນຢ່າງຕໍ່ເນື່ອງ ແລະ ໄວກວ່າຂົງເຂດອື່ນໆ ເນື່ອງຈາກ ບັນດາປະເທດສະມາຊິກອາຊຽນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມຫລາກຫລາຍທາງດ້ານປະຫວັດສາດ, ວັດທະ ນະທຳ ແລະ ທຳມະຊາດ, ເວົ້າສະເພາະຢູ່ ສປປ ລາວ ເຮົາມີຄວາມສະຫງົບດີ, ແຫລ່ງທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ນັບມື້ໄດ້ຮັບການຂຸດຄົ້ນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...