spot_img
Homeຂ່າວການພັດທະນາກອງປະຊຸມວຽກງານກວດກາ ແລະ ຄວບຄຸມຢາເສບຕິດທົ່ວປະເທດ

ກອງປະຊຸມວຽກງານກວດກາ ແລະ ຄວບຄຸມຢາເສບຕິດທົ່ວປະເທດ

Published on

5-1

ຫ້ອງການຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຈັດກອງປະຊຸມສະຫຼຸຸບວຽກງານກວດກາ ແລະ ຄວບຄຸມ ຢາເສບຕິດທົ່ວປະເທດ ປະຈຳ ປີ 2015, ໃນວັນທີ 5 ມັງກອນ 2016 ທີ່ຫ້ອງປະຊຸມກົມປ່າໄມ້, ເປັນກຽດເຂົ້າຮ່ວມໂດຍ ທ່ານ ກຸ ຈັນສີນາ ປະທານຄະນະກຳ ມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ມີບັນດາທ່ານທີ່ມາຈາກຄະ ນະກຳມະການແຫ່ງຊາດ ເພື່ອ ກວດກາ ແລະ ຄວບຄຸມຢາເສບຕິດ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ກົມພາສີ ກະຊວງການເງິນ, ພາກສ່ວນຕ່າງໆອ້ອມ ຂ້າງສູນກາງ ພ້ອມດ້ວຍແຂກ ຖືກເຊີນ ທີ່ມາຈາກແຂວງທົ່ວ ປະເທດ.
ກອງປະຊຸມຈະໄດ້ຮັບຟັງ ບົດລາຍງານສະພາບການຂອງ ຢາເສບຕິດ ໃນຂອບເຂດທົ່ວ ປະເທດ ເປັນຕົ້ນແມ່ນວຽກ ງານໂຄສະນາສຶກສາອົບຮົມ, ວຽກງານບຳບັດປິ່ນປົວຜູ້ຕິດຢາເສບຕິດ, ວຽກງານສະກັດກັ້ນ ແລະ ເຝົ້າລະວັງການລັກ ລອບປູກຝິ່ນຄືນໃໝ່, ສະພາບ ການລັກລອບຊື້-ຂາຍ, ລຳລຽງ ຂົນສົ່ງ, ວຽກງານປະຕິບັດມາດ ຕະການທາງດ້ານກົດໝາຍ, ສູນວິໄຈຢາເສບຕິດ ແລະ ວຽກ ງານອື່ນໆ. ທ່ານ ກຸ ຈັນສີນາ ໄດ້ກ່າວວ່າ: ກອງປະຊຸມຈະ ໄດ້ສະຫຼຸຸບຕີລາຄາຄືນ ແລະ ຄົ້ນຄວ້າປຶກສາຫາລືແຈ້ງການ ຂອງລັດຖະບານ, ຜູ້ແທນທີ່ ເຂົ້າຮ່ວມກອງປະຊຸມຍັງຈະ ໄດ້ປະກອບຄຳຄິດຄຳເຫັນໃສ່ ຮ່າງແຜນແມ່ບົດ ແຫ່ງຊາດ ເພື່ອຄວບຄຸມຢາເສບຕິດ 2016-2020. ການເປີດຂະບວນການຕ້ານຢາເສບຕິດ ແລະ ກວດລ້າງເປົ້າໝາຍທີ່ ພົວພັນກັບຢາເສບຕິດໃນຂອບ ເຂດທົ່ວປະເທດຢ່າງຕັ້ງໜ້າ ແລະ ເປັນເຈົ້າການຫຼາຍຂຶ້ນ ແລະ ຍັງຈະໄດ້ພ້ອມກັນກຳ ນົດທິດ ທາງໜ້າທີ່ຂອງວຽກ ງານກວດກາ ແລະ ຄວບຄຸມ ຢາເສບຕິດທົ່ວປະເທດ ໃນປີ 2016 ໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິ ບັດໃຫ້ມີລັກສະນະກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ຜູ້ແທນ ທີ່ເຂົ້າ ຮ່ວມກອງປະຊຸມ ຍັງຈະໄດ້ປະກອບຄຳຄິດຄຳ ເຫັນໃສ່ຮ່າງແຜນແມ່ບົດແຫ່ງ ຊາດ ເພື່ອຄວບຄຸມຢາເສບ ຕິດ 2016-2020.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...